ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນຮ້າຍ ຊາວອາເມຣິກັນ ທີ່ພະຍາຍາມ ຂ້າ ນັກການທູດ ໃນເມັກຊິໂກ ຖືກກ່າວໂທດ


ທຸງຊາດ ເມັກຊິໂກ.
ທຸງຊາດ ເມັກຊິໂກ.

ກະຊວງຍຸດຕິທຳ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ຄົນ ອາເມຣິກັນ ທີ່ຖືກຈັບ ກຸມ​ໃນການຍິງເຈົ້າໜ້າທີ່ກົງສຸນ ສະຫະລັດ ຄົນໜຶ່ງທີ່ປະເທດ ເມັກຊິໂກ ເມື່ອສັບປະດາທີ່ ຜ່ານມາໄດ້ຖືກສົ່ງອອກຈາກປະເທດດັ່ງກ່າວ​ແລ້ວ.

ທ້າວ Zia Zafar ອາຍຸ 31 ປີ ຈາກເມືອງ Chino Hills ລັດ ຄາລິຟໍເນຍ ໄດ້ໄປປະກົດຕົວ ຕໍ່ສານເມືອງ Alexandria ລັດ ເວີຈິເນຍ ຂອງ ສະຫະລັດ ໃນຕອນບ່າຍຂອງວັນອັງຄານ ວານນີ້, ແລະ ໄດ້ຖືກກ່າວໂທດໜຶ່ງກະທົງ ດ້ວຍຂໍ້ຫາພະຍາຍາມຂ້າຄົນ ທີ່ໄດ້ຮັບການປົກ ປ້ອງຈາກສາກົນ.

ພາບວິດີໂອຈາກກ້ອງວົງຈອນປິດທີ່ຖືກເປີດເຜີຍ​ໂດຍ ເຟສບຸກ ທີ່ ສະຖານກົງສຸນ ສະຫະ ລັດ ໄດ້ສະແດງໃຫ້ເຫັນທ້າວ Zafar ລໍຖ້າຢູ່ ນອກບ່ອນຈອດລົດ ກ່ອນຍິງປືນໃສ່ລົດຄັນ ໜຶ່ງໃນຕອນແລງວັນສຸກ ທີ່ຜ່ານມາ. ລາວໄດ້ເຮັດໃຫ້ເຈົ້າໜ້າທີ່ກະຊວງ​ການຕ່າງປະເທດ ທ່ານ Christopher Ashcraft ໄດ້ຮັບບາດເຈັບ, ເຊິ່ງມີລາຍງານວ່າ ຜູ້ກ່ຽວມີອາການຄົງ ທີ່ໃນໂຮງໝໍເມືອງ Guadalajara, ປະເທດ ເມັກຊິໂກ.

ອີງຕາມການຟ້ອງຮ້ອງຕໍ່ທ້າວ Zafar ນັ້ນ, ລາວໄດ້ປິດບັງຕົນເອງ ແລະ ໄດ້ຕິດຕາມທ່ານ Ashcraft ໄປໃນບ່ອນຈອດລົດ ແລະໄປຫາລົດຂອງທ່ານ. ໃນຂະນະທີ່ທ່ານ Ashcraft ໄດ້ຂັບລົດໄປທາງ ອອກນັ້ນ, ທ້າວ Zafar ກໍໄດ້ຍິງປືນໃສ່ໜ້າເອິກຂອງທ່ານ ແລະ ໄດ້ຫຼົບ ໜີໄປ.

ລາວໄດ້ຖືກຈັບກຸມໂດຍບັນເຈົ້າໜ້າທີ່ ເມັກຊິໂກ ໃນວັນອາທິດທີ່ຜ່ານມາ ແລະ ຖືກສົ່ງ ອອກຈາກປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Mexico Shooting
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG