ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊາຍ ອາເມຣິກັນ ຄົນນຶ່ງ ຍອມຮັບຜິດ ຕໍ່ຂໍ້ຫາ ພະຍາຍາມ ໄປຮ່ວມ ກັບກຸ່ມລັດອິສລາມ


ກຳລັງສະໜັບສະໜູນ ລັດຖະບານ ຢູ່ແນວໜ້າ ເມືອງ Jurf al-Sakhr, ພາກໃຕ້ນະຄອນ ແບກແດດ
ກຳລັງສະໜັບສະໜູນ ລັດຖະບານ ຢູ່ແນວໜ້າ ເມືອງ Jurf al-Sakhr, ພາກໃຕ້ນະຄອນ ແບກແດດ

ຜູ້​ຊາຍ​ ອາເມຣິກັນ ຄົນ​ນຶ່ງ ທີ່​ພະ​ຍາມ ແຕ່ປະສົບກັບຄວາມ
ລົ້ມແຫຼວ ເພື່ອເດີນທາງໄປຮ່ວມ ກັບກຸ່ມ​ຫົວຮຸນແຮງລັດອິສ
ລາມ ​ປະ​ເຊີນ​ໜ້າ​ກັບ​ການ​ຕິດ​ຄຸກ 15 ປີ ຫຼັງ​ຈາກ​ໄດ້​ສາລະ
ພາບ​ວ່າ ​ມີ​ຄວາມ​ຜິດ ຢູ່​ໃນສະຫະລັດ ​ໃນ​ວັນ​ພະຫັດ​ວານ​ນີ້
​ໃນ​ຄວາມ​ພະຍາຍາ​ມ ເພື່ອໃຫ້ການສະໜັບນະໜຸນ ຕໍ່​ກຸ່ມ​ກໍ່​
ການ​ຮ້າຍນັ້ນ.

ຄະດີ​ຕໍ່ທ້າວ Danold Ray Morgan ອາຍຸ 44 ​ປີ ​ໄດ້ເລີ້ມ
ຂື້ນ​ ໃນ​ຕົ້ນເດືອນ​ສິງຫາ​ເວລາ​ລາວ​ຖືກ​ຈັບຢູ່​ທີ່ສະໜາມ​ບິນ
​ໃກ້​ກັບນະຄອນ New York ໃນຂໍ້ຫາ ທີ່​ບໍ່​ກ່ຽວພັນ​ຂອງລັດ
ຖະບານ​ກາງ ຖານ​ມີອາວຸດ​ປືນຢູ່ໃນຄວາມຄອບຄອງ.

ອີງ​ຕາມ​ເອກ​ກະສາ​ນຂອງ​ສານແລ້ວ ບັນດາ​ນັກ​ສືບສວນ​ ໄດ້​ພົບ​ເຫັນຮ່ອງ​ຮອຍ​ຮູບຂອງ
ທ້າວ Morgan ໃນອິນ​ເຕີ​ແນັດ ​ແລະ​ຄຳ​ເວົ້າຂອງລາວ​ຢູ່​ໃນຕາໜ່າງ​ສື່​ສັງຄົມ ທີ່ໄດ້ເລີ້ມ
ມາ​ແຕ່​ປີ​ກາຍ​ນີ້ ​ໃນການສະໜັບສະໜຸນກຸ່ມອາລກາອີດາແລະ ກຸ່ມລັດອິສລາມ ທີ່ສະຫະ
ລັດລະບຸວ່າເປັນກຸ່ມກໍ່ການຮ້າຍນັ້ນ.

​ໃນ​ຂະນະ​ທີ່​ໄປຢ້ຽມຢາມ ​Lebanon ​ໃນ​ເດືອນ​ພຶດສະພາຜ່ານມານີ້ ທ້າວ Morgan ​ທີ່
ເປັນ​ຊາວ North Carolina ​ໄດ້​ພະຍາຍາມ​ເດີນທາງ​ໄປຊີ​ເຣຍ ຜ່ານ ​ເທີ​ກີ ​ແຕ່​ບໍ່ໄດ້ຮັບ
ອະນຸຍາດ.

ໃນ​ທ້າຍ​ເດືອນ​ກໍລະກົດ​ ທ້າວ Morgan ທີ່ຮ້ອງ​ຕົນ​ເອງ​ວ່າ Abu Omar al Amreeki
​ໄດ້​ຂຽນ​ຢູ່​ໃນ Twitter ວ່າ “ການສັງຫານ​ສັດ​ຕູ​ຂອງ​ພວ​ເຮົາ ​ແລະ​ຕັດ​ຫົວນັ້ນ ແມ່ນ​ເປັນ
​ທີ່ຖືກຕ້ອງ.”

​ໃນ​ໄລຍະດຽວ​ກັນ ​ໃນ​ຂະນະ​ທີ່ຢູ່ນະຄອນ Beirut ລາວ​ໄດ້​ບອກ​ແກ່ຕາໜ່າງ ໂທລະພາບ
ສະຫະລັດ ວ່າ ລາວບໍ່ມີ​ເງິນພຽງພໍ ​ແລະ​ມີ​ແຜນ​ທີ່​ຈະ​ເດີນທາງ​ກັບ ຄືນມາຍັງສະຫະລັດ.

ທ້າວ Morgan ​ໄດ້​ຮັບ​ສາລະພາບ ຢູ່​ໃນ​ການ​ສຳພາດ​ກັບ NBC ວ່າ ລາວ​ຮູ້​ດີວ່າ “ມີ
ຄວາມເປັນ​ໄປ​ໄດ້​ສູງ” ທີ່​ລາວ​ຈະ​ຖືກ​ກ່າວ​ຫາ​ວ່າ ໃຫ້ການສະໜັບສະໜຸນຕໍ່ບັນດາ​ອົງ
ການ​ກໍ່​ການ​ຮ້າຍ ຫລື​ເຂົ້າ​ຮ່ວມໃນກິດຈະການ​ກໍ່​ການ​ຮ້າຍຕ່າງໆ.

ການ​ຕັດສິນ​ລົງ​ໂທດ ມີ​ກຳນົດຈະຈັດຂຶ້ນ​ໃນ​ເດືອນ​ກຸມພາ ປີ 2015. ທ້າວ Morgan ປະ​
ເຊີນ​ໜ້າ​ກັບ​ການ​ຕິດ​ຄຸກເຖິງ 15 ປີ ໃນຂໍ້ຫາທີ່​ພົວພັນ​ກັບ​ການ​ ການ​ກໍ່​ການ​ຮ້າຍ ​ແລະ​
ອີກ10 ປີ ​ໃນ​ຂໍ້​ຫາ​ຕົ້ນຕໍ່​ທີ່ມີ​ອາວຸດຢູ່ໃນຄອບຄອງໂດຍ ຄົນຮາຍ.ລາວ ອາດ​ຈະ​ຖືກ​ປັບ
​ໄໝເຖິງ 250,000 ​ໂດລາ ​ໃນແຕ່ລະ​ຂໍ້​ກ່າວ​ຫາ.

XS
SM
MD
LG