ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ແລະຫວຽດນາມ


ອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ແລະຫວຽດນາມ ໃນວັນເສົາ ທີ 8 ພະຈິກ ທີ່ຜ່ານມານີ້.
ອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ແລະຫວຽດນາມ ໃນວັນເສົາ ທີ 8 ພະຈິກ ທີ່ຜ່ານມານີ້.

​ ໃນລາຍ​ການ​ຊີ​ວິດ​ລາວ ໃນ​ແລງວັນ​ພະ​ຫັດ​ມື້​ນີ້ ເຮົາ
​ຈະສະ​ເໜີ​ລາຍ​ງານ ການສຳພາດ ກັບບັນດາສະມາຊິກ
ແລະ​ຜູ້​ສະ​ນັບ​ສະ​ໜູນ ອົງການ ພັນທະ​ມິດ​ເພື່ອ​ປະຊາທິ
ປະ​ໄຕ​ໃນ​ລາວ ທີ່​ເດີນ​ທາງ​ມາຈາກ ປະ​ເທດຝ​ຣັ່ງ ເຢຍ
​ຣະ​ມັນ ນິວ​ຊີ​ແລນ ແລະ​ທົ່ວ​ສະ​ຫະ​ລັດ. ​ເຂົາ​ເຈົ້າ ​ພາ​
ກັນ​ມາ​ເຕົ້າ​ໂຮມ​ກັນ​ຮ້ອງ​ໂຮປະ​ທ້ວງ​ຢູ່​ຕໍ່​ໜ້າ ສະ​ຖານ
ທູດ ​ສ​ປ​ປ ລາວ ແລະ​ຫວຽດ​ນາມ ໃນ​ວັນເສົາ​ທີ 8 ທີ​
ຜ່ານ​ມາ ເພື່ອ​ຮຽກ​ຮ້ອງ​ ລັດ​ຖ​ບານ ສ​ປ​ປ ລາ​ວ ​ໃຫ້ປັບ​
ປຸງ​ການ​ປະຕິບັດ​ດ້ານ​ສິດ​ທິ​ມະ​ນຸດ ເປິດກວ້າງປະ​ຊາ​
ທິ​ປະ​ໄຕ ແລະ​ອື່ນໆ ຊຶ່ງ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ
​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ທ່າມກາງ​ບັນຍາກາດຂອງລະດູ​ໃບ​ໄມ້​ຫລົ່ນ ​ທີ່​ມີ​ສີ​ສັນ ​ຂອງ​ວັນ​ເສົາທີ 8 ​ເດືອນ​ພະຈິກ
ຜ່ານມາ ແຕ່​ເວລາ 1 ຫາ 5 ​ໂມງ​ແລງ ຢູ່​ຖະໜົນ S ຕໍ່ໜ້າ​ຕຶກເລກ​ທີ່ 2222 ຂອງສະຖານ
ທູດ ສປປ ລາວ ທີ່ນະຄອນຫລວງວໍ​ຊິງ​ຕັນ ດີ.ຊີ. ​ເວລາ​ນັ້ນ ​ໄດ້ມີບັ​ນ​ດາສະ​ມາ​ຊິກ ແລະ
​ຜູ້​ສະ​ໜັບ​ສະ​ໜູນ ອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ​ທີ່​ເດີນ​ທາງ​ມາ​ຈາກ ປະ
​ເທດຝ​ຣັ່ງ ເຢຍ​ຣະ​ມັນ ນິວ​ຊີ​ແລນ ແລະ​ຈາກ​ລັດ​ຕ່າງໆ​ທົ່ວ​ອາ​ເມຣິກາ. ເຂົາ​ເຈົ້າ​ໄດ້​ມາເຕົ້າ​
ໂຮມກັນຢືນ​ຢູ່​ຟາກ​ທາງ ຕໍ່​ໜ້າ ສະ​ຖານ​ທູດ ສ​ປ​ປ ລາວ ສັບ​ປ່ຽນ​ກັນ​ສົ່ງ​ສານ ແລະສຽງ
ຮ້ອງອັນນອງ​ນັນ ປະ​ທ້ວງ ລັດ​ຖະ​ບານ ສ​ປ​ປ ລາວ ​ເພື່ອ​ໃຫ້​ປັບ​ປຸງປ່ຽນແປງ​ ນະ​ໂຍ
​ບາຍການ​ປົ​ກ​ຄອງ ໂດຍ​ສະ​ເພາະດ້ານ​ສິດ​ທິ​ມະ​ນຸດ​ ການແຊກ​ແຊ​ງ​ຈາກ ຫວຽດ​ນາມ
​ຄວາມ​ເປັ​ນ​ຫ່ວງກ່ຽວ​ກັບການ​ອະ​ນຸ​ຍາດ​ໃຫ້​ຈີນ​ມາ​ລົງ​ທຶນຢ່າງ​ຫລວງ​ຫລ​າຍ ດ້ານການ​
ຄ້າ​ມະ​ນຸດ ການ​ສໍ້ລາດ​ບັ​ງ​ຫລວງ ການ​ຫາຍສາບສູນ​ໄປ​ຂອງ ທ່ານ​ສົມ​ບັດ​ ສົມ​ພອນ
ແລະ​ອື່ນໆ.

​ອົງ​ການພັນທະມິດເພື່ອປະຊາທິປະໄຕໃນລາວ ມີ​ຊື່​ຫຍໍ້ວ່າ ພປລ ເປັນ​ອົງການ​ຈັດ​ຕັ້ງການ
​ເມືອງ​ ​ຂອງປະຊາ​ຄົມ​ລາວ ຢູ່​ນອກ​ປະ​ເທດ ​ຕັ້ງ​ຂຶ້ນມາ​ໃນ​ປີ 2009 ທີ່​ນະຄອນ Brussel
ປະ​ເທດ Belgium ​ແລ​ະມີ​ຜູ້​ຕາງໜ້າ​ຢູ່ 7 ປະ​ເທດ​ຄື ​ເຢຍຣະ​ມັນ ​ແບລຢ້ຽມ ຝຣັ່ງ ອັງກິດ
ອັອສ​ເຕ​ຣຍ ອາ​ເມຣິກາ ​ແລະ​ລາວ. ອົງການ ພປລ ​ເປັນອົງການເອກ​ກະ​ຊົນ ທີ່ບໍ່​ຂຶ້ນ​ກັບ
ລັດຖະບານ​ໃດໆ ​ແລະ​ຖືກຕ້ອງ​ຕາມ​ກົດໝາຍ​ສາກົນ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່ ​ເມືອງ Hagen
ປະ​ເທດ​ເຢຍຣະ​ມັນ ໂດຍ​ການ​ ເປັນ​ປະ​ທານ​ຂອງ ທ່ານ​ນາງ ດອກ​ເຕີ ບຸນ​ທອນ ຈັນທະ​
ລາວົງ ວີ​ເຊີ. ເປົ້າ​ໝາຍ​ຂອງ ພ​ປ​ລ ​ກໍ​ຄື ປະສານ​ງານ ດ້ານ​ການ​ເມືອງຢູ່​ທົ່ວ​ໂລກ ​ເປັນ​ປາກ​ກະບອກ​ສຽງໃຫ້ ປະຊາ​ຄົມ​ລາວ​ ຢູ່​ໃນ ​ແລະ​ນອກ​ປະ​ເທດ ​ແບບ​ສັນ​ຕິ​ວີ​ທີ ຊຸກຍູ້​ສິດທິ​ມະ
ນຸດ ​ເຄື່ອ​ນ​ໄຫວ​ໃຫ້​ມີ​ການ​ປ່ຽນ​ແປງ​ນະ​ໂຍບາຍການ​ປົກຄອງ ເພື່ອໃຫ້​ມີ​ສິດ​ເສຣີ ​ແລະ​ປະຊາທິປະ​ໄຕຢູ່ໃນ​ລາວ.

ຫລັງ​ຈາກ​ສົງ​ຄາມ​ອິນ​ດູ​ຈີນ ໄດ້​ສິ້​ນ​ສຸດ​ລົງ​ໃນ​ປີ 1975 ຄະ​ນະ​ແນວ​ລາວ​ຮັກ​ຊາດ ໄດ້ກຳ​
ອຳ​ນ​າດການ​ປົກ​ຄອງ ແລະ​ສ້າ​ງ​ຕັ້ງ​ປະ​ເທດໃໝ່​ວ່າ ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ
​ຊ​າ​ຊົນລ​າວ ຫລື ສ​ປ​ປ ລາວ. ໃນ​ປີ 1992 ສ​ປ​ປ ລາວ ໄດ້​ເລີ້​ມເປີດ​ສຳ​ພັນ​ທະ​ໄມ​ຕີ​ກັບ​ໂລກ​ພາຍນອກຫລາຍ​ຂື້ນ​ ໂດຍ​ສະ​ເພາະແລກ​ປ່ຽນ​ການ​ທູດຜູ້​ມີ​ອຳ​ນາດ​ເຕັມລະ​ຫວ່າງ
ສະ​ຫະ​ລັດ ອາ​ເມ​ຣິ​ກາ ແລະ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ​ມີທູດຖາ
​ວອນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງພາ​ຍ​ລຸນມາ​ກໍ​ໄດ້​ມີ​ການແລ​ກ​ປ່ຽນທູດ​ທະ​ຫານ
ແລະໄດ້​ເຂົ້າ​ເປັນສະ​ມາ​ຊິກ​ການ​ຄ້າໂລກ. ນັບ​ແຕ່​ນັ້ນ​ມາ ສະ​ຫະ​ລັດ ໄດ້​ເລີ້ມ​ໃຫ້​ການ​ຊ່ວຍ
​ເຫລືອ​ຢູ່​ເປັນ​ລະ​ຍະ ເຊັ່ນ​ການ​ປາບ​ປາມ​ຢາ​ເສບ​ຕິດ ການ​ຂຸດ​ຄົ້ນ​ຫາ​ລະ​ເບີດ​ທີ່​ຕົກ​ຄ້າງ​ບໍ່
​ທັນ​ແຕກມາ​ແຕ່ປາງ​ສົງ​ຄາມໃນ​ລາວ ການ​ສຶກ​ສາ ​ແລກ​ປ່ຽນ​ວັດ​ທະ​ນະທຳ ບຸູລະ​ນະ​ສ້າງ​
ສາວັດ​ທຸ​ໂບ​ຮານ ແລະ​ການ​ເປີດກວ້າງ​ໄປ​ມາ​ຫາ​ສູ່​ກັນ ອັນ​ເປັນ​ຄວາມ​ຄືບ​ໜ້າ​ດ້ານ​ ​ສຳ​
ພັນ​ທະ​ໄມ​ຕີລະ​ຫວ່າງ​ສອງ​ປະ​ເທດ ສ​ປ​ປ ລາວ ແລະປະ​ຊາ​ຄົມ​ໂລກ.

ແຕ່​ວ່າ ບັນ​ດາ​ປະ​ຊາ​ກອນ​ເຊື້ອ​ຊາດ​ລາວ ​ຢູ່​ຕ່າງ​ປະ​ເທດ ຜູ້ເຫັນ​ຄວາມ​ເດືອ​ດ​ຮ້ອນ ເປັນ​
ຫ່ວງບ້ານ​ເກີ​ດ​ເມືອງນອນ ແລະຍ​າດ​ຕິ​ພີ່​ນ້ອງ​ທີ່ຢູ່ ພາຍ​ໃຕ້​ການ​ປົກ​ຄອງຂອງ ລັດ​ຖະ​ບານ
ສ​ປ​ປ ລາວ ​ທີ່ບໍ່​ໄດ້​ຮັບ​ຄວາມ​ຍຸຕິ​ທຳດ້ານ​ສິດ​ທິ​ມະ​ນຸດຕ່າງໆ. ເພາະ​ສະ​ນັ້ນ ເຂົາ​ເຈົ້າຈຶ່ງໄດ້
ພາ​ກັນ​ຖື​ໂອ​ກາດ​ນີ້ ມາຖະ​ແຫລງ​ເຖິງຄວາມ​ເປັນ​ຫ່ວງ ​ໃນການ​ປະ​ທ້ວງ​ຄັ້ງ​ນີ້​ວ່​າ:

ທ່ານນາງ ດອກເຕີ ບຸນທອນ ຈັນທະລາວົງ ວີເຊີ ປະທ່ານ ພປລ
ທ່ານນາງ ດອກເຕີ ບຸນທອນ ຈັນທະລາວົງ ວີເຊີ ປະທ່ານ ພປລ

ທ່ານ Lohan Joshua Cooper ສາສະດາຈານ ຝ່າຍລັດຖະສາດ ຈາກສູນກາງ East West Center ທີ່ມະຫາວິທະຍາໄລ ຮາວາຍ ກ່າວວ່າ :

ສາສະດາຈານ Loha Joshua Cooper ຈາກມະຫາວິທະຍາໄລ ຮາວາຍ
ສາສະດາຈານ Loha Joshua Cooper ຈາກມະຫາວິທະຍາໄລ ຮາວາຍ

ລິງໂດຍກົງ

ທ່ານຕູ້ຍ ຕຸລາມະນີຄຳ ສະມາຊິກ ພປລ ຈາກປະເທດ ນີວຊີແລນ ມີຄວາມເຫັນດັ່ງນີ້ :

ທ່ານຕູ້ຍ ຕຸລາມະນີຄຳ ຈາກປະເທດ ນີວຊີແລນ
ທ່ານຕູ້ຍ ຕຸລາມະນີຄຳ ຈາກປະເທດ ນີວຊີແລນ

ລິງໂດຍກົງ

ທ່ານນາງ ມາຍຮົວເຢ ອັນຈົວຢາ ຈາກເຂດ New England ພາກຕາເວັນອອກສຽງເໜືອ ຂອງ ສະຫະລັດ ກ່າວວ່າ :

ທ່ານນາງ ມາຍຮົວເຢ ອັນຈົວຢາ ຈາກເຂດ New England
ທ່ານນາງ ມາຍຮົວເຢ ອັນຈົວຢາ ຈາກເຂດ New England

ທ່ານວິຣະ ມິ່ງເມືອງ ສະມາຊິກ ພປລ ຈາກເມືອງ Strasbourg ປະເທດຝຣັ່ງ ໄດ້ກ່າວວ່າ :

ທ່ານ ວິຣະ ມິ່ງເມືອງ ຈາກປະເທດຝຣັ່ງ
ທ່ານ ວິຣະ ມິ່ງເມືອງ ຈາກປະເທດຝຣັ່ງ

ລິງໂດຍກົງ

ທ່ານດວນ ຮວງ ສະມາຊິກ ພປລ ຈາກເມືອງ Leon ປະເທດຝຣັ່ງ ກໍແມ່ນອີກຄົນນຶ່ງທີ່ໄດ້ ມາກ່າວດັ່ງນີ້ :

ທ່ານດວນ ຮົງ ຈາກເມືອງ Leon ປະເທດຝຣັ່ງ
ທ່ານດວນ ຮົງ ຈາກເມືອງ Leon ປະເທດຝຣັ່ງ

ລິງໂດຍກົງ

ທ່ານນາງ ນູຊົງ ແວງ ຈາກອົງການ Southeast Asia Monitor ທີ່ເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ ກ່າວວ່າ :

ທ່ານນາງ ນູຊົງ ແວງ ຈາກລັດເວີຈີເນຍ
ທ່ານນາງ ນູຊົງ ແວງ ຈາກລັດເວີຈີເນຍ

ລິງໂດຍກົງ

ທ່ານທອງວັນ ທ້າວ ຈາກເມືອງ Harrisonburg ລັດເວີຈີເນຍ ກ່າວວ່າ :

ທ່ານທອງວັນ ທ້າວ ຈາກລັດເວຈີເນຍ
ທ່ານທອງວັນ ທ້າວ ຈາກລັດເວຈີເນຍ

ລິງໂດຍກົງ

ທ່ານເຫລື່ອມ ບົວລະພັນ ສະທາຊິກ ພປລ ຈາກລັດ Minnesota ກ່າວວ່າ :

ທ່່ານບຸນເຫລື່ອມ ບົວລະພັນ ຈາກລັດ Minnesota
ທ່່ານບຸນເຫລື່ອມ ບົວລະພັນ ຈາກລັດ Minnesota

ພວກປະທ້ວງ ຢືນຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ
ພວກປະທ້ວງ ຢືນຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ

ໃນ​ຕົ້ນ​ປີ 2015 ຈະ​ມາ​ເຖິງ​ນີ້ ອົງການ​ພັນທະ​ມິດ​ເພື່ອ​ປະຊາທິ​ປ​ະ​ໄຕ​ໃນ​ລາວ ຈະ​ນຳ​ເອົາ​ບັນຫາ​ຕ່າງໆ​ເຫລົ່າ​ນີ້ ສະ​ເໜີ​ຢູ່​ໃນ ກອງ​ປະຊຸມ​ກ່ຽວ​ກັບ​ດ້ານ​ສິດທິ​ມະນຸດ ປະ​ຈຳປີຂອງ ອົງການສະຫະ​ປະຊາ​ຊາດ ທີ່​ນະຄອນ​ເຈ​ນີວາ ປະ​ເທດ ສະ​ວິດເຊີ​ແລນ. ທ່ານ​ສາມາດ​ຕິດຕາມ​ຟັງ ​ອ່ານລາຍ​ລະ​ອຽດ ​ແລະ​ເບິ່ງ​ຮູບ​ພາບການ​ ປະ​ທ້ວງ​ທັງ​ໝົດ​ໄດ້​ທີ່ www.lao.voanews.com

XS
SM
MD
LG