ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ຕໍ່ສູ້​ ຂອງ​ກຸ່ມ Al-Shabab ​​ໂຈມຕີຄ້າຍ ​ສະຫະພາບ ອາ​ຟຣິກາ ທີ່ໂຊມາເລຍ


ແຜນທີ່ໂຊມາເລຍ
ແຜນທີ່ໂຊມາເລຍ

ນັກ​ຕໍ່ສູ້​ຂອງ​ກຸ່ມ Al-Shabab ​ໄດ້​ໂຈມຕີດ້ວຍລົດລະ​ເບີດສະລະ​ຊີບ ​ຕໍ່ຖານ​ທັບ​ກອງ​ກຳລັງ​ຂອງ​ສະຫະພາບອາ​ຟຣິກາ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ໃນ​ເຂດ​ Lower Shabelle ທາງພາກ​ໃຕ້ຂອງ​ໂຊ​ມາ​ເລຍ ​ແລະບຸກ​ເຂົ້າ​ຄ້າຍ ​ພ້ອມທັງປະ​ທະ​ກັບ​ກອງ​ກຳລັງ​ທະຫານທີ່
ນັ້ນ.

ພວກ​ຫົວ​ຮຸນ​ແຮງ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ທີ່​ວ່າ ​ຕົນໄດ້​
ສັງຫານພວກ​ທະຫານ ຫຼາຍ​ສິບ​ຄົນ ​ແລະ​ເຂົ້າ​ຍຶດຄອງ​ຄ້າຍ​ທີ່
ເມືອງ Jannaale ຊຶ່ງ​ອົງການປະຕິບັດພາລະກິດຂອງສະຫະພາບ
ອາ​ຟຣິກາໃນ​ໂຊ​ມາ​ເລຍ ຫລືອົງການ AMISOM ໄດ້ປະຕິ​ເສດ.

ອົງການນີ້ ໄດ້​ກ່າວ​ຜ່ານທາງ Twitter ວ່າ “AMISOM ສາມາດ​ຢືນຢັນ​ວ່າ​ ຄ້າຍ​ດັ່ງກ່າວ​ນີ້ ຍັງ​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ພວກ​ຕົນ​ຢູ່. ລາຍ​ງານທີ່​ວ່າ ຄ້າຍ​ໄດ້​ຖືກຍຶດ​ແລະໄດ້​ຍຶດອາ​ວຸດ​ຂອງ​ພວກ​ເຮົານັ້ນ ​ແມ່ນ​ບໍ່​ຖືກຕ້ອງ.

ຍັງ​ບໍ່​ໄດ້​ມີ​ລາຍ​ງານ​ຢ່າງ​ເປັນ​ທາງ​ການ​ເທື່ອວ່າ ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ​ແຕ່​ຢ່າງ​ໃດ.

ພວກ​ທີ່​ອາ​ໄສ​ຢູ່ໃກ້ຄຽງ​ທີ່​ນັ້ນ ​ໄດ້​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ​ໄດ້​ທຳລາຍ​ຂົວ​ໃນ​ເມືອງ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກອງ​ກຳລັງ​ຂອງສະຫະພາບອາ​ຟຣິກາ ສົ່ງກຳລັງ​ໄປເພີ້ມ ຕໍ່ຄ້າຍ ທີ່​ຕັ້ງ​ຢູ່​ປະມານ 120 ກິ​ໂລ​ແມັດ ທາງ​ພາກ​ໃຕ້​ຂອງ​ນະຄອນ​ໂມ​ກາ​ດີສ​ຊູ.

​ໃນເດືອນມິຖຸນາປີນີ້ ກຸ່ມ Al-Shabab ​ໄດ້​ໂຈມ​ຕີ​ກອງ​ກຳລັງ​ຂອງ AMISOM ​ໃນ​ຂົງ​ເຂດ​ດຽວ​ກັນ​ ຊຶ່ງ​ຍັງ​ຜົນໃຫ້​ມີ​ທະຫານຈາກ Burundi ​ເສັຍຊີ​ວິດ 50 ຄົນ.

ທະຫານອົງການ AMISOM ​ແລະ​ຂອງ​ໂຊ​ມາ​ເລຍ ​ໄດ້​ເຂົ້າ​ຍຶດຄືນ​ຂົງ​ເຂດດັງກ່າວຂອງ​ໂຊ​ມາ​ເລຍ ຈາກກຸ່ມຫົວ​ຮຸນ​ແຮງທີ່ເປັນເຄືອຂ່າຍຂອງ al-Qaida ​ໃນ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ​ນີ້ ​ແຕ່​ການ​ໂຈມ​ຕີ​ທີ່​ວ່າ​ນີ້ແມ່ນຍັງດຳເນີນຢູ່ຕໍ່ມາ.

XS
SM
MD
LG