ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາກຸ່ມ ອາລກາອິດາ ສະໜັບສະໜຸນ ການລຸກຮືຂຶ້ນ ຕໍ່ຕ້ານລັດຖະບານຊີເຣຍ


ນາຍ Ayman al-Zawahiri ຜູ້ນໍາກຸ່ມ ອາລກາອິດາ ປາກົດໂຕຢູ່ໃນຮູບວີດີໂອ ທາງແວັບໄຊທ໌ ອິສລາມ.
ວັນທີ 12 ກຸມພາ 2012.
ນາຍ Ayman al-Zawahiri ຜູ້ນໍາກຸ່ມ ອາລກາອິດາ ປາກົດໂຕຢູ່ໃນຮູບວີດີໂອ ທາງແວັບໄຊທ໌ ອິສລາມ. ວັນທີ 12 ກຸມພາ 2012.

ນາຍ Ayman al-Zawahiri ຜູ້​ນໍາ​ກຸ່ມ ອາລ​ກາ​ອິດາ ​ໄດ້ໃຫ້ການ​ສະໜັບສະໜຸນ​ຕໍ່ການ​ລຸກ
ຮື​ຂຶ້ນ​ຂອງ​ປະຊາຊົນ​ຊີ​ເຣຍຕໍ່ຕ້ານລັດຖະບານ​ປະທານາທິບໍດີ Bashar al-Assad ນັ້ນ.

ໃນ​ຮູບ​ວີດີ​ໂອ​ທີ່​ນໍາ​ອອກ​ເຜີ​ຍ​ແຜ່​ທາງ​ເວັບ​ໄຊ້ທ໌ອິສະລາມ​ແຫ່ງ​ນຶ່ງ​ ນາຍ Zawahiri ​ໄດ້​ຮຽກ
ຮ້ອງ​ໃຫ້​ຊາວ​ມຸສລິ​ມ​ ໃນເທີກີ, ອີຣັກ, ຈໍ​ແດນ​ແລະ​ເລ​ບາ​ນອນ ​ໃຫ້​ສະໜັບສະໜຸນ​ພວກ​ກະ
ບົດ​ຊີ​ເຣຍ.

ນອກນີ້ ຜູ້ກ່ຽວຍັງ​ໄດ້​ຮຽກຮ້ອງ​ເຊ່ນ​ກັນ​ ບໍ່ໃຫ້​ຊາວ​ຊີ​ເຣຍກາງ​ຕໍ່​ອາ​ໄສ​ຝ່າຍຕາ​ເວັນ​ຕົກ ຫລື​
ພວກ​ລັດຖະບານ​ອາຫຣັບຕ່າງໆ​ນັ້ນ.

ນາຍ Zawahiri ນັ່ງ​ຢູ່​ໃກ້ໆກັບ​ຜ້າກັ້ງ​ສີຂຽວ​ ໃນ​ວີ​ດີ​ໂອດັ່ງກ່າວ​ທີ່​ຍາວ 8 ນາທີ ຊຶ່ງ​ມີ​ຊື່ວ່າ:
“ຈົ່ງ​ກ້າວ​ໄປ​ຂ້າງ​ໜ້າ ພວກ​ສິງ​ໂຕ​ຂອງ​ຊີ​ເຣຍ.”

ນາຍ Zawahiri ຂຶ້ນ​ມາເປັນ​ຜູ້​ບັນຊາ​ການ​ເຄືອ​ຂ່າຍ ອາລ​ກາ​ອິດາຫລັງຈາກ​ນາຍ​ໂອຊາ​ມາ
ບິນ ລາ​ເດັນ ​ຖືກ​ສັງຫານ​ໂດຍ​ກໍາລັງ​ພິ​ເສດຂອງ​ສະຫະລັດ​ ໃນ​ການ​ບຸກ​ເຂົ້າ​ໂຈມ​ຕີບ່ອນ​ລີ້​
ຊ່ອນ​ຂອງ​ຜູ້ກ່ຽວ​ທີ່​ປາ​ກິ​ສຖານ​ໃນ​ເດືອນ​ພຶດສະພາ​ ປີຜ່ານ​ມາ.

ໃນ​ສັບປະດາ​ແລ້ວ​ນີ້ ນາຍ Zawahiri ກໍ​ໄດ້ປາກົດໂຕຢູ່​ໃນ​ວີ​ດີ​ໂອ​ອີກອັນ​ນຶ່ງ​ ເພື່ອ​ປະກາດ
ໃຫ້​ຮູ້​ວ່າ ກຸ່ມ​ຫົວ​ຮຸນ​ແຮງ al-Shabab ທີ່ມີຖານ​ປະຕິບັດ​ງານ​ຢູ່​ໃນ​ໂຊ​ມາ​ເລຍ ​ໄດ້ເຂົ້າ​ມາ​
ຮ່ວມ​ກັບເຄື​ອຂ່າຍກໍ່​ການຮ້າຍ​ຂອງ​ຕົນ​ແລ້ວ.

ກຸ່ມ Al-Shabab ໄດ້​ປະກາດໃຫ້​ຮູ້ກ່ອນ​ໜ້າ​ນີ້​ແລ້ວວ່າ ​ຕົນເຂົ້າ​ຂ້າງກັບ​ເຄືອ​ຂ່າຍ ອາລ
ກາ​ອິດາ ​ແລະ​ໃນ​ເດືອນ​ມິຖຸນາ​ປີຜ່ານມາ​ນີ້ ກໍ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ ທີ່​ຈະຈົງ​ຮັກ​ພັກດີ​ຕໍ່​
ນາຍ Zawahiri.

ສະຫະລັດ​ໄດ້​ລະບຸ ກຸ່ມ al-Shabab ວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ.

XS
SM
MD
LG