ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວລາວ ອາເມຣິກັນ ທົ່ວສະຫະລັດ ພາກັນສະຫຼອງ ບຸນຂອບຄຸນພະເຈົ້າ


ການຕົກແຕ່ງ ອາຫານການກິນ ວັນຂອບຄຸນພະເຈົ້າ
ການຕົກແຕ່ງ ອາຫານການກິນ ວັນຂອບຄຸນພະເຈົ້າ

ມື້​ນີ້ ​ວັນ​ພະຫັດ ອາທິດ​ທີສີ່ ຂອງເດືອນພະຈິກ ຊ່ຶງ​ຕາມ​ປະ​ເພ
ນີ​ຂອງ​ຊາວອະ​ເມຣິກັນ​ແລ້ວ​ ​ວັນ​ດັ່ງກ່າວແມ່ນ​ມື້ບຸນ Thanks-
giving ຫລື​ບຸນ​ຂອບຄຸນ​ພະ​ເຈົ້າ ​ປະ​ຈຳປີ ​ທີ່​ໄດ້​ສ​ະ​ເຫຼີ​ມສະ
ຫລອງ​ກັນ​ມາເປັນ​ເວລາ ​ດົນ​ກວ່າ​ສອງຮ້ອຍປີ​ແລ້​ວ. ເພ​າະສະ
​ນັ້ນ ລາຍການ​ຊີວິດຊາວ​ລາວ ​ຂອງ ​ວີ​ໂອ​ເອ ແລງ​ມື້​ນີ້ ​ເຮົາ​ຈຶ່ງຖື
ໂອກາດ​ ​ນຳອົາ​ການ​ສຳພາດກັບ​ຍານາງ ຄຳຮູ້ ​ເຄນ​ມີີ ​ທີ່​ລັດ
Rhode Island ທາງ​ກໍ້າ​ຕາ​ເວັນ​ອອກສຽງ​ເໜືອ ​ຂອງສະຫະ
​ລັດ ແລະ ທ່ານບຸນ​ສົງ ທອງມະຫາວົງ ທີ່​ລັດ California ທາງ​
ພາກ​ຕາ​ເວັນ​ຕົກ​ ຂອງປະ​ເທດ ມາ​ເລົ່າ​ສູ່​ທ່ານ​ຟັງ​ວ່າ ​ເຂົາ​ເຈົ້າ
ພາກັນປະຕິບັດຢ່າງ​ໃດ​ໃນ​ໂອກາດ​ດັ່ງກ່າວ​. ​ເຊີນ​ທ່ານ​ພົບ​ກັບ
ກິ່ງ​ສະຫວັນ ​ໄດ້.

ສະ​ບາຍ​ດີ ທ່ານ​ຜູັ​ຟັງທີ່​ເຄົາ​ຣົບ ວັນ​ພະຫັດ ທີ 27 ​ເດືອນ​ພະຈິກ ມື້​ນີ້​ກົງ​ກັບວັນ Thanks-
giving ຫລືວັນ​ສະຫລອງ​ບຸນຂອບ​ຄຸນ​ພະ​ເຈົ້າ ສຳລັບ​ປີ 2014 ຊຶ່ງ​ເປັນ​ບຸນ​ໃຫຍ່​ຂອງຊາດ
ປາງ​ນຶ່ງຂອງສະຫະລັດ. ​ອາຫານ​ສະ​ເພາະ ​ປະຈຳບຸນ​ດັ່ງກ່າວແມ່ນ ໄກ່​ງວງ ຊຶ່ງ​ເປັນຮີດຄອງ
​ປ​ະເພນີທີ່​ໄດ້​ສະຫລອງ​ກັນ​ມາ​ເປັນ​ເວລາ ສອງຮ້ອຍ​ກວ່າ​ປີ​ແລ້ວ​. ​ກ່ອນ​ຂ້າພະ​ເຈົ້າ​ຈະນຳ
ພາ​ທ່ານ​ກ້າວໄປ​ເຖິງ​ເນື້ອ​ໄນ​ຂອງ​ ການສະຫລອງ​ບຸນ​ດັ່ງກ່າວ ​ເຮົາ​ມາ​ທຳ​ຄວາມເຂົ້າ​ໃຈ​
ເຖິງ​ບັນ​ຍາ​ກາດ​ ​ແລະ​ສິ່ງ​ແວດ​ລ້ອມຂອງ​ບຸນ​ນີ້ ວ່າ​ມັນເປັນແນວ​ໃດ​ຈັກ​ບາດ​ກ່ອນ.

ປັດຈຸ​ບັນ​ນີ້ ຢູ່​ພາກ​ເໜືອ​ຂອງ ສ​ະ​ຫະ​ລັດ ອາ​ກາດໄດ້​ເລີ້ມໜາວ ​ແລະ​ມີ​ຫິມະ​ຕົກ​ໜັກ ຕົ້ນ
​ໄມ້​ຍັງ​ເຫລືອ​ໄວ້​ໃຫ້​ເຫັນ​ແຕ່​ຮ່າງ ​ປາ​ດ​ສະ​ຈາກ​ໃບ ຍົກ​ເວັ້ນ​ແຕ່​ຕົ້ນ​ແປກ ແລະ​ຕົ້ນ​ໄມ້ສະ
​ນິດ​ທີ່ສູ້​ທົນ​ກັບ​ຄວາມ​ໜາວ​ໄດ້​ນັ້ນ ຊຶ່ງຍັງ​ພາ​ກັນ​ຂຽວ​ງາມ​ໄວ້​ໃຫ້​ເຫັນຢູ່. ​ບັດ​ນີ້ບັນ​ຍາກາດ
ຂອງ ປະ​ຊາ​ຄົມ​ອາ​ເມ​ຣິ​ກັນ ​ແມ່ນ​ເຕັມ​ໄປ​ດ້ວຍ ການ​ຕົກ​ແຕ່ງ​ດ້ວຍແສງ​ສີ ແລະ​ເຄື່ອງເອ້
​ຕ່າງ​ໆຢູ່​ຕາມ​ບ້ານ​ເຮືອນ ຖະ​ໜົນ​ຫົນ​ທາງ ແລະ​ຮ້ານ​ຄ້າຕ່າ​ງໆ ເພື່ອ​ຕ້ອນ​ຮັບ​ການ​ສະ
​ຫລອງ​ບຸນອື່ນ​ໆ​ທີ່ຈະ​ຕິດ​ຕາມມາ​ໃນ​ເທດສະການ​ບຸນ​ນີ້ ​ຄືບຸນ Christmas ​ໃນ​ວັນ​ທີ 25
ເດືອນທັນ​ວາ ແລະ​ໃນວັນ​ທີ 31 ທັ​ນ​ວາ ຄື​ວັນ​ສຸດ​ທ້າຍ​ຂອງ​ປີ ກໍຈະ​ແມ່ນ​ມື້​ສະ​ຫລອງ​ສົ່ງ
​ທ້າຍ​ປີ​ເກົ່າ ແລະຕ້ອນ​ຮັບ​ປີ​ໃໝ່ ຄ​.ສ 2015.

ໃນ​ວາ​ລະ​ໂອ​ກາ​ດສະ​ຫລອງ​ບຸນ ຂອບ​ຄຸນ​ພະ​ເຈົ້າ​ນີ້ ປ​ະ​ຊາ​ກອນ ສະ​ຫະ​ລັດ ຫ​ລາຍ​ລ້ານ
​ຄົນຈະ​ພາ​ກັນ​ເດີນ​ທາງໂດຍ​ ທາງ​ລົດ ​ທາງເຮືອ​ບິນ ​ລົດ​ບັ​ສ ແລະ​ລົດ​ໄຟ ​ໄປ​ຢ້​ຽ​ມ​ຢາມ​ຖາມ
​ຂ່າວ​ ຍາດ​ຕິ​ພີ່​ນ້ອງ ຢູ່​ທຸກ​ຫົນ​ແຫ່ງ. ນອກ​ຈາກ​ນັ້ນແລ້ວ ເຂົາ​ເຈົ້າ​ກໍ​ຈະພາ​ກັນຊື້​ອາ​ຫານ
​ການ​ກິນ​ ເຄື່ອງ​ດື່ມເພື່ອຕ້ອນ​ຣັບ​ລ້ຽງສະ​ຫລອງ ໃນ​ວັນ ຂອ​ບ​ຄຸນ​ພະ​ເຈົ້າ​ ​ແລະ​ໃນຕອນ
​ເຊົ້າ​ຂອງ ​ວັນ​ພະຫັດມື້ນີ້​ ທີ່​ນະຄອນ​ນິວຢອກ​ ແລະຢູ່ບາງຕາມຕົວເມືອງນ້ອຍຕ່າງໆ ກໍແມ່ນມີ​ການ​ເດີນ​ສວນສະໜາ​ມ ປະ​ຈຳປີ​ຢ່າງ​ຄຶກຄື້ນຂະໜານ​ໃຫຍ່.

ບັດ​ນີ້​ເຮົາ​ຈະມາ​ກ່າວ​ເຖິງ​ຄວາມ​ ເປັນ​ມາ​ຂອງ ການ​ສະ​ຫລອງ​ບຸນ Thanksgiving ກັນ​ຈັກ
​ບາດ. ​ປະຊາ​ຄົມ ອາ​ເມຣິກັນ ໄດ້​ສະຫລອງ​ບຸນ​ນີ້​ມາ​ເປັນ​ເວລາຫຼາຍກ​ວ່າ 200 ປີ​ແລ້ວ.
​ແຕ່ວ່າ​ ບຸນ​ດັ່ງກ່າວ​ນີ້ບໍ່​ໄດ້​ປະກາດ​ສະຫລອງ ຢ່າງເປັນ​ທາງ​ການ​ຈົນ​ເຖິງ​ປີ 1863 ຂອງລະ
ດູ​ໃບ​ໄມ້​ຫລົ່ນ ​ໃນວັນພະຫັດ ອາທິດທີສີ່ ເດືອນ​ພະຈິກ. ເວລາ​ນັ້ນ ​ປະ​ເທດ​ຊາດແມ່ນ​ຕົກ
ຢູ່ພາຍ​ໃຕ້ ການ​ປົກຄອງ​ຂອງ ປະທານາທິບໍດີ Abraham Lincoln ປະທານາທິບໍດີ ຄົນ​ທີ
16 ຂອງ​ ສ​ະຫະລັດ ອາ​ເມຣິກາ​.

ກຳເໜີ​ດການ​ສະຫລອງບຸນວັນຂອບ​ຄຸນ​ພະ​ເຈົ້າ ​ໄດ້ເລີ້ມ​ມີ​ມາ​ແຕ່​ປີ 1621. ເວລາ​ນັ້ນໄດ້ມີ
ນັກ​ສະ​ແຫວ​ງບຸນຊາວ​ອັງກິດ 102 ຄົນ ຊຶ່ງ​ເປັນກຸ່ມ​ທຳອິດ​ ທີ່​ພາກັນ​ເດີນທາງ​ມາ​ເຖິງແຜ່ນ
ດິນ​ໃໝ່ ​ເພື່ອ​ສະແຫວ​ງຫາສິດ​ທິ ໃນການນັບຖື​ບູຊາ. ​ເຂົາ​ເຈົ້າ​ພາກັນເດີນ​ທາງໂດຍ​ທາງ
ເຮືອ ທີ່​ມີ​ຊຶ່ວ່າ Mayflower ​ໃຊ້​ເວລາຢູ່ 66 ມື້​ຈຶ່ງ​ໄດ້ຕົກມາເຖິງ​ແຜ່ນດິນ​ໃໝ່ ຊຶ່ງເຂດ​ນັ້ນ
​ເອີ້ນ​ກັນ​ໃນ​ປັດຈຸບັນ​ນີ້ວ່າ​ New England.

​ຊາວ​ອັງກິດ​ເຫລົ່າ​ນີ້ ໄດ້ມາຕັ້ງ​ບ້ານ​ໃໝ່ທີ່ຮູ້​ກັນ​ວ່າ Plymouth ຢູ່​ໃນລັດ Massachu-
setts ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ສະຫະລັດ ອາ​ເມ​ຣິ​ກາ ນີ້​ເອງ. ​ຈາກ​ການລ່ອງ
​ເຮືອ ​ຂ້າມ​ມະຫາ​ສະ​ມຸດ ອັນ​ກວ້າງໃຫຍ່​ ​ເວ​ລາ​ເຂົາ​ເຈົ້າເດີນທາງມານັ້ນ ​ເຂົາ​ເຈົ້າ​ໄດ້​ປະ
ສົບ​ກັບ​ຄວາມ​ອິດ​ເໝື່ອຍ ອ່ອນ​ເພຍ ໂຫຍ​ຫີ​ວ ​ແລະ​ປະ​ເຊີນ​ກັບອາກາດ​ໜາວ. ຈຳນວນ​ນຶ່ງ
​ໄດ້​ເກີດ​ເຈັບ​ປ່ວຍຍ້ອນຂາດ​ອາຫານ ​ເປັນພະຍາດ ​ແລະໄດ້​ລົ້ມ​ຫາຍ​ຕາຍ​ໄປ​ເກືອບ
ເຄິ່ງນຶ່ງ.

​ຊາວ​ອິນ​ເດຍ​ແດງ ທີ່​ເປັນຊົ​ນ​ເຜົ່າ​ທ້ອງ​ຖິ່ນ ​ໄດ້​ເຫັນຄວາມ​ຍາກ​ລຳບາກ ​ຂອງ​ຊາວ​ອັງກິດ
​ເຫລົ່າ​ນີ້ ​ທີ່ບໍ່​ລື້ງເຄີຍກັບ​ສິ່ງ​ແວດ​ລ້​ອມໃໝ່ ຈຶ່ງໄດ້ພາກັນຊ່ວຍ​ສິດສອນນຳພາ ​ຊາວ​ອັງກິດ
​ເຫຼົ່າ​ນັ້ນ ​ໃຫ້ຮູ້ຈັກ​ປູກ​ໝາກ​ສາລີ ຫາ​ປາ​ຢູ່​ຕາມແມ່​ນຳ້ລຳເຊ ໂຮ່​ເນື້ອ ​ໂດຍ​ສະ​ເພາະ​ຢ່າງ​
ຍິ່ງ ​ແມ່ນ​ການຈັບ​ໄກ່​ງວງປ່າ ມາ​ເປັນ​ອາຫານ ແລະ​ຫລີກ​ລ້ຽງ​ພືດ​ຕ່າງໆທີ່​ເປັນ​ພິດ. ​

​ເມື່ອ​ໄດ້ພົ້ນຈາກ​ຄວາມໂຫຍ​ຫີ​ວ ໃນ​ປີ​ຕໍ່​ມາ ຊາວ​ອັງ​ກິດ​ ຈຶ່ງ​ໄດ້ພາກັນສະ​ແດງ​ຄວາມ​ຮູ້​ບຸນ
​ຄຸນ ຕໍ່ຊາວ​ອິນ​ເດຍ​ແດງດ່ັງກ່າວ ໂດຍເຊື້ອ​ເຊີນ​ ​ເຂົາ​ເຈົ້າມາ​ຮ່ວມ​ຮັບ​ປະທານ​ອາຫານຈາກ
​ຜົນ​ປູກທີ່​ ຊາວ​ອິນ​ເດຍ​ແດງ ໄດ້​ສິດສອນໃຫ້​ເຂົາ​ເຈົ້າ ໄດ້ພົ້ນ​ຈາກ​ຄວາມ​ອຶດ​ຢາກ ​ແລະ​ລົ້ມ
​ຫາຍ​ຕາຍ​ໄປນັ້ນ.

​ດ້ວຍ​ເຫດ​ນີ້​ເອງ ວັນພະຫັດ ​ອາທິດທີ​ສີ່ ເດືອນ​ພະຈິກ ​ທຸກໆ​ປີ ຈຶ່ງ​ໄດ້​ກາຍ​ມາ​ເປັນບຸນ
Thanksgiving​ ​ຫລື​ວັນ​ຂອບຄຸນ​ພະ​ເຈົ້າ​ ​ພ້ອມ​ດ້ວຍຊາວ​ອິນ​ເດຍ​ແດງ​ນຳ​. ​ເພາະ​ສະ​ນັ້ນ
ມື້​ນີ້ອັນເປັນວັນພັກ​ລັດ​ຖະ​ການທົ່ວ​ປະ​ເທດ ​ຮ້ານ​ຄ້າ​ຕ່າງໆ​ຈຶ່ງ​ພາກັນປິດ​ ​ຖະໜົນ​ຫົນ​ທາງ
​ງຽບ​ສະຫງັດ ຢູ່​ຕາ​ມບ້ານ​ເຮື​ອນຕ່າງໆ ບໍ່​ວ່າ​ຄົນຈະ​ມີ​ພື້ນຖານ ສາສະໜາ ​ແລະ​ຮີດຄອງ
ປະ​ເພນີ ​ທີ່ມາ​ຈາກ​ໃສ​ກໍ​ຕາມ ບັນດາສະມາຊິກ​ຄອບຄົວ ພ້​ອມ​ດ້ວຍ ຍາດຕິ​ພີ່ນ້ອງໝູ່່
​ເພື່ອນທີ່ຢູ່ໃກ້ ​ແລະ​ໄກ ​ຈຶ່ງໄດ້​ພາກັນເດີນທາງ​ມາ​ເຕົ້າ​ໂຮມ ​ພົບ​ພໍ້ ​ຮັບ​ປະ​ທານ​ອາ​ຫານ
​ແລະ​ ຖາມ​ຂ່າ​ວຄາວກັນຢ່າງ​ຄຶກຄື້ນ. ​ເພາະ​ສະ​ນັ້ນ ຜູ້​ເປັນ​ເຈົ້າ​ພາບ​ຮັບ​ຕ້ອນ ຈຶ່ງຕ້ອງ​ໄດ້
​ຫ້າງ​ຫາ​ກະ​ກຽມ ຕົກ​ແຕ່ງ​ອາ​ຫານ​ການກິນ​ຢ່າ​ງ​ສຸດ​ຝີ​ມື ເພື່ອ​ໃຫ້​ບັນ​ດາ​ແຂກ​ໄດ້​ຮັບ​ປະ​
ທານຢ່າງ​ແຊ​ບ​ຊ້ອຍ.

ໃນຄຳ່ຄືນ​ ຂອງວັນ​ຂອບ​ໃຈ​ພະ​ເຈົ້າ​ນີ້ ວີ​ໂອ​ເອ ​ໄດ້​ຖື​ໂອ​ກາ​ດສຳພາດ ພີ່ນ້ອງ​ຊາວ​ລາວ-ອາ
​ເມຣິກັນ ຍາ​ນາງຄຳຮູ້ ​ເຄນ​ມີ ຢູ່ລັດ ​ໂຣດ​ໄອ​ແລນ ທາງ​ພາກ​ຕາ​ເວັນ​ອອກຂອງ ສະຫະລັດ
ຊຶ່ງ ຍາ​ນາ​ງ ​ໄດ້​ເວົ້າລົມ​ກັບ ວີ​ໂອ​ເອ ວ່າ :

ຄອບຄົວ ເຄນມີ ກຳລັງສະຫລອງບຸນຂອບຄຸນພະເຈົ້າ
ຄອບຄົວ ເຄນມີ ກຳລັງສະຫລອງບຸນຂອບຄຸນພະເຈົ້າ

ນອກຈາກ​ນີ້​ແລ້ວ ວີ​ໂອ​ເອ ຍັງ​ໄດ້​ມີ​ໂອກາດ ສົນທະນາ​ຖາມ​ຂ່າວ ທ່ານບຸນ​ສົງ ທອງມະຫາ
ວົງ ຢູ່​ເມຶຶ​ອງ Antiorch ລັດ California ຕັ້ງ​ຢູ່ຟາກ​ຕາ​ເວັນ​ຕົກ​ສຸດ ຂອງ​ສະຫະລັດ. ທ່ານ
ບຸນສົງ ​ໄດ້ເລົ່າ​ຄວາມຕື່ນ​ເຕັ້ນ​ກ່ຽວ​ກັບ ການ​ມາ​ເຕົ້າ​ໂຮມ​ຂອງ​ພວກ​ລູກ​ຫລານ​ໃນ​ມື້​ນີ້ວ່າ

ອົບໄກ່ງວງ ແມ່ນອາຫານປະເພນີ ວັນຂອບຄຸນພະເຈົ້າ
ອົບໄກ່ງວງ ແມ່ນອາຫານປະເພນີ ວັນຂອບຄຸນພະເຈົ້າ

ອ້າງ ​ອິງ​ຕາມ​ສະຖິຕິ​ຂອງ ກະ​ຊວງ​ກະ​ເສດ​ ສະຫະລັດ ​ແມ່ນ​ວ່າ ການ​ສະຫລອງບຸນ
Thanksgiving ​ແຕ່ລະ​ປີ ປະຊາກອນ ສະຫະລັດ ຈະພາກັນ​ບໍລິ​ໂພ​ກ ​ໄກ່ງວງ ​ເຖິງ 40
ລ້ານ​ໂຕ. ໃນ​ວາ​ລະ​ໂອ​ກາດ​ດຽວ​ກັນ​ນີ້ ບັນດາປະຊາກອນ​ລາວ-ອາ​ເມຣິກັນ ກໍແມ່ນຊົນ
ຊາດນຶ່ງທີ່ພາກັນ ​ຖື​ເອົາ​ບັນ​ຍາ​ກາດ​ນີ້​ ສະແດງຄວາມຂອບ​ໃຈ​ຕໍ່ ປະເທດສະຫະລັດ ອາເມ
ຣິກາ ທີ່ໄດ້ໃຫ້ຄວາມອຸປະກາຣະ ຫລັງ​ຈາກເຂົາ​ເຈົ້າໄດ້ຜ່ານ​ຜ່າ ປະ​ສົບກັບຄວາມຍາກລໍາ
ບາກຫລາຍໆຢ່າງ ໃນ​ການ​ເຂົ້າມາ​ຕັ້ງ​ຊີ​ວິດ ຢູ່ແຜ່ນ​ດິນ​ໃໝ່​ແຫ່ງ​ນີ້ ໃນ​ຕອນ​ທ້າຍ​ສັດຕະ
​ວັດ ທີ 20 ​ອັນໄດ້​ນຳ​ມາ​ສູ່​ຜົນ​ສຳ​ເລັດແລະ​ ໄດ້​ກາຍມາເປັນປະ​ຊາ​ກອນ​ຂອງປະເທດນີ້.

ກະ​ລຸ​ນາ​ຕິດ​ຕາມເບິ່ງ ​ຮູບ​ພາບລາຍ​ລະ​ອຽດ​ກ່ຽວ​ກັບ ພິທີສະຫລອງ​ບຸນຂອບ​ຄຸນ​ພະ​ເຈົ້າ
​ໄດ້ ທີ່ ໜ້າເວັບ​ໄຊ www.lao.voanews.com ພາຍ​ໃຕ້ “ຊີວິດ​ຊາວລາວ”

XS
SM
MD
LG