ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

26 ຄົນເສຍຊີວິດ ໃນເຫດສັງຫານໝູ່ ຢູ່ໂຮງຮຽນປະຖົມ ໃນສະຫະລັດ (ສະໄລດ໌)


منتظمین کے مطابق اس سال دوڑ میں شرکت کے لیے ریکارڈ 36 ہزار افراد نے خود کو رجسٹر کرایا تھا۔
منتظمین کے مطابق اس سال دوڑ میں شرکت کے لیے ریکارڈ 36 ہزار افراد نے خود کو رجسٹر کرایا تھا۔
ບັນດາ​ເຈົ້າ​ໜ້າ​ທີ່ຍັງ​ບໍ່​ທັນ​ໄດ້​ບອກ​ໃຫ້​ຮູ້​ເທື່ອ​ວ່າ ​ແມ່ນ​ຫຍັງເປັນ
ສາເຫດ​ໃຫ້​ມື​ປືນ​ອາຍຸ 20 ປີ ຄົນ​ນຶ່ງ ທໍາ​ການຍິງສັງຫານ​ໝູ່​ ເດັກ
ນ້ອຍ 20 ຄົນ ​ແລະ​ຜູ້​ໃຫຍ່ 6 ຄົນ ຢູ່​ໂຮງຮຽນ​ປະຖົມ ​ໃນ​ເມືອງ
Newton ລັດ Connecticut ​ໃນ​ເຊົ້າ​ວັນ​ສຸກ​ວານ​ນີ້.

ບັນດາ​ຜູ້​ໄວ້ທຸກຫລາຍ​ຮ້ອຍ​ຄົນ​ ພາກັນ​ໄປ​ເຕົ້າ​ໂຮ​ມ​ຢູ່​ໂບດ​ໃນ
​ເມື​ອງ Newton ​ໃນຄືນ​ວັນ​ສຸກ ​ເພື່ອຮ່ວ​ມ​ໄວ້​ທຸກ​ແກ່​ພວກ​ເຄາະ​
ຮ້າຍ ​ໃນ​ຂະນະ​ທີ່​ປະຊາ​ຄົມ​ແລະ​ປະ​ເທດ​ຊາດ ພະຍາຍາມ​ທໍາ​
ຄວາມ​ເຂົ້າ​ໃຈ. ຜູ້ປົກຄອງ​ລັດ ທ່ານ Sannel Malloy ກ່າວຕໍ່​ພວກ​ໄວ້ອາ​ໄລ​ວ່າ “ມື້​ນີ້ ຜີ​ມານ​ໄດ້​ມາ​ຢ້ຽມຢາມ​ປະຊາ​ຄົມແຫ່ງນີ້.”

​ໃນ​ວັນ​ເສົາ​ມື້​ນີ້ ປະທານາທິບໍດີ​ Barack Obama ​ໄດ້​ກ່າວ​ຢູ່​ໃນ​ຄໍາ​ປາ​ໄສ​ປະ​ຈໍາ​ອາທິດ​ຂອງ​ທ່ານ​ວ່າ ​ເວລາ​ນີ້ ພໍ່​ແມ່​ທຸກໆ​ຄົນ​ໃນ​ອາ​ເມຣິກາ ​ແມ່ນ​ມີ​ຫົວ​ໃຈ​ທີ່​ໜັກ​ອຶ້ງ​ ​ເຕັມ​ໄປ​ດ້ວຍ​ຄວາມໂສກ​ເສົ້າ​ເສຍ​ໃຈ ​ແລະ​ທ່ານ​ຮຽກຮ້ອງ ​ໃຫ້​ມີ​ການ​ເອົາ​ບາດກ້າວ​ທີ່ໜັກ​ແໜ້ນ​ມີ​ຄວາມ​ໝາຍ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ໂສກ​ນາດຕະກໍາ​ແບບ​ນີ້ ​ເກີດ​ຂຶ້ນ​ອີກ.

​ໃນ​ຕອນ​ເຊົ້າ​ວານ​ນີ້ ທີ່​ນະຄອນຫລວງວໍ​ຊິງ​ຕັນ ປະທານາທິບໍດີ ສະຫະລັດ ທ່ານ​ Barack Obama ​ໄດ້​ຖະ​ແຫລ​ງຕໍ່​ປະຊາ​ຊົນອາ​ເມຣິກັນ​ທາງ​ໂທລະພາບ ດ້ວຍ​ນໍ້າ​ຕາ​ຍ້ອຍ ​ຊຶ່ງ​ທ່ານກ່າວ​ວ່າ “ຫົວ​ໃຈ​ຂອງ​ພວກ​ເຮົາແຕກ​ສະຫລາຍ” ນໍານການ​ເສຍ​ຊີວິດຂອງ​ຄົນ​ພວກ​ນີ້.
ຄໍາ​ຖະ​ແຫລ​ງຂອງ​ທ່ານ ​ໄດ້​ມີຂື້ນ​ ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກເກີດເຫດຮ້າຍດັງກ່າວ
ແລະຄວາມ​ອົນ​ລະ​ວົນ ຢູ່ທີ່​ໂຮງຮຽນ ​ໃນ​ເມືອງ Newton ຊຶ່ງ​ເປັນ​ປະຊາ​ຄົມ​ນ້ອຍໆ ຕັ້ງ​ຢູ່​ກໍ້າຕາ​ເວັນ​ອອກສຽງ​ເໜືອ ຂອງນະ​ຄອນ​ນິວຢອກ ​ໄກ​ອອກ​ໄປ 130 ກິ​ໂລ​ແມດ.

ທ່ານປະທານາທິບໍດີ ກ່າວ​ວ່າ ສ່ວນ​ໃຫຍ່​ຂອງພວກ​ເສຍ​ຊີວິດ​ໃນ​ມື້​ນີ້​ ແມ່ນ​ເດັກນ້ອຍ ທີ່​ໜ້າ​ຮັກໜ້າ​ແພງ ​ອາຍຸລະຫວ່າງ 5 ປີ ຫາ 10 ປີ. ​

ບັນ​ດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ມື​ປືນ​ອາຍຸ 20 ປີ ທີ່ນຸ່ງ​ເຄື່ອງ​ທະຫານ ສີດໍາ ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ໂຮງຮຽນ​ໃນ​ຕອນ​ເຊົ້າ​ ແລະຍິງປືນກາດ​ໃສ່​ພວກ​ເດັກນ້ອຍ ​ແລະ​ນາຍຄູຂອງ​ເຂົາ​ເຈົ້າ ຢູ່​ໃນ​ສອງ​ຫ້ອງ​ຮຽນ. ຊື່​ຂອງ​ພວກ​ເດັກນ້ອຍ​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ເທື່ອ. ທ່ານ​ຄູ​ໃຫຍ່​ຂອງ​ໂຮງຮຽນ ​ແມ່ນ​ຜູ້​ນຶ່ງ​ ຢູ່​ໃນ​ຈໍາ​ນວນ​ພວກ​ເສຍຊີວິດ.

ຕໍາຫລວດໄດ້ພົບ​ເຫັນ ອາວຸດ​ປືນ​ທະຫານ​ອີກ​ກະບອກ​ນຶ່ງ ​ຢູ່ໃນ​ລົດຂອງຄົນ​ຮ້າຍ ທີ່​ຖືກ
ເປີ​ດ​ເຜີຍ​ວ່າ​ ຊື່ Adam Lanza. ຜູ້ກ່ຽວ​ຍິງໂຕ​ເອງ​ຕາຍ​ຄາ​ທີ່. ​ມີ​ການ​ພົບ​ເຫັນປືນ​ສັ້ນ
ອັດຕະ​ໂນ​ມັດອີກສອງ​ກະບອກ​ ​ຢູ່​ໃກ້ໆໂຕຜູ້ກ່ຽວ.

ເຈົ້າ​ໜ້າ​ທີ​ກ່າວ​ວ່າ ມື​ປືນ​ໄດ້​ສັງຫານ​ແມ່​ຂອງ​ຕົນ ຢູ່​ທີ​ເຮືອນຂອງ​ແມ່ທີ່​ຜູ້ກ່ຽວ​ຢູ່​ນໍາ​ນັ້ນ
ແລ້ວກໍຂັບ​ລົດ​ຂອງແມ່ໄປ​ຍັງໂຮ​ງຮຽນ ບ່ອນ​ທີ່ຜູ້​ເຫັນ​ເຫດການ​ກ່າວ​ວ່າ ລາວ​ເລີ້ມ​ຍິງ​
ລະດົ​ມ​ໃສ່​ຜູ້​ຄົນ ​ໂດຍ​ບໍ່ກ່າວ​ຫຍັງ​ຈັກຄໍາ.

ອ້າ​ຍຂອງ​ມື​ປືນ ​ໄດ້​ຖືກ​ເຈົ້າ​ໜ້າ​ທີຈັບ​ໄປ​ສອບ​ປາກ​ຄໍາໃນແລງວັນ​ສຸກວານ​ນີ້ ທີ່​ລັດ New Jersey​. ຕໍາຫລວດ​ກ່າວ​ວ່າ ຜູ້ກ່ຽວໃຫ້​ການ​ຮ່ວມ​ມື​ກັບ​ການສືບສວນ​ເປັນ​ຢ່າງ​ດີ.



XS
SM
MD
LG