ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ໃຫ້ຄວາມເຫັນ ແບບປົນກັນ ກ່ຽວກັບ ບົດບາດ ຂອງ ສຫລ ໃນໂລກ


ພວກລູກເສືອຊາຍ ກຳລັງຢືນຢູ່ເທິງເວທີ ກັບທຸງຊາດ ໃນລະຫວ່າງພິທີປະຕິຍານໂຕ.
ພວກລູກເສືອຊາຍ ກຳລັງຢືນຢູ່ເທິງເວທີ ກັບທຸງຊາດ ໃນລະຫວ່າງພິທີປະຕິຍານໂຕ.

ການ​ສຶກສາຄົ້ນຄວ້າ​ຄັ້ງ​ໃໝ່ ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ອາ​ເມຣິກັນມີ​ຄວາມ​ເຫັນ​ແບບ​ປະ ສົມ​ປະສານ​ກັນ ກ່ຽວ​ກັບ​ສະຖານະ​ພາບ​ ຂອງ​ປະ​ເທດ​ຊາດ​ເຂົາ​ເຈົ້າ ຢູ່​ໃນ​ເວທີໂລກ.

ການ​ສຳ​ຫຼວດ​ໂດຍ​ສູນ​ກາງຄົ້ນຄວ້າ Pew ພົບ​ເຫັນ​ວ່າ ​ເກືອບ​ສາມ​ສ່ວນ​ສີ່​ຂອງ​ຊາວ​ອາ​ເມຣິກັນ​ເຊື່ອ​ວ່າ ສະຫະລັດ​ ເປັນ​ປະ​ເທດ​ມະຫາ​ອຳນາດ​ທາງ​ທະຫານ​ ທີ່ໃຫຍ່​ທີ່​ສຸດ​ໃນ​ໂລກ ​ໃນ​ຂະນະ​ທີ່​ຫລາຍ​ກວ່າ​ເຄິ່ງກ່າວ​ວ່າ ສະຫະລັດ​ເປັນ​ປະ​ເທດມະຫາ​ອຳນາດ​ທາງ​ດ້ານ​ເສດຖະກິດ​ນຳ​ດ້ວຍ.

54 ​ເປີ​ເຊັນ ​ຂອງ​ພົນລະ​ເມືອງ​ອ​າ​ເມຣິກັນ​ເຊື່ອ​ວ່າ ​ເສດຖະກິດ​ຂອງ​ສະຫະລັດ​ເປັນ​ເສດ ຖະກິດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ ນັບ​ແຕ່​ປີ 2008 ​ເປັນຕົ້ນມາ ທີ່​ປະ ຊາຊົນອາ​ເມຣິກັນ​ຫຼາຍກວ່າ​ເຄິ່ງ​ໃຫ້​ຄວາມ​ສຳຄັນ​ແກ່​ເສດຖະ​ກິດ​ເປັນອັນ​ດັບ​ນຶ່ງ.

ນັບ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ​ທີ່​ຊາວ​ອ​າ​ເມຣິກັນເຊື່ອ​ວ່າ ກອງທັບ​ຂອງ​ສະຫະລັດ​ເປັນ ​ທີ່ໜ້​າ​ເກງ​ຂາມ​ທີ່​ສຸດ​ໃນ​ໂລກ ​ແລະ​ກໍ​ຍັງສືບ​ຕໍ່​ມີ​ຄວາມ​ເຊື່ອ​ແບບ​ນັ້ນ ​ໂດຍທີ່ 72 ​ເປີ​ເຊັນ​ເຫັນ​ພ້ອມ​ກ່ຽວ​ກັບ​ເລື້ອງນີ້ ຢູ່​ໃນ​ລາຍ​ງານ​ການ​ສຳ​ຫຼວດຫລ້າ​ສຸດ.

​ເຖິງ​ແມ່ນ​ວ່າ​ ຊາວ​ອາ​ເມຣິກັນ ​ມີ​ຄວາມ​ເຫັນ​ໄປ​ໃນ​ທາງ​ດີ ​ກ່ຽວ​ກັບ​ເລື້ອງກອງທັບ​ ແລະ ​ເສດຖະກິດ​ກໍ​ຈິງ ​ແຕ່​ລາຍ​ງານ​ກໍ​ພົບ​ວ່າຊື່​ສຽງ​ຂອງ​ອາ​ເມຣິກາ​ຢູ່​ໃນ​ເວທີ​ໂລກບໍ່​ໄດ້ໂດດ​ເດັ່ນ ​ດັ່ງ​ທີ່​ເຄີຍ​ເປັນ​ມາ.

ລາຍ​ງານ​ກ່າວ​ວ່າ 46​ ​ເປີ​ເຊັນ​ຂອງ​ລາວ​ອາ​ເມ​ຣິກັນ​ເຊື່ອ​ວ່າ ສະຫະລັດ​ມີ​ອິດທິພົນກ່ຽວ​ກັບການ​ເອົາບົດບາດ​ຕ່າງໆຢູ່​ໃນ​ໂລກ ໜ້ອຍ​ກວ່າ​ເມື່ອ​ນຶ່ງ​ທົດ​ສະ​ວັດ​ຜ່ານມາ ຊຶ່ງ​ເປັນ​ການ​ເພິ້ີ້ມຂຶ້ນຢ່າງ​ຫຼວງຫຼາຍ ຈາກ 20 ​ເປີ​ເຊັນ ​ໃນ​ປີ 2004.

ຄວາມ​ຮູ້ສຶກ​ທີ່​ວ່າ ​ສະຫະລັດ​ມີ​ອິດ​ທິພົນ​ໜ້ອຍ​ລົງ​ນີ້ ​ໄດ້​ເພີ້ມຂຶ້ນຢ່າງ​ຫຼວງຫຼາຍ ນັບ​ແຕ່​ທ່ານ​ໂອ​ບາ​ມາ​ເຂົ້າກຳ​ຕຳ​ແໜ່​ງ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ເປັນ​ຍ້ອນ​ວ່າ ນີ້​ໄດ້​ກາຍເປັນທັດ ສະນະ​ຄວາມ​ເຫັນ​ໃນ​ໝູ່ສະມາຊິກ​ຂອງ​ພັກ​ຣີພັບ​ບລີ​ກັນ​ສ່ວນ​ຫຼາຍ​ ນັ້ນຄື​ຄຳ​ເວົ້າຂອງ​ຍານາງ Caroll Doherty ຫົວໜ້າລາຍ​ງານ​ການ​ສຶກສາພ້ອມ​ທັງ​ເປັນຜູ້ອຳນວຍການ ​ຝ່າຍ​ຄົ້ນຄວ້າ​ທາງ​ດ້ານ​ການ​ເມືອງ​ຂອງ​ສູນ​ກາງ Pew.

ສະມາຊິກ​ພັກ​ເດ​ໂມ​ແຄຣັດ 73 ​ເປີ​ເຊັນ​ເຊື່ອວ່າ ສະຫະລັດ​ເປັນ​ປະ​ເທດ​ທີີ່​ມີ​ກຳລັງ​ທະ ຫານ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກສົມ​ທຽບ​ໃສ່ 66 ​ເປີ​ເຊັນຂອງ​ພັກ​ຣີພັບ​ບລີກັນ. ຍານາງ Doherty ກ່າວ​ສະຫລຸບ​ວ່າ ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ ລະຫວ່າງ​ທັງສອງ​ພັກ​ການ​ເມືອງ​ແມ່ນ​ເປັນ​ທີ່ໜ້າ​ສົນ​ໃຈ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG