ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Dylan ນັກຮ້ອງ ແລະ ນັກຂຽນເພງຊາວ ອາເມຣິກັນ ຮັບລາງວັນ Nobel


ນັກດົນຕີ ສະຫະລັດ ທ່ານ Bob Dylan ສະແດງຄອນເສີດ
ໃນະລຫວ່າງ ວັນທີສອງຂອງເທດສະການ The Hop ໃນເຂດ Paddock Wood ເມືອງ Kent, ປະເທດ ອັງກິດ. 30 ມິຖຸນາ, 2012.
ນັກດົນຕີ ສະຫະລັດ ທ່ານ Bob Dylan ສະແດງຄອນເສີດ ໃນະລຫວ່າງ ວັນທີສອງຂອງເທດສະການ The Hop ໃນເຂດ Paddock Wood ເມືອງ Kent, ປະເທດ ອັງກິດ. 30 ມິຖຸນາ, 2012.

ນັກຮ້ອງ ແລະ ນັກຂຽນເພງ ຊາວອາເມຣິກັນ ທ່ານ Bob Dylan ໄດ້ຮັບເອົາລາງວັນ
Nobel ໃນຂະແໜງວັນນະຄະດີຂອງທ່ານວັນເສົາວານນີ້ຢູ່ນະຄອນຫຼວງ Stockholm,
ປະເທດ ສວີເດັນ. ອີງຕາມການລາຍງານຂອງສະມາຊິກສະຖາບັນ Academy ສວີເດັນ
ແລະ ສື່ມວນຊົນທ້ອງຖິ່ນ.

ທ່ານ Dylan ໄດ້ຮັບໃບປະກາດ ແລະ ຫຼຽນລາງວັນ Nobel ໃນລະຫວ່າງ ພິທີທີ່ບໍ່ໃຫຍ່
ໂຕຢູ່ໂຮງແຮມແຫ່ງໜຶ່ງ ໃກ້ໆກັບບ່ອນທີ່ທ່ານໄດ້ທຳການສະແດງໃນຕອນແລງຂອງວັນ
ເສົາວານນີ້, ຕາມທີ່ສະມາຊິກຄົນໜຶ່ງຂອງສະຖາບັນ Academy ສວີເດັນ ໄດ້ກ່າວຕໍ່ອົງ
ການຂ່າວ AP.

ສະມາຊິກສະຖາບັນ Academy ທ່ານ Horace Engdahl ໄດ້ຕອບຢ່າງງ່າຍໆວ່າ
“ແມ່ນແລ້ວ” ເມື່ອຖືກຖາມໂດຍນັກຂ່າວໂທລະພາບ SVT ຂອງລັດຖະບານ ສວີເດັນ
ວ່າ ທ່ານ Dylan ໄດ້ຮັບເອົາລາງວັນຂອງທ່ານແລ້ວບໍ.

ຫຼັງຈາກນັ້ນທ່ານໄດ້ສະແດງຄອນເສີດໃນຕອນແລງວັນເສົາວານນີ້ ແຕ່ບໍ່ໄດ້ກ່າວອ້າງ
ເຖິງລາງວັນ Nobel ດັ່ງກ່າວ. ທ່ານມີແຜນທີ່ຈະທຳການສະແດງຄັ້ງທີສອງໃນວັນອາ
ທິດມື້ນີ້.

ສະຖາບັນ Academy ໄດ້ອ້າງເຖິງທ່ານ Dylan “ສຳລັບການທີ່ທ່ານໄດ້ສ້າງກະວີບົດ
ໃໝ່ ໃນປະເພນີເພງອາເມຣິກັນທີ່ຍິ່ງໃຫຍ່”
ໃນການມອບລາງວັນ Nobel ປີ 2016
ໃຫ້ທ່ານ. ທ່ານແມ່ນນັກຂຽນເພງຄົນທຳອິດ ທີ່ຖືກມອບລາງວັນສາຂາວັນນະຄະດີໃຫ້. ຜູ້ຊະນະເລີດກ່ອນໜ້ານີ້ລວມມີບັນດານັກຂຽນຄົນຕ່າງໆໄດ້ແກ່ ທ່ານ Thomas
Mann, ທ່ານ Samuel Beckett, ທ່ານ Gabriel Garcia Marquez ແລະ ທ່ານ
ນາງ Doris Lessing.

ບຸກຄົນແບບຢ່າງຊາວ ອາເມຣິກັນ ອາຍຸ 75 ປີຄົນນີ້ບໍ່ໄດ້ເຂົ້າຮ່ວມໃນພິທີມອບລາງ
ວັນ Nobel ໃນວັນທີ 10 ທັນວາທີ່ຜ່ານມາ ໂດຍອ້າງວ່າຕິດພາລະກິດອື່ນ.

ໃນຄຳປາໄສທີ່ຖືກອ່ານຕາງໜ້າທ່ານ ໃນພິທີມອບລາງວັນເດືອນທັນວາທີ່ຜ່ານມານັ້ນ,
ທ່ານ Dylan ໄດ້ກ່າວສະແດງເຖິງຄວາມຕື່ນເຕັ້ນທີ່ທ່ານໄດ້ກາຍເປັນຜູ້ໄດ້ຮັບລາງວັນ
ກຽດຕິຍົດນີ້.

ທ່ານໄດ້ກ່າວວ່າ “ຖ້າມີຄົນບອກຂ້າພະເຈົ້າກ່ອນໜ້ານີ້ວ່າ ຂ້າພະເຈົ້າມີໂອກາດ
ນ້ອຍທີ່ສຸດທີ່ຈະໄດ້ຮັບລາງວັນ Nobel ນັ້ນ, ຂ້າພະເຈົ້າຄົງຈະຕ້ອງຄິດວ່າ ຂ້າພະ
ເຈົ້າມີໂອກາດນ້ອຍຄືກັບຄົນອື່ນໆ ທີ່ຈະໄດ້ໄປຢືນຢູ່ເທິງເດືອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG