ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມ al-Shabab ທຳການໂຈມຕີ ຕຳຫຼວດເຄັນຢາ ທີ່ Garissa


ແຜນທີ່ ປະເທດເຄັນຢາ
ແຜນທີ່ ປະເທດເຄັນຢາ

ລາຍ​ງານ​ຈາກຂົງ​ເຂດ Garissa ທາງ​ພາກ​ຕາ​ເວັນ​ອອກ​
ຂອງປະ​ເທດ ເຄັນ​ຢາ ກ່າວ​ວ່າ ຕຳຫຼວດ​ຫຼາຍເຖິງ 20 ຄົນ ​
ແມ່ນ​ຢ້ານກົວ​ວ່າ​ຖືກ​ຂ້າ​ຕາຍ ​ໃນ​ການ​ໂຈມ​ຕີ​ສອງ​ບັ້ນ ທີ່​
ສົງໄສ​ວ່າ ​ເປັນພວກ​ຫົວ​ຮຸນ​ແຮງ al-Shabab.

ບັນດາ​ເຈົ້າໜ້າ​ທີ່​ໃນ​ທ້ອງ​ຖິ່ນ ກ່າວ​ວ່າ ການ​ໂຈມ​ຕີບັ້ນທຳ​ອິດ
​ເກີດ​ຂຶ້ນ​ໃນ​ເວລາລົດ​ຕຳຫຼວດຄັນ​ໜຶ່ງ ​ແລ່ນ​ໄປ​ຍຽບລະ​ເບີດ
​ຝັງ​ດິນ ຢູ່​ທີ່ບ້ານ Yumbis ທີ່​ເຮັດ​ໃຫ້ ຕຳຫຼວດຢ່າງ​ນ້ອຍ​ 3 ຄົນ
​ໄດ້​ຮັບບາດ​ເຈັບ.

ຕໍ່​ຈາກ​ນັ້ນມາ ຜູ້​ຕ້ອງສົງ​ໄສເປັນພວກ​ຫົວ​ຮຸນ​ແຮງ al-Shabab ​
ໄດ້​ໂຈມຕີ​ຂະ​ບວນລົດ​ຂອງ​ຕຳຫຼວດ ທີ່​ກຳລັງ​ມຸ້ງ​ໜ້າ​ໄປ ຊ່ອຍ​ເຫຼືອພວກ​ຕຳຫຼວດທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ. ​ມີລາຍ​ງານວ່າ ເຈົ້າ​ໜ້າ​ທີ່​ຕຳຫຼວດ ປະມານ 20 ຄົນ ​ໄດ້​ເສຍ​ຊີວິດ​ແລ້ວ ​ແຕ່ລາຍ​ລະອຽດ​ຕ່າງໆ ​ແມ່ນຍັງ​ບໍ່​ຈະ​ແຈ້ງເທື່ອ.

ອົງການຕຳຫຼວດ​ແຫ່ງ​ຊາດ ບໍ່​ໄດ້​ຢືນຢັນ​ຈຳນວນ​ຂອງ​ຜູ້ເສຍ​ຊີວິດ​ດັ່ງກ່າວ​ນັ້ນ ແລະ ກ່າວ​
ວ່າ ​ຕຳຫຼວດພຽງສອງ​ຄົນ​ເທົ່ານັ້ນ ໄດ້​ຮັບ​ບາດ​ເຈັບສາຫັດ ສ່ວນ​ອີກ​ສາມ​ຄົນ ບາດ​ເ​ຈັບ
ເລັກນ້ອຍ ​ແລະ ລົດ​ຫ້າ​ຄັນ​ຖືກ​ເຜົາ​ໄໝ້. ໃນ​ຖະ​ແຫລງການສະບັບ​ໜຶ່ງ ຕຳຫຼວດກ່າວ​ວ່າ ການປະ ຕິບັດ​ການ​ເພື່ອ​ປາບ​ພວກ​ໂຈມ​ຕີ ​ແມ່ນ​ “ພວມດຳ​ເນີນ​ໄປ​ຢູ່” ​ ແລະ ຈະ​ສະໜອງ​ຂໍ້​ມູນອີກທີ່ໄດ້ຮັບຂ່າວເພີ້ມຕື່ມ.

​ໂຄສົກ​ຂອງ​ພວກ ​al-Shabab ຄົນ​ໜຶ່ງ​ກ່າວ​ຕໍ່​ອົງການ​ຂ່າວ Reuters ວ່າ ກຸ່ມ​ຂອງ​ຕົນ
​ແມ່ນ​ເປັນ​ຜູ້​ຮັບຜິດຊອບ ໃນ​ການ​ໂຈມ​ຕີສອງ​ບັ້ນ​ດັ່ງ ກ່າວ​ນັ້ນ.

ກຸ່ມ Al-Shabab ​ໄດ້​ທຳ​ການ​ໂຈມ​ຕີຫຼາຍບັ້ນ ຢູ່​ໃນ​ເຄັນ​ຢາ ເພື່ອເປັນ​ການ​ແກ້​ແຄນ​ ຕໍ່
​ການ​ມີ​ສ່ວນ​ຮ່ວມ ຂອງເຄັນ​ຢາໃນ​ປະຕິບັດ​ການ ຕໍ່ຕ້ານ ກຸ່ມ al-Shabab ຢູ່​ໃນ​ໂຊມ​າ​ເລຍ
ບ່ອນ​ທີ່​ພວກ​ກຸ່ມ​ຫົວ​ຮຸນ​ແຮງກຸ່ມນີ້ ມີຖານ​ປະຕິບັດງານນັ້ນ. ​ເມື່ອ​ເດືອນ​ແລ້ວ​ນີ້ ພວກຫົວ​
ຮຸນ​ແຮງ ​al-Shabab ​ໄດ້​ໂຈມ​ຕີ ມະຫາວິທະຍາ​ໄລ Garissa ຢູ່​ໃນ​ຂົງ​ເຂດ​ດຽວ​ກັນ
ຂອງ​ເຄັນ​ຢາ ທີ່​ໄດ້​ສັງຫານ​ປະມານ 148 ຄົນ.

Kenya Garissa Attack
please wait
Embed

No media source currently available

0:00 0:05:49 0:00

XS
SM
MD
LG