ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນເອກກະລາດຂອງອາເມຣິກາ


ການປົກຄອງ​ດ້ວຍ​ຕົນ​ເອງ ກໍ​ຄືການ​ທີ່ປະຊາຊົນເປັນຜູ້​ບໍຣິຫານທຸກໆ​ ໜ້າ​ທີ່ທີ່​ຈຳ​ເປັນຂອງອຳນາດ​ ໂດຍ​ປາດ​ສະ​ຈາກ​ການ​ແຊກ​ແຊງ​ຂອງ​ອຳນາດ​ຂັ້ນ​ສູງ​ທ່ີພວກ​ເຂົາ​ເຈົ້າບໍ່​ສາມາດຄວບ​ຄຸມ​ໄດ້​ນັ້ນ ​ແມ່ນເປັນ​ຄ່າ​ນິຍົມ​ຕົ້ນຕໍ​ຂອງ​ຊາວ​ອະ​ເມຣິກັນ. ນອກ​ນີ້​ແລ້ວ ​ມັນ​ກໍ​ຍັງ​ເປັນ​ໝາກ​ຫົວ​ໃຈ​ຂອງ​ຄຳ​ປະກາດ​ເອກ​ກະລາດ ທີ່ໄດ້​ເຊັນ​ກັນເມື່ອສອງ​ຮ້ອຍ​ສາມ​ສິບ​ສ່ີ​ປີ​ກ່ອນ ຊ່ຶງ​ພວກ​ເຮົາ​ພາກັນ​ສະ​ເຫຼີ​ມສະຫຼອງ​ກັນໃນ​ມື້​ນີ້.

ທ່ານ ທໍ​ມັສ ​ເຈັບ​ເຟິຊັນ ຊ່ຶງ​ເປັນຜູ້​ຂຽນ​ຫລັກຂອງ​ເອກ​ກະສາ​ນຫລື​ຄຳ​ປະກາດ​ສະບັບ​ນັ້ນ ​ໄດ້​ຂຽນ​ວ່າ ການ​ປົກຄອງ​ດ້ວຍ​ຕົນ​ເອງ ​ແມ່ນ​ເປັນ “ຖານະອັນ​ນ່ຶງ​ຕ່າງຫາກ​ແລະ​ຖານະທ່ີ​ເທ່ົາ​ທຽມ​ກັນ ທ່ີ​ທຸກ​ຄົນ​ມີ​ສິດ​ຈະ​ໄດ້​ຮັບ ພາຍ​ໃຕ້ “ກົດ​ຂອງ​ທຳ​ມະ​ຊາດ​ແລະ​ພະຜູ້​ເປັນ​ເຈົ້າຂອງ​ທຳ​ມະ​ຊາດ.​” ການ​ປົກຄອງ​ດ້ວຍ​ຕົນ​ເອງ​ນັ້ນ​ ບໍ່ແມ່ນ​ສ່ິງທ່ີ​ໄດ້​ມາ​ຢ່າງ​ງ່າຍ ດາຍ. ປະຫວັດ​ສາດ​ຕອນ​ຕົ້ນໆ​ຂອງ​ອະ​ເມຣິກາ ​ໄດ້​ຖືກ​ຂີດ​ໝາຍ​ໄວ້ ​ໂດຍສົງຄາມ​ກັບ​ຫຼາຍໆ​ປະເທດ ທ່ີ​ຖືກຂົ່ມຂູ່​ໂດຍລັດຖະບານ​ສາທາ ລະນະລັດ ​ແລະ​ການ​ຂັດ​ແຍ້​ງລະຫວ່າງຊາວ​ອະ​ເມຣິກັນດ້ວຍ​ກັນ​ເອງ ນຳ​ ກ່ຽວ​ກັບ​ວ່າລັດຖະບານ​ສາທາລະນະ​ລັດທ່ີ​ພວກ​ເຂົາ​ເຈົ້າ​ຢາກ​ໄດ້​ນັ້ນ ໃນບັ້ນ​ສຸດ​ທ້າຍ​ແລ້ວ ຄວນ​ຈະ​ມີຮູບ​ແບບ​ແນວ​ໃດ​. ຢ່າງໃດ​ກໍ​ດີ ຄຳ​ປະ ກາດ​ທ່ີ​ວ່າ​ນີ້ ກໍ​ໄດ້​ວາງ​ພື້ນຖານ​ໄວ້​ໃຫ້​ຊາດ​ນ່ຶງ ທ່ີໄດ້ຍືນ​ຍົງ​ຄົງ​ຢູ່​ແລະ ເຕີບ​ໃຫຽ່ຂະຫຍາຍ​ໂຕ​ຂຶ້ນ​ເລື້ອຍໆ ແລະ​ເປັນ​ແຮງ​ດົນ​ໃຈ​ໃຫ້​ເກີດ​ຂະ ບວນການ​ເພ່ືອ​ເອກກະລາດທ່ີ​ຄ້າຍໆ​ຄື​ກັນ ຢູ່​ໃນ​ທົ່ວ​ໂລກ.

ເວລາ​ສົງຄາມ​ໄດ້​ລະ​ເບີດ​ຂຶ້ນ​ເປັນ​ເທ່ືອ​ທຳ​ອິດ ​ລະຫວ່າງ​ປະ​ເທດ​ອັງກິດ​ກັບ​ຊາວ​ອະ​ນາ​ນິຄົມ​ອະ​ເມຣິກາ​ເໜືອ ​ມີ​ພໍ​ທ່ໍ​ໃດ​ຄົນທ່ີວາດ​ພາບ​ອອກ ຢ່າ​ວ່າ​ແຕ່​ສະ​ໜັບ​ສະ​ໜູນເລີຍ ວ່າ​ຈະ​ມີ​ປະ​ເທດ​ໃໝ່​ເກີດ​ຂຶ້ນ​ມາໄດ້.

ບັນດາ​ນັກ​ປະວັດ​ສາດ​ພາກັນ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ແມ່ນ​ແຕ່​ໃນ​ເວລາ​ທ່ີ​ສົງ ຄາມ​ຟົດເດືອດ​ຢ່າງ​ຮ້າຍ​ແຮງ​ຢູ່​ນັ້ນ ​ກໍ​ໄດ້​ມີ​ການ​ແຕກ​ແຍກ​ກັນ​ຢ່າງ​ໃຫຽ່ ​ໃນ​ລະຫວ່າງຊາວ​ອະ​ນາ​ນິຄົມ​ ກ່ຽວ​ກັບ​ອະນາຄົດ​ຂອງ​ປະ​ເທດ​ຊາດ. ປະມານ​ນ່ຶງ​ສ່ວນ​ສາມ​ຂອງ​ຜູ້​ຄົນ​ໃນ​ຕອນ​ນັ້ນ ​ພາກັນເຊ່ື​ອວ່າ ມີ​ຄວາມ​ຈຳ​ເປັນ​ທ່ີ​ຈະ​ຕ້ອງແຍກ​ອອກ​ຈາກ​ອັງກິດ​ຢ່າງ​ສິ້ນ​ເຊິ​ງ. ອີກ​ນ່ຶງ​ສ່ວນ​ສາມ​ແມ່ນ​ຍັງ​ຈົງ​ຮັກ​ພັກດີ​ຕໍ່​ກະ​ສັດ​ອັງກິດຢູ່ ສ່ວນອີກ​ນ່ຶງ​ສ່ວນ​ສາມ​ກໍແມ່ນ​ພຽງ​ແຕ່​ບໍ່​ຢາກ​ໃຫ້​ຜູ້​ໃດ​ມາ​ຫຽຸ້ງກ່ຽວ ​ເພື່​ອຕົນ​ເອງ​ຈະ​ໄດ້​ລ້ຽງ​ດູ​ຄອບຄົວ​ແລະ​ດຳ​ເນີນ​ວຽກ​ການ​ຂອງ​ຕົນ​ໄປ​ໄດ້​ຢ່າງ​ສະບາຍ.

ພວກຜູ້​ຊາຍ​ຫ້າ​ສິບ​ຫົກ​ຄົນ​ທ່ີ​ລົງ​ນາມ​ໃນ​ຄຳ​ປະກາດ​ດ່ັງກ່າວ​ໃນ​ວັນ​ທີ 4 ກໍລະກົດ ປີ 1776 ນັ້ນ ​ໄດ້​ລົງ​ຄະ​ແນນ​ສຽງເລືອກເອົາຄວາມ​ເປັນ​ເອກ​ກະລາດຈຸທໍາອິດ. ​ແລ້ວ​ເພ່ືອນ​ຮ່ວມ​ຊາດ​ທັງຫຼາຍຂອງ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ ຮອງ​ເອົາ​ຕາມ​ນັ້ນ ​ແລະ​ພ້ອມ​ກັນ​ນັ້ນ ກໍ​ໄດ້​ຮັບຮອງ​ເອົາ​ຫຼັກການ​ ທີ່​ໃນ ​ເວລາ​ນັ້ນຖື​ວ່​າ​ເປັນ​ຫລັກການ​ທີ່​ຮຸນແຮງ ​ຄື​ຫລັກການ​ທີ່​ວ່າ ລັດຖະບານ​ຄວນອິງ​ໃສ່​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ພວກ​ທ່ີ​ຖືກ​ປົກຄອງ.

ເຖິງ​ແມ່ນ​ເຫດການ​ນີ້ຈະ​ເປັນ​ເຫດການ​ແລະ​ເປັນ​ສ່ິງທ່ີ​ພາ​ໃຫ້​ພວກ​ເຮົາ​ໄດ້​ສະຫລອງ​ກັນ​ໃນ​ມື້​ນີ້​ກໍ​ຕາມ ມັນ​ກໍ​ບໍ່​ແມ່ນ​ເປັນ​ຂອງຊາວອະ​ເມຣິກັນໂດຍສະ​ເພາະ​ເທົ່າ​ນັ້ນ. ຫລັກການ​ທີ່​ວ່າ​ນີ້ ໄດ້ຖືກ​ຮັບຮອງ​ເອົາ​ແລະ ເທີ​ດທູນ​ໄວ້ ຢູ່ໃນລັດຖະທຳ​ມະນູນ​ຂອງ​ຫຼາຍໆ​ປະ​ເທດ​ ແລະໄດ້​ຖືກ ຈາລຶກໄວ້ ​ຢູ່​ໃນ​ຄຳ​ປະກາດສາກົນກ່ຽວ​ກັບສິດທິ​ມະນຸດ​ ຊ່ຶງ​ພວກ​ເຮົາ​ໝົດ​ທຸກ​ຄົນ​ຮັບ​ຮູ້ນັ້ນ. ເວົ້າ​ແທ້​ແລ້ວ​ກໍ​ແມ່ນ​ວ່າ ວັນ​ເອກ​ກະຣາດຂອງ​ ອາ​ເມຣິກາ ​ແມ່ນ​ເປັນ​ການສະ​ເຫຼີ​ມສະຫຼອງມວນ​ຊາດມະນຸດ​ຂອງ​ພວກ​ເຮົາຮ່ວມ​ກັນ.

XS
SM
MD
LG