ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ອອກລະບຽບ ຫ້າມບໍ່ໃຫ້ ນາຍທະຫານ ດື່ມເຫຼົ້າ


ພວກນາຍທະຫານຈີນ ທີ່ບໍລິເວນຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ.
ພວກນາຍທະຫານຈີນ ທີ່ບໍລິເວນຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ.
ຄະນະ​ກໍາມາທິການ ​ຂອງກອງ​ທັບ​ຈີນ​ ໄດ້​ທຳ​ການ​ປ່ຽນ​ແປງກົດ
ລະບຽບ​ຢ່າງ​ເຄັ່ງ​ຄັດ​ສຳລັບບັນດາ​ນາຍ​ທະຫານ​ຊັ້ນ​ສູງໃນ​ຄວາມ
​ພະຍາຍາມ​ທີ່​ຈະ​ຫຼຸດຜ່ອນຂ່າວ​ນອງນັນ​ ກ່ຽວ​ກັບ​ການ​ສໍ້​ລາດ​ບັງ
​ຫລວງ.

ລາຍ​ງານ​ຂ່າວ​ຂອງສື່​ມວນ​ຊົນ​ຈີນ ​ໃນ​ວັນ​ສຸກວານ​ນີ້​ແຈ້ງວ່າ ກົດ​ລະບຽບ ​ໃໝ່​ຂອງຄະນະ​ກຳມາ​ທິການ​ສູ​ນກາງ​ຂອງ​ກອງທັບຈີນ ​ໄດ້ຫ້າມບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈັດງານຊຸມ​ນຸມ​ສັງ​ສັນ ​ໂດຍມີການ​ເສີ​ບ​ເຫລົ້າ ​ແລະ​ພັກ​ຢູ່​ໃນ​ໂຮງ​ແຮມ​ຫລູຫລາ ເວລາເດີນທາງ​ໄປ​ເຮັດ​ວຽກ.

ອິງ​ຕາມ​ກົດ​ລະບຽບ​ຂອງ​ໃໝ່ຂອງ​ຄະນະ​ກໍາມາ​ທິການ​ແລ້ວ ການ
​ຕ້ອນຮັບ​ຕ່າງໆ ຍັງ​ຈະຕ້ອງ ​ບໍ່​ມີ​ປ້າຍ​ຕ້ອນຮັບ ປູ​ຜ້າ​ພົມ​ແດງ ມີ
ດອກ​ໄມ້ ທະ​ຫານ​ກອງ​ກຽດຕິຍົດ ການສະ​ແດງ​ຕ່າງໆ ​ຫລືໃຫ້​ຂອງ​ຂວັນ.

​ກົດ​ລະບຽບ​ເຫຼົ່ານີ້ຍັງກ່າວ​ອີກ​ວ່າ ບັນດາ​ຜູ້​ກ່າວ​ຄໍາປ​າໄສ ຢູ່​ທີ່​ກອງ​ປະຊຸ​ມ ຄວນ​ຫລີກ​ລ້ຽງ “ການ​ເວົ້າ​ແບບ​ລົມໆ​ແລ້ງໆ”​ ໃນຂະນະ​ທີ່ການໃຊ້​ລົດທີ່​ເປີດ​ຫວໍ ຈະມີ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ ​ໃນ​ລະຫວ່າງການ​ຢ້ຽມຢາມຂອງ​ເຈົ້າ​ໜ້າ​ທີ່.

ຄະນະ​ກໍາມາທິການ​ກອງ​ທັບຈີນແມ່ນ​ຢູ່​ພາຍ​ໃຕ້​ການ​ເປັນປະທານ​ຂອງຫົວໜ້າ​ພັກ​ຄອ​ມ ມູນິສຄົນ​ໃໝ່ ທ່ານ Xi Jingping ​ທີ່​ໄດ້​ເຂົ້າ​ກໍາ​ ຕໍາ​ແໜ່​ງຜູ້ນຳພັກ ​ແລະ​ຄະນະ​ກໍາມາທິ
ການດັ່ງກ່າວ ໃນ​ເດືອນ​ແລ້ວ​ນີ້. ທ່ານ​ໄດ້ໃຫ້​ຄຳ​ໝັນ​ສັນຍາ​ວ່າ ​ຈະ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ​ມີ​ກຳນົດ​ທີ່​ຈະ​ໄດ້​ເຂົ້າກຳ​ຕຳ​ແໜ່​ງ​ເນປະທານ​ປະ​ເທດ​ຈີນ ​ໃນ​ເດືອນ​ມີນາ​ປີໜ້າ​ນີ້.

ກ່ຽວຂ້ອງກັນ

XS
SM
MD
LG