ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄວລຸ້ນອາເມຣິກັນ ຖືກຈັບ ໃນຖານພະຍາຍາມ ເດີນທາງ ໄປຮ່ວມກັບ ພວກຫົວຮຸນແຮງ ISIS


ພາບແຕ້ມ ຂອງທ້າວ Mohammed Hamzah Khan ໄປຂຶ້ນສານ.
ພາບແຕ້ມ ຂອງທ້າວ Mohammed Hamzah Khan ໄປຂຶ້ນສານ.

ຊາຍ​ໜຸ່ມ​ອາ​ເມຣິກັນ ອາຍຸ 19 ປີຄົນ​ນຶ່ງ ​ໄດ້​ຖືກ​ຈັບ​ໃນ​ຂໍ້ຫາ ພະ
ຍາຍາມ​ເດີນ ທາງໄປ​ຕ່າງ​ປະ​ເທດ ​ເພື່ອໄປເຂົ້າ​ຮ່ວມກັບກຸ່ມ​ຫົວ
​ຮຸນ​ແຮງ ລັດ​ອິສລາມ IS ຫລື​ເອີ້ນ​ໃນ​ອີກ​ສອງ​ຊື່ວ່າ ISIS ແລະ
ISIL ນັ້ນ.

ຖະ​ແຫລ​ງ​ຂ່າວ​ສະ​ບັບນຶ່ງ ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ກະຊວງ​ຍຸຕິ​
ທຳສະຫະລັດ ກ່າວ​ວ່າ ທ້າວ Mohammed Hamzah Khan
​ໄດ້​ຖືກ​ຈັບ​ ​ໂດຍ​ບໍ່​ມີ​ບັນຫາໃດໆ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ຢູ່​ເດີ່ນ
ບິນນາໆ​ຊາດ O’Hare ໂດຍ​ເຈົ້າໜ້າ​ທີ່​ຕຳຫລວດ​ສືບສວນກາງ
FBI ກ່ອນ​ທີ່​ລາວ​ຈະ​ຂຶ້ນ​ເຮືອບິນ ​ຈາກ Chicago ​ໄປ​ຍັງ
Istanbul ປະ​ເທດ​ເທີ​ກີ ຜ່ານ Vienna ປະ​ເທດ​ອອສ​ເຕຣຍ.

ທ້າວ Khan ​ໄດ້​ຖືກ​ກ່າວ​ຫາ​ ໃນ​ຄຳ​ຟ້ອງ​ຮ້ອງຂໍ້​ຫາ​ອາຍາ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ທີ່​ສານສະ
ຫະລັດປະຈຳ​ເຂດ ​ໃນຂໍ້​ຫາ​ນຶ່ງ​ກະ​ໂທ​ງ ຖານ​ພະຍາຍາມສະໜອງ​ການ​ສະໜັບສະໜຸນ​
ທາງ​ວັດຖຸ ​ໃຫ້​ແກ່ອົງການ​ກໍ່​ການ​ຮ້າຍ​ຕ່າງປະ​ເທດ ທີ່​ປະຕິບັດ​ງານ​ຢູ່​ໃນ ອີຣັກ ​ແລະ​ຊິ​
ເຣຍ. ທ້າວ Khan ຊຶ່ງ​ເປັນ​ຄົນ​ລັດ Illinoise ​ໄດ້​ໄປ​ປາກົດ​ໂຕຢູ່ສານ​ ໃນ​ວັນ​ຈັນ​ວານ​ນີ້
​ແລະ​ຍັງຖືກ​ຄວບ​ຄຸມ​ຕົວ​ໄວ້ ເພື່ອ​ລໍຖ້າ​ການ​ຮັບພິຈາລະນາ​ ໃນ​ວັນ​ພະຫັດຈະ​ມາ​ເຖິງ​ນີ້
ກ່ຽວ​ກັບ​ວ່າ ສົມຄວນ​ຈະ​ກັກ​ຂັງຜູ້ ກ່ຽວ​ໄວ້​ຫລື​ບໍ່​.

​ເອກະສານຖະ​ແຫລ​ງ​ຂ່າວເວົ້າວ່າ ການ​ພະຍາຍາມ ​ສະໜອງ​ການ​ສະໜັບສະໜຸນ​ທາງ
ວັດຖຸ ​ໃຫ້​ອົງການ​ກໍ່​ການ​ຮ້າຍ​ຕ່າງ​ຊາດ ຈະ​ຖືກ​ລົງ​ໂທດ​ຕິດ​ຄຸກ ຢ່າງ​ໜ້ອຍ 15 ປີ ​ແລະ
​ປັບໄໝ 250,000 ​ໂດ​ລາ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG