ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເອກອັກຄະລັດຖະທູດ ໄມ ໄຊຍະວົງ ຍື່ນສານຕາຕັ້ງ ຕໍ່ ປ. ສະຫະລັດ ທ່ານ ບາຣັກ ໂອບາມາ


ພະນະທ່ານ ເອກອັກຄະລັດຖະທູດ ໄມ ໄຊຍະວົງ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນ ວັນຈັນ ທີ 3 ສິງຫານີ້.
ພະນະທ່ານ ເອກອັກຄະລັດຖະທູດ ໄມ ໄຊຍະວົງ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນ ວັນຈັນ ທີ 3 ສິງຫານີ້.

ພະນະ​ທ່ານ ​ໄມ ​ໄຊ​ຍະ​ວົງ ​ເອກ​ອັກຄະ​ລັດຖະທູດ ຜູ້​ມີ​ອຳນາດ
​ເຕັມ​ຄົນ​ໃໝ່​ຈາກ ສປປ ລາວ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ ຢ່າງ​ເປັນ​ທາງ​
ການ ຕໍ່ປະທານາທິບໍດີ ສະຫະລັດ ທ່ານ Barack Obama ທີ່
​ທຳ​ນຽບຂາວ ໃນວັນຈັນວານນີ້. ໃນ​ຕອນ​ແລງ​ຂອງ​ມື້​ດຽວ​ກັນ​ກໍ
​ໄດ້ມີ​ງານ​ກິນ​ລ້ຽງ​ສັງ​ສັນ​ຕ້ອນຮັບພະນະ​ທ່ານເອກ​ອັກຄະລັດ
ຖະທູດ​ ​ໄມ ໄຊຍະວົງ ພ້ອມ​ດ້ວຍ​ຄອບຄົວ ທີ່ ສະຖານທູດ ສປປ
ລາວ ໃນນະຄອນຫຼວງວໍຊິງຕັນ ​ໂດຍ​ມີ​ບັນດາ​ແຂກ​ຜູ້​ມີ​ກຽດຈາກ
ປະຊາ​ຄົມ​ລາວ ທັງໃກ້​ແລະ​ໄກ ​ເຂົ້າ​ຮ່ວມ​ນຳ.

ເມື່ອໄວໆມານີ້ ປະທານປະເທດ ສປປ ລາວ ພະນະທ່ານຈູມມະລີ ໄຊຍະສອນ ໄດ້ແຕ່ງ
ຕັ້ງພະນະທ່ານໄມ ໄຊຍະວົງເປັນເອກອັກຄະລັດຖະທູດຄົນໃໝ່ຂອງ ສປປ ລາວ ປະຈຳ
ສະຫະລັດອາເມຣິກາ.

ນອກຈາກສະຫະລັດແລ້ວ ສະຖານທູດ ສປປ ລາວທີ່ນະຄອນຫຼວງວໍຊິງຕັນຍັງ ຮັບຜິດ
ຊອບວຽກງານດ້ານການທູດຂອງ ສປປ ລາວກັບເມັກຊິໂກ ແລະການາດານຳດ້ວຍ.

ກ່ອນຖືກແຕ່ງຕັ້ງໃຫ້ມາເປັນເອກອັກຄະລັດຖະທູດນັ້ນ ພະນະທ່ານໄມ ໄດ້ເປັນຫົວໜ້າ
ຫ້ອງການຂອງກະຊວງການຕ່າງປະເທດ ສປປ ລາວ ຮັບຜິດຊອບກ່ຽວ ກັບເຂດເອເຊຍ
ປາຊີຟິກ ແລະອາຟຣິກາ.

ປະທານຈູມມະລີ ໄດ້ມອບສານແຕ່ງຕັ້ງພະນະທ່ານໄມ ເປັນເອກອັກຄະລັດຖະທູດຄົນ
ໃໝ່ຢູ່ທີ່ ທຳນຽບປະທານປະເທດ ເມື່ອໄວໆມານີ້.

ສະຫະລັດ ແລະລາວໄດ້ສ້າງຕັ້ງຄວາມສຳພັນດ້ານການທູດເມື່ອວັນທີ 10 ສິງຫາ 1955.
ແຕ່ປີ 1975 ຫາ 1989 ປະເທດທັງສອງມີແຕ່ຮອງທູດເທົ່ານັ້ນ ເປັນຜູ້ຕາງໜ້າຂອງຕົນ. ແຕ່ໃນວັນທີ 12 ປີ 1990 ປະເທດທັງສອງໄດ້ຍົກລະດັບຄວາມສຳພັນດ້ານການທູດຂຶ້ນ
ເປັນລະດັບເອກອັກຄະລັດຖະທູດ.

XS
SM
MD
LG