ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜນການຍົກຍ້າຍ ອົບພະຍົບອອກຈາກເມືອງ Aleppo ໄດ້ລ້າຊ້າລົງເນື່ອງຈາກມີການ ສູ້ລົບຄືນໃໝ່


ຮູບພາບສະແດງໃຫ້ເຫັນຄວາມເສຍຫາຍ ຢູ່ໃນວັດ Umayyad.
ຮູບພາບສະແດງໃຫ້ເຫັນຄວາມເສຍຫາຍ ຢູ່ໃນວັດ Umayyad.

ແຜນ​ຍົກຍ້າຍ​ບັນດາ​ພົນລະ​ເຮືອນ ​ແລະ​ພວກ​ຕໍ່ຕ້ານ​ລັດຖະບານ​ອອກ​ຈາກ​ເມືອງ Aleppo ປະ​ເທດຊີ​ເຣຍ ​ໄດ້ລ້າ​ຊ້າ​ລົງ​ໃນ​ວັນ​ພຸດ​ມື້​ນີ້ ​ແລະ​ການ​ຢຸດ​ຍິງ​ສູ້​ລົບ​ຢູ່​ໃນ​ເມືອງ​ໄດ້​ພັງ​ທະລາ​ຍລົງດ້ວຍ​ການ​ເລີ້ມ​ສູ້​ລົບກັນຄືນ ຢູ່​ໃນ​ເຂດ​ຍຶດຄອງ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ​ທີ່​ຍັງ​ເຫລື​ອຢູ່່​ນັ້ນ.

​ເມືອງ Aleppo ​ໄດ້​ເປັນ​ບ່ອນທີ່ຄວາ​ມພະຍາຍາມ​ຫລາຍໆ​ຄັ້ງ​ທີ່​ຈະ​ໃຫ້ມີ​ການ​ຢຸດສູ້​ລົບກັນ ​ແລະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຫລາຍ​ພັນ​ຄົນ​ທີ່​ຕ້ອງ​ການອາຫານ ​ແລະ​ຢາປົວພະຍາດ. ​ແຕ່​ການ​ຊໍ້າ​ແລ້ວ​ຊໍ້າ​ອີກ​ຂອງການ​ລິ​ເລີ້ມ ຮວມທັງການ​ໄກ່​ເກ່ຍຢຸດ​ຍິງ​ໂດຍ​ບັນດາ​ປະ​ເທດຕ່າງໆ​ເຊັນ​ວ່າ ຣັດ​ເຊຍ ສະຫະລັດ ​ແລະ​ເທິ​ກີ ​ໄດ້​ເປັນ​ທີ່ລົ້ມ​ແຫລວໄປ.

Syria Aleppo Evaccuations
please wait

No media source currently available

0:00 0:02:41 0:00

ຂໍ້​ຕົກລົງ​ຫຼ້າສຸດໄດ້​ປະກາດ​ໃນ​ວັນ​ອັງຄານ​ວານ​ນີ້ ດ້ວຍ​ການ​ຍົກຍ້າຍ​ເທື່ອ​ທຳ​ອິດ ທີ່​ຄາດ​ວ່າ​ຈະ​ເລີ້ມຂຶ້ນ​ໃ​ນຕອນ​ເຊົ້າວັນ​ພຸດ​ມື້​ນີ້. ຕົກ​ມາ​ເຖິງ​ຕອນ​ທ່ຽງ​ວັນ​ພຸດ ພວກ​ນັກ​ເຄື່ອນ​ໄຫວ​ລາຍ​ງານ​ວ່າ ການ​ໂຈມ​ຕີ​ໃສ່​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ທີ່​ຍັງຄວບຄຸມ​ຢູ່ ​ໂດຍ​ພວກ​ຕໍ່ຕ້ານ​ລັດຖະບານ ​ແລະຣັ​ດ​ເຊຍ​ໄດ້ຖືກ​ຖິ້ມໂທດໃສ່​ພວກ​ນັກ​ລົບຝ່າຍ​ຄ້ານ ວ່າ​ທັບ​ມ້າງ​ການ​ຢຸດ​ຍິງ​ໂດຍ​ການ​ໂຈມ​ຕີ​ທີ່​ໝັ້ນ​ຂອງ​ລັດຖະບານ​ຊີ​ເຣຍ.

ລົດບັສລໍຖ້າການຂົນສົ່ງອົບພະຍົບອອກຈາກເຂດຕໍ່ຕ້ານລັດຖະບານ.
ລົດບັສລໍຖ້າການຂົນສົ່ງອົບພະຍົບອອກຈາກເຂດຕໍ່ຕ້ານລັດຖະບານ.

ອີງ​ຕາມ​ເອກ​ອັກຄະ​ລັດ​ຖະທູດຣັດ​ເຊຍ​ປະຈຳ​ສະຫະ​ປະຊາ​ຊາດ ທ່ານ Vitaly Churkin ແມ່ນວ່າ​ແຜນການ ໄດ້​ມີ​ໄວ້ໃຫ້​ແກ່ສ່ວນ​ໃຫຍ່​ຂອງພວກ​ນັກ​ລົບ​ຝ່າຍ​ຄ້ານ ລົບ​ໜີ​ໄປ​ຈາກ Idlib ທີ່​ເປັນ​ເມືອງ​ມີ​ພົນລະ​ເມືອງ 165,000 ຄົນ​ຕັ້ງ​ຢູ່ 60 ກິ​ໂລ​ແມດ​ໄປທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ Aleppo.

ແມ່ຍິງຊາວເລບານອນ ຈັບເຈ້ຍທີ່ມີຊື່ເມືອງ "Aleppo" ຂຽນເປັນພາສາອາຣັບ.
ແມ່ຍິງຊາວເລບານອນ ຈັບເຈ້ຍທີ່ມີຊື່ເມືອງ "Aleppo" ຂຽນເປັນພາສາອາຣັບ.

ທ່ານ Churkin ​ໄດ້​ອະທິບາຍ​ວ່າ​ຂໍ້​ຕົກລົງ​ດັ່ງກ່າວ​ເປັນ​ອັນ​ສິ້ນ​ສຸດຂອງ “ສາກ​ຂອງ​ຄວາມ​ຍາກ​ລຳບາກ​ທີ່ສຸດ” ​ສຳລັບ​ເມືອງ Aleppo ​ແລະ​ກ່າວ​ວ່າ​ລັດຖະບານ​ຂອງ​ທ່ານ​ຫວັງ​ວ່າ ຈະ​ນຳພາ​ໄປ​ສູ່ “​ການ​ເລີ້ມ​ເຈລະຈາ​ການ​ເມືອງຄືນ​ໃໝ່.”

ຮູບພາບເຜີຍແຜ່ໂດຍອົງການຂ່າວ SAna ຂອງຊີເຣຍ ທີ່ເຫັນທະຫານຊີເຣຍແບກທະຫານໄດ້ຮັບບາດເຈັບ.
ຮູບພາບເຜີຍແຜ່ໂດຍອົງການຂ່າວ SAna ຂອງຊີເຣຍ ທີ່ເຫັນທະຫານຊີເຣຍແບກທະຫານໄດ້ຮັບບາດເຈັບ.

ຮອງ​ນາຍົກລັດຖະມົນຕີ​ເທິ​ກີ ທ່ານ Mehmeet Simsek ກ່່າວ​ຢູ່​ໃນ Tweeter ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ຕັ້ງ​ຜາມ​ເມືອງຂຶ້ນ ​ເພື່ອ​ຮັບ​ເອົາ​ບັນດາ​ອົບ​ພະຍົບ​ປະມານ 80,000 ຄົນ​ທີ່​ຫລົບ​ໜີ​ມາ​ຈາ​ກ​ເມືອງ Aleppo.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syrian Rebels Reach Evacuation Deal for Aleppo
please wait

No media source currently available

0:00 0:02:30 0:00
XS
SM
MD
LG