ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີການສົງໄສວ່າ ກຸ່ມ al-Shabab ເປັນຜູ້ວາງລະເບີດ ໃສ່ ເຮືອບິນໂດຍສານ ໂຊມາເລຍ


ເຮືອບິນໂດຍສານ ສາຍການບິນ Daallo ຂອງໂຊມາເລຍ ຈອດຢູ່ສະໜາມບິນນາໆຊາດ Aden Abdulle ຫລັງຈາກ ລົງຈອດສຸກເສີນ.
ເຮືອບິນໂດຍສານ ສາຍການບິນ Daallo ຂອງໂຊມາເລຍ ຈອດຢູ່ສະໜາມບິນນາໆຊາດ Aden Abdulle ຫລັງຈາກ ລົງຈອດສຸກເສີນ.

ເຈົ້າໜ້າ​ທີ່​ໂຊ​ມາ​ເລຍ​ທີ່​ພວມ​ທຳ​ການ​ສືບສວນ​ກ່ຽວ​ກັບ​ອັນ​ທີ່​ປາ
ກົດ​ວ່າ​ເປັນການວາງ​ລະ​ເບີດທີ່​ໄດ້​ບັງຄັບ​ໃຫ້​ເຮືອບິນ​ໂດຍສານ
​ອາຍ​ພົ່ນ​ລົງ​ຈອດ​ສຸກ​ເ​ສີນ​ທີ່​ນະຄອນຫຼວງ​ໂມ​ກາ​ດິສ​ຊູນັ້ນ ກ່າວ
​ວ່າ ການວາງ​ລະ​ເບີດ​ດັ່ງກ່າວ​ນີ້ມີ​ທ່າ​ທາງ​ວ່າຈະ​ເປັນ​ນ້ຳມື​ຂອງ​
ກຸ່ມ​ຫົວ​ຮຸນ​ແຮງ al-Shabab.

​ໃນ​ການ​ກ່າວ​ຊີ້​ແຈງ​ທີ່​ຂໍ​ສະຫງວນ​ຊື່​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ໃນ​ດ້ານ​
ຄວາມ​ປອດ​ໄພ ທ່ານ​ນຶ່ງ​ກ່າວ​ຕໍ່​ວີ​ໂອ​ເອ​ ພະ​ແນ​ກ ພາສາ​ໂຊ​ມາ​
ເລຍ​ວ່າ ການ​ສືບສວນ​ໄດ້​ພົບ​ເຫັນຫລັກ​ຖານ​ທີ່​ວ່າ ກຸ່ມ al-Sha-
bab ​ເປັນ​ຜູ້​ຢູ່​ເບື້ອງຫຼັງການວາງ​ລະ​ເບີດ​ໃນ​ຄັ້ງນີ້ ແລະ​ກໍ​ຈະ​ນຳ
​ສະ​ເໜີ​ການ​ສະຫລຸບ​ກ່ຽວກັບ​ການ​ສືບສວນ​ໃນ​ໄວໆ​ນີ້.

​ໃນ​ການ​ກ່າ​ວຊີ້​ແຈງ​ຕໍ່​ວີ​ໂອ​ເອນັ້ນ ອະດີດ​ຜູ້ອຳນວຍການ​ສືບ​ລັບ​ຂອງ​ໂຊ​ມາ​ເລຍ​ນັ້ນ ທ່ານ
Ahmed Moallim Fiqi ກ່າວ​ວ່າ ລັກສະນະ​ແລະ​ຫລັກ​ຖານ​ຕ່າງໆທີ່​ມີ​ຢູ່​ມາ​ຮອດ​ປັດຈຸບັນ​
ນີ້ ​ແມ່ນ​ເປັນ​ການວາງ​ແຜນ​ໂຈມ​ຕີ​ດ້ວຍ​ລະ​ເບີດ.

​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ໃນ​ເຂດ​ເມືອງ Balad ທີ່​ຕັ້ງຢູ່​ທາງ​ເໜືອຂອງ​ນະຄອນຫຼວງ​ໂມກາ​ດິສຊູ​
ໄດ້​ພົບ​ເຫັນຊິ້ນສ່ວນ​ຂອງ​ສົບຜູ້​ຊາຍ​ຄົນ​ນຶ່ງ​ທີ່​ເຊື່ອ​ວ່າ​ຕົກລົງ​ມາ​ຈາກ​ເຮືອບິນຊຶ່ງ​ບໍ່​ດົນ​ຫລັງ
​ຈາກ​ນັ້ນກໍ​ໄດ້​ລົງ​ຈອດ ​ທີ່​ສະໜາມ​ບິນ​ນາໆ​ຊາດ​ໂມ​ກາດິສຊູ ໃນ​ວັນ​ອັງຄານ​ຜ່ານ​ມາ ​ໂດຍ​
ມີ​ຜູ້​ໂດຍສານ​ຄົນ​ນຶ່ງ​ຫາຍ​ສາບ​ສູນໄປ​ແລະ​ມີ​ປ່ອງ​ຢູ່​ຂ້າງ​ເຮືອບິນ.

ຄະນະ​ສືບສວນ​ວ່າ ​ເຫດ​ລະ​ເບີດ​ໄດ້​ດູດ​ເອົາ​ຜູ້​ຊາຍ​ຄົນ​ນັ້ນອອກ​ຈາກ​ເຮືອບິນ​ໂດ​ຍປ່ອງດັ່ງ
ກ່າວ.

ທ່ານ Fiqi ກ່າວວ່າ ທ່ານ​ໄດ້​ຮັບ​ຂໍ້​ມູນ​ມາ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ການວາງ​ລະ​ເບີດ​ໄດ້​ຕັ້ງ​
ໃຈ​ໄປ​ນັ່ງ​ຢູ່​ບ່ອນ​ດັ່ງກ່າວ​ໃນ​ເຮື​ອບິນ ທີ່ຢູ່​ໃກ້ໆ​ກັບ​ຖັງ​ນ້ຳມັນ.

Somalia Plane
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG