ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກ ແອລ-ຊາບາບ ໄດ້ສັງຫານຄົນຂອງ ຕົນເອງ ໃນປະເທດ ໂຊມາລີ


ພວກນັກຮົບ Al-Shabab ເດີນຂະບວນພ້ອມດ້ວຍອາວຸດ
ຂອງພວກເຂົາໃນລະຫວ່າງການຝຶກຊ້ອມຢູ່ເຂດອ້ອມຕົວ
ເມືອງ Mogadishu, ປະເທດ ໂຊມາລີ. 17 ກຸມພາ, 2011.
ພວກນັກຮົບ Al-Shabab ເດີນຂະບວນພ້ອມດ້ວຍອາວຸດ ຂອງພວກເຂົາໃນລະຫວ່າງການຝຶກຊ້ອມຢູ່ເຂດອ້ອມຕົວ ເມືອງ Mogadishu, ປະເທດ ໂຊມາລີ. 17 ກຸມພາ, 2011.

ກຸ່ມຫົວຮຸນແຮງ al-Shabab ໃນປະເທດໂຊມາເລຍ ກ່າວວ່າ ພວກເຂົາໄດ້ ສັງຫານສະມາ ຊິກຂອງເຂົາ 2 ຄົນ ເຊິ່ງທັງສອງຄົນນີ້ ໄດ້ຖືກເກນມາຈາກ ປະເທດ ເຄັນຢາ ໃນຖານບໍ່ສື່ ສັດ ແລະ ເຄື່ອນໄຫວຕໍ່ຕ້ານອິສລາມ.

ຊາວເຄັນຢາສອງຄົນດັ່ງກ່າວ ແລະຄົນໂຊມາເລຍຜູ້ໜຶ່ງ ໄດ້ຖືກສັງຫານໃນເວ ລາດຽວກັນ ຢູ່ໃນຂົງເຂດ Middle Juba ຂອງໂຊມາເລຍ ໃນວັນສຸກຜ່ານມາ ອີງຕາມພວກຄົນໃນ ທ້ອງຖິ່ນ ທີ່ໄດ້ບອກກັບ ວີໂອເອພະແນກພາສາໂຊມາລີ ດັ່ງທີ່ໄດ້ລາຍງານໄປ. ນອກນີ້ ການສັງຫານນັ້ນ ຍັງໄດ້ຖືກລາຍງານໄປໃນເວັບ ໄຊ້ ຂອງກຸ່ມ ແອລ-ຊາບາບ ນຳ.

ຢູ່ໃນຂົງເຂດອ່າວດັ່ງກ່າວ ພວກຜູ້ຊາຍ ອີກ 4 ຄົນ ກໍໄດ້ຖືກສັງຫານ ໃນວັນ ສຸກ ເຊັ່ນກັນ ໂດຍຖືກກ່າວຫາວ່າ ເປັນສາຍລັບໃຫ້ແກ່ອົງການສືບລັບຂອງ ໂຊມາເລຍ ເຄັນຢາ ແລະ ສະຫະລັດ ອ້າງອີງຕາມຖະແຫລງການສະບັບໜຶ່ງ ທີ່ອອກໃນສື່ສັງຄົມ ໂດຍກຸ່ມຫົວຮຸນ ແຮງຈັດ. ກຸ່ມນັ້ນໄດ້ກ່າວວ່າ ໜຶ່ງໃນສີ່ ຄົນນັ້ນຖືກກ່າວຫາວ່າ ອຳນວຍຄວາມສະດວກແກ່ ການໂຈມຕີທາງອາກາດ ໂດຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ເມື່ອເດືອນກັນຍາ ປີ 2014 ທີ່ໄດ້ສັງຫານ ຜູ້ນຳ ອາລ-ຊາບາບ ນາຍ Ahmed Abdi Godane ທີ່ຮູ້ຈັກກັນອີກຊື່ໜຶ່ງ ວ່າ Abu Zubayr ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG