ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາງ Ledecky ສ້າງສະຖິຕິໃໝ່ ສ່ວນທ້າວ Phelps ໄດ້ຮັບຫຼຽນເງິນ


ນາງ Ledecky ໂຊຫລຽນຄຳ ຈາກການແຂ່ງລອຍນ້ຳ freestyle ໄລຍະ 800 ແມັດ.
ນາງ Ledecky ໂຊຫລຽນຄຳ ຈາກການແຂ່ງລອຍນ້ຳ freestyle ໄລຍະ 800 ແມັດ.

ດາລາ​ລອຍ​ນ້ຳ​ແມ່ຍິງ​ອາ​ເມຣິກັນ ນາງ Katie Ledecky ​ໄດ້​ທຳລາຍ​ສະຖິຕິ​ໂລກ ​ໃນ​ການ​ລອຍ​ນ້ຳທ່າ freestyle ​ໄລຍະ 800 ​ແມັດ ທີ່​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ລະດູ​ຮ້ອນ​ຢູ່​ນະຄອນຣິ​ໂອ ​ໃນ​ຂະນະ​ທີ່​ນັກ​ລອຍ​ຜູ້​ຊາຍອາ​ເມຣິກັນ ທ້າວ Micheal Phelps ​ໄດ້​ເສຍໄຊ​ ແບບ​ຄາດ​ບໍ່​ເຖິງ ໃນ​ການ​ແຂ່ງ​ລອຍ​ນ້ຳ​ ທ່າ​ແມງກະ​ເບື້ອຫຼື butterfly ໄລຍະ 100 ​ແມັດ ​ໃຫ້​ແກ່​ນັກ​ລອຍ​ນ້ຳຈາກ​ສິງກະ​ໂປ.

ນາງ Ledecky ​ເປັນ​ນັກ​ລອຍ​ນ້ຳ​ອາ​ເມຣິກັນ​ຄົນ​ທຳ​ອິດນັບ​ແຕ່​ນາງ Debbie Myer ​ໄດ້​ເຮັດ​ປະຫວັດ​ໄວ້ ​ໃນ​ປີ 1968 ​ໂດຍ​ເອົາຊະນະ​ການ​ແຂ່ງ​ລອຍ​ນ້ຳ​ແບບ freestyle ທັງໄລຍະ 200, 400 ​ແລະ 800 ​ແມັດ ຢູ່​ກິລາ​ໂອ​ລິ​ມປິກດຽວ​ກັນ. ​ເວລາ​ທີ່​ນາງ​ໄດ້ໃຊ້ ​ໃນ​ວັນ​ສຸກ​ວານ​ນີ້ 8 ນາທີກັບ 4.79 ວິນາທີ​ນັ້ນ ​ແມ່ນ​ໄດ້ປັບ ປຸງ​ສະຖິຕິ​ໂລກ​ຂອງ​ນາງ​ເອງ​ໃຫ້​ດີ​ຂຶ້ນ​ເກືອບ 2 ວິນາທີ. ນອກ​ນັ້ນ ນາງ Ledecky ຍັງ​ໄດ້​ຮັບ​ຫລຽນ​ຄຳ​ ແລະ​ຫລຽນ​ເງິນ​ໃນ​ການ​ແຂ່ງ​ລອຍ​ນ້ຳ​ຕໍ່​ກັນຫຼາຍຄົນ.

ສ່ວນທ້າວ Phelps ໄດ້ເສຍໄຊຢ່າງບໍ່ຄາດຝັນ ໃຫ້ແກ່ນັກລອຍນ້ຳສິງກະໂປ ທ້າວ Joseph Schooling ໃນການແຂ່ງລອຍນ້ຳ ທ່າ​ແມງກະ​ເບື້ອ ຫຼື butterfly ໄລຍະ 100 ​ແມັດ ​ ແລະກໍໃຊ້ເວລາເທົ່າກັນ 3 ຄົນ ກັບນັກກິລາອາຟຣິກາໃຕ້ ແລະຮັງກາຣີ.

ນັກກິລາຫຼຽນເງິນ 3 ຄົນ ຈາກການແຂ່ງລອຍນ້ຳ butterfly ຈາກຊ້າຍ: ທ້າວ Michael Phelps ຈາກສະຫະລັດ ທ້າວ Chad Le Clos ຈາກອາຟຣິກາໃຕ້ ແລະ Laszlo Cseh ຈາກຮັງກາຣີ.
ນັກກິລາຫຼຽນເງິນ 3 ຄົນ ຈາກການແຂ່ງລອຍນ້ຳ butterfly ຈາກຊ້າຍ: ທ້າວ Michael Phelps ຈາກສະຫະລັດ ທ້າວ Chad Le Clos ຈາກອາຟຣິກາໃຕ້ ແລະ Laszlo Cseh ຈາກຮັງກາຣີ.

ນອກ​ນັ້ນ ນັກ​ລອຍ​ນ້ຳ​ອາ​ເມຣິກັນ ຍັງ​ໄດ້​ຊະນະ​ຫຼຽນ​ຄຳແລະ​ທອງ​ແດງ​ ໃນ​ການແຂ່ງ​ລອຍ ນ້ຳ​ແບບ freestyle ​ໄລຍະ 50 ​ແມັດ ຄື​ທ້າວ Anthony Ervin ​ໄດ້ໃຊ້​ເວລາ​ແຕ່​ພຽງ 21.40 ວິນາທີ ຊະນະ​ທ້າວ Floren Manaudou ຈາກປະ​ເທດ​ຝຣັ່ງ ພຽງ​ແຕ່ 1 ສ່ວນ 100 ຂອງ​ວິນາທີ​ເທົ່ານັ້ນ ​ແລະ​ນັກ​ລອຍ​ນ້ຳ​ອາເມ​ຣິກັນ​ອີກ​ຄົນ​ນຶ່ງ ຄື​ທ້າວ Nathan Adrian ພຽງ​ແຕ່ 9 ສ່ວນ 100 ຂອງ​ວິນາທີ​.

ສ່ວນ​ນັກ​ລອຍ​ນ້ຳ​ແມ່ຍິງ​ອາ​ເມຣິກັນ ນາງ Maya DiRado ​ກໍ​ໄດ້​ຮັບ​ຫຼຽນຄຳ​ໃນ​ການ​ແຂ່ງ​ລອຍ​ນ້ຳທ່າ backstroke ​ໂດຍ​ປະຕິ​ເສດ ​ບໍ່​ໃຫ້​ນັກ​ລອຍ​ນ້ຳ​ຮັງ​ກາຣີ ນາງ Katinka Hosszu ​ໄດ້​ຮັບ​ຫລຽນ​ຄຳ​ເປັນ​ປີ​ທີ 4 ​ແຕ່​ໄດ້​ຮັບ​ຫຼຽນເງິນ​ແທນ.

ນັກແລ່ນເອທິໂອເປຍ​ ນາງ Almaz Ayana ຖ່າຍຮູບໃກ້ໆກະດານ ສະແດງສະຖິຕິໃໝ່ ໃນການແລ່ນ 10,000 ແມັດ ຂອງນາງ.
ນັກແລ່ນເອທິໂອເປຍ​ ນາງ Almaz Ayana ຖ່າຍຮູບໃກ້ໆກະດານ ສະແດງສະຖິຕິໃໝ່ ໃນການແລ່ນ 10,000 ແມັດ ຂອງນາງ.

ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ມີ​ການ​ມອບ​ຫລຽນ ​ໃຫ້​ແກ່​ກິລາ​ແລ່ນ​ແລະ​ລານ ປີ 2016ເປັນ​ເທື່ອ​ທຳອິດໂດຍ​ນັກ​ແລ່ນ​ເອທິ​ໂອ​ເປຍ ນາງ Almaz Ayana ​ໄດ້​ຮັບ​ຫລຽນຄຳ ​ແລະເຮັດ​ສະ​ຖິຕິ​ໂລກ​ໃໝ່ 29​ ນາທີກັບ 17.45 ວິນາທີ ​ໃນ​ການ​ແຂ່ງ​ແລ່ນ​ແມ່ຍິງ 10,000 ​ແມັດ ​ໂດຍ​ໄດ້​ທຳລາຍ​ສະຖິຕິ​ເກົ່າ​ຂອງ​ນາງ​ເກືອບ 14 ວິນາທີ.

ຂະນະ​ດຽວ​ກັນ ນາງ Michel Carter ຈາກ​ສະຫະລັດ​ ກໍ​ໄດ້​ຊະນະ​ຫລຽນ​ຄຳ ​ໃນ​ກິລາ​ແກວ່ງ​ໝາກ​ບຸ່ນ​ແມ່ຍິງ ຊຶ່ງ​ພໍ່​ຂອງ​ນາງ Carter ກໍ​ເຄີຍ​ໄດ້​ຮັບ​ຫຼຽນ​ເງິນ ​ໃນ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ດຽວ​ກັນນີ້ ທີ່​ນະຄອນ​ Los Angeles ເມື່ອ​ປີ 1984.

ທີ​ມ​ເຕະບານ​ແມ່ຍິງ​ສະຫະລັດ ​ໄດ້ເສຍ​ໄຊ​ໃຫ້​ແກ່​ສະ​ວີ​ເດັນ ​ໃນ​ຮອບ 4 ທີ​ມ​ໃນ ການ​ເຕະ​ລູກ​ໂທດ. ທີ​ມສະຫະລັດ​ແມ່ນໄດ້​ພະຍາຍ​າມປ້ອງ​ກັນ​ຕຳ​ແໜ່ງຫຼຽນຄຳຂອງ​ຕົນ​ເມື່ອ​ສີ່​ປີ​ກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG