ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອາເມຣິກັນ ສະຫຼອງ ວັນແຮງງານ ຕະຫຼອດ ທ້າຍສັບປະດານີ້


ຕຳຫຼວດເມືອງ Cincinnati ຢືນຢູ່ໃນເງົາ ການຈູດບັ້ງໄຟດອກ ໃນວັນແຮງງານ.
ຕຳຫຼວດເມືອງ Cincinnati ຢືນຢູ່ໃນເງົາ ການຈູດບັ້ງໄຟດອກ ໃນວັນແຮງງານ.

ຊາວ​ອາ​ເມຣິກັນ ເລີ້ມ​ພາກັນ​ສະ​ເຫຼີມສະຫຼອງວັນ​ແຮງ​ງານ ໃນ​ທ້າຍ​ສັບປະດາ​ນີ້​ແລະຈະ​ມ້ວນທ້າຍ​ການ​ສະຫຼອງ ໃນ​ວັນ​ຈັນ ຊຶ່ງ​ເປັນມື້​ວັນພັກ ​ເພື່ອ​ເປັນ​ກຽດ ​ໃຫ້​ແກ່​ພວກ​ກຳມະ ກອນ​ໃນ​ສະຫະລັດ​ແລະ​ການ​ປະກອບ​ສ່ວນຂອງ​ພວກ​ເຂົາ​ເຈົ້າ​ ເຂົ້າ​ໃນ​ເສດຖະກິດ​ຂອງ ​ປະ​ເທດ.

ວັນ​ພັກ​ດັ່ງກ່າວນີ້​ ຍັງ​ເປັນ​ສັນຍານ​ຂອງ​ການສິ້ນສຸດ​ລົງ​ແບບ​ບໍ່​ເປັນ​ທາງ​ການ​ຂອງລະດູ​ຮ້ອນ​ຢູ່​ໃນ​ສະຫະລັດ. ພວກ​ກຳມະກອນ​ສ່ວນ​ໃຫຍ່ຈະ​ໄດ້​ພັກ​ວຽກ​ພັກ​ການ ​ໃນ​ວັນ​ແຮງ​ງານ ​ແລະ​ມັກ​ຈະ​ພາກັນ​ສະ​ເຫຼີມສະຫຼອງ​ໃນ​ວັນ​ທ້າຍ​ສັບປະດາ ​ກັບຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າດ້ວຍ​ການ​ໄປ​ກິນ​ເຂົ້າປ່າ​ປິກ​ນິກແລະ​ໄປ​ພັກ​ຮ້ອນ. ຢູ່​ໃນ​ປະຊາ​ຄົມ​ບາງ​ແຫ່ງວັນ​ແຮງ​ງານ​ນີ້ ​ແມ່ນ​ມື້ສຸດ​ທ້າຍກ່ອນ​ທີ່​ສົກ​ການ​ສຶກສາຈະ​ເລີ້ມຂຶ້ນສຳລັບ​ພວກ​ເດັກນ້ອຍ.

ຊາວ​ອາ​ເມຣິກັນ​ຈຳນວນ​ຫຼວງຫຼາຍ ໃນ​ເຂດ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ອາດ​ຈະ​ພົບ​ວ່າ​ແຜນການ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ລົບ​ກວນ​ໂດຍ​ເຮີຣິ​ເຄນ Hamine ຊຶ່ງ​ໄດ້​ພັດ​ຜ່ານ​ລັດ​ຟລໍຣິດາຈາກ​ອ່າວ​ເມັກ​ຊິ​ໂກ​ໃນ​ວັນ​ສຸກ​ວານ​ນີ້​ແລະ​ພວມ​ເຄື່ອນ​ໄຫວ​ເຂົ້າສູ່​ລັດ​ຈໍ​ເຈຍ​ແລະ​ລັດ​ຄາ​ໂຣ​ໄລ​ນາ​ທັງ​ສອງ.

ລົມ​ພາຍຸ​ດັ່ງກ່າວ​ນີ້ໄດ້​ພາກັນ​ມີ​ການ​ປະກາດ​ປິດ​ແລະ​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ສະພາບອາ ກາດ ​ເລາະ​ຕາມ​ບໍລິ​ເວນ​ສ່ວນ​ໃຫຍ່ ​ຂອງ​ເຂດ​ແຄມ​ຝັ່ງ​ມະຫາ​ສະມຸດ​ອັດລັນ​ຕິກ ຮວມທັງ​ນະຄອນ​ນິວຢອກ ບ່ອນ​ທີ່​ເຈົ້າຄອງ​ນະຄອນ Bill de Blasio ກ່າວ​ວ່າຈະ​ມີ​ການ​ປິດຫາດ​ຊາຍໃນ​ນະຄອນ​ດັ່ງກ່າວ​ແລະ​ຫ້າມ​ບໍ່​ໃຫ້​ຜູ້​ຄົນ​ລົງ​ລອຍ​ນ້ຳ​ໃນ​ວັນ​ອາທິດ​ມື້ອື່ນ​ ​ແລະ​ອາດ​ຈະ​ປິດ​ໄປ​ຈົນ​ຮອດ​ວັນ​ອັງຄານ ຍ້ອນ​ໄພ​ອັນຕະລາຍ ​ທີ່​ອາດ​ເກີດ​ຂຶ້ນຄື້ນ​ຟອງ​ຕັດ. ທ່ານ​ກ່າວ​ວ່າ “ສິ່ງ​ສຳຄັນ​ອັນ​ທີ​ນຶ່ງ​ທີ່​ຂ້າພະ​ເຈົ້າຢາກ​ເວົ້າຕໍ່​ຊາວ​ນິວຢອກ​ກໍ​ຄື​ວ່າ ຄື້ນຟອງ​ຕັດ​ນີ້ ແມ່ນ​ເປັນ​ອັນຕະລາຍ​ຫລາຍ ນີ້​ແມ່ນ​ຄຳ​ເຕືອນ​ນ້ຳ​ເບີ​ນຶ່ງ​ຂອງ​ຂ້າພະ​ເຈົ້າ.”

ວັນ​ແຮງ​ງານ​ຢູ່​ໃນ​ສະຫະລັດສະຫຼອງກັນ​ໃນ​ວັນ​ຈັນ​ອາທິດ​ທຳ​ອິດ​ຂອງ​ເດືອນກັນຍາ​ແລະ​ໄດ້​ກາຍ​ມາ​ເປັນ​ວັນພັກ​ຢ່າງ​ເປັນ​ທາງ​ການ​ ໃນ​ປີ 1894 ຫລັງ​ຈາກ​ໄດ້​ຮັບ​ການ​ຊຸກຍູ້​ໂດຍ ບັນດາ​ສະຫະພັນ​ກຳມະບານ​ແຫ່ງ​ຊາດ. ນັບ​ເປັນ​ເວລາ​ຫຼາຍໆທົດ​ສະວັດ​ຜ່ານ​ມາ​ແລ້ວ​ທີ່​ຫົວ​ເມືອງ​ຕ່າງໆ​ໃຊ້​ໂອກາດ​ນີ້ສວນ​ສະໜາມແລະ​ແຫ່​ພາ​ເຣດ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ກຳມະ ກອນ​ໃນ​ສະຫະພັນ​ແຮງ​ງານ​ຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG