ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຄົ້ນຄວ້າ ອາເມຣິກັນ ຖືກຂ້າຍຕາຍ ລະຫວ່າງ ການປະທ້ວງ ຢູ່ເອທິໂອເປຍ


ການເດີນຂະບວນປະທ້ວງ ສະແດງທ່າທີ ໃນລະຫວ່າງ ບຸນ Irreecha, ງານບຸນຂອບຄຸນພະເຈົ້າ ຂອງປະຊາຊົນ Oromo, ໃນເມືອງ Bishoftu, ຂົງເຂດ Oromia, ຂອງເອທິໂອເປຍ.
ການເດີນຂະບວນປະທ້ວງ ສະແດງທ່າທີ ໃນລະຫວ່າງ ບຸນ Irreecha, ງານບຸນຂອບຄຸນພະເຈົ້າ ຂອງປະຊາຊົນ Oromo, ໃນເມືອງ Bishoftu, ຂົງເຂດ Oromia, ຂອງເອທິໂອເປຍ.

ເຈົ້າໜ້າທີ່ ຈາກມະຫາວິທະຍາໄລ Davis ຂອງລັດ California ໄດ້ກ່າວວ່າ ນັກຄົ້ນຄວ້າ ອາເມຣິກັນຄົນໜຶ່ງ ໄດ້ຖືກຂ້າຕາຍ ໃນປະເທດ​ເອທິໂອເປຍ ຫຼັງຈາກພວກປະທ້ວງໄດ້ ເລີ່ມແກວ່ງກ້ອນຫີນ ໃສ່ລົດທີ່ທ່ານນາງ ຂີ່ໄປຢູ່ນັ້ນ.

ທ່ານນາງ Sharon Gray ເປັນນັກຄົ້ນຄວ້າ ດຸດສະດີບັນດິດ ຢູ່ທີ່ພະແນກຊີວະສາດ ດ້ານພືດພັນ ຂອງມະຫາວິທະຍາໄລດັ່ງກ່າວ. ທ່ານນາງ ໄດ້​ຢູູ່ທີ່​ເອທິໂອເປຍ ເພື່ອເຂົ້າ ຮ່ວມກອງປະຊຸມ ກ່ຽວກັບ ການຄົ້ນຄວ້າຂອງທ່ານນາງ ແລະ ໄດ້ເດີນທາງອອກໄປ ຈາກນະຄອນຫຼວງ Addis Ababa ໃນລົດຄັນໜຶ່ງ ເວລາທ່ານນາງໄດ້ຖືກຂ້າຕາຍ ​ໃນວັນອັງຄານວານນີ້.

ບັນດາເຈົ້າໜ້າທີ່ ຂອງມະຫາວິທະຍາໄລ ໄດ້ກ່າວວ່າ ນັກຄົ້ນຄວ້າອີກທ່ານໜຶ່ງ ຢູ່ທີ່ ພະແນກຊີວະສາດດ້ານພືດພັນ ຜູ້ທີ່ໄດ້ເດີນທາງໄປ​ເອທິ​ໂອ​ເປຍ ​ຮ່ວມກັບທ່ານນາງ Gray ແມ່ນບໍ່ໄດ້ຮັບບາດເຈັບໃນການໂຈມ ຕີ ແລະ ກຳລັງ​ເດີນທາງກັບຄືນມາສະຫະລັດ.

ສະຖານທູດສະຫະລັດ ປະຈຳ​ເອທິໂອເປຍ ​ໃຫ້ການ​ຢືນຢັນວ່າ ພົນລະ ເມືອງຂອງ ສະຫະລັດຄົນ​ນີ້ “​ໄດ້ຖືກກະທົບດ້ວຍກ້ອນຫີນ ແລະ ຕໍ່ມາໄດ້ເສຍຊີວິດ ຈາກບາດແຜ ທີ່ຜູ້ກ່ຽວໄດ້ຮັບ” ແຕ່ບໍ່ໄດ້ເປີດເຜີຍຊື່ຂອງຜູ້ເສຍຊີວິດ.

ທ່ານ Andy Fell ໂຄສົກຂອງມະຫາວິທະຍາໄລ ໄດ້ກ່າວວ່າ ທ່ານນາງ Gray ໄດ້ເຮັດ ວຽກຢູ່ທີ່ ມະຫາວິທະຍາໄລ Davis ຂອງລັດ California ຫຼື UC Davis ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ແລະ ສາມີຂອງທ່ານນາງ ຍັງເປັນພະນັກງານ ຂອງມະຫາວິທະໄລນີ້ ເຊັ່ນກັນ.

ຄວາມຮຸນແຮງ ແມ່ນບໍ່​ເປັນ​ເລື້ອງ​ແປກ​ຫຍັງ ຢູ່ທີ່ການປະທ້ວງດ້ານການເມືອງ ໃນ​ເອທິໂອເປຍ ຊຶ່ງສ່ວນໃຫຍ່​ແມ່ນ​ເກີດ​ຈາກຄວາມຮູ້ສຶກ ບໍ່ພໍອົກພໍໃຈກັບລັດຖະບານ. ຢ່າງນ້ອຍ 55 ຄົນ ໄດ້​ເສຍ​ຊີວິດ ໃນລະຫວ່າງການຢຽບກັນຕາຍ ຢູ່ທີ່ງານບຸນສາສະໜາ ໃນວັນອາທິດທີ່ຜ່ານມາ ສາເຫດ​ແມ່ນເປັນຍ້ອນ ການປະທະກັນລະຫວ່າງ ເຈົ້າໜ້າທີ່ ຕຳຫຼວດ ແລະ ພວກປະທ້ວງ.

ຫຼາຍຮ້ອຍຄົນ ໄດ້ເສຍຊີວິດ ໃນລະຫວ່າງ ການປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ ນັບຕັ້ງແຕ່ ເດືອນພະຈິກ ປີ 2015 ເປັນຕົ້ນມາ ແຕ່ ທ່ານນາງ Gray ເປັນຊາວຕ່າງຊາດ ຄົນທຳອິດທີ່​ໄດ້​ເສຍ​ຊີວິດ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG