ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ al-Shabab ອ້າງເອົາ ຄວາມຮັບຜິດຊອບ ການໂຈມຕີ ຢູ່ໂຊມາເລຍ (ສະໄລດ໌/ວີດີໂອ)


ຊາກເພພັງຈາການວາງລະເບີດລົດ ຢູ່ນອກໂຮງແຮມ Jazeera ທີ່ເມືອງ Mogadishu ປະເທດໂຊມາເລຍ
ຊາກເພພັງຈາການວາງລະເບີດລົດ ຢູ່ນອກໂຮງແຮມ Jazeera ທີ່ເມືອງ Mogadishu ປະເທດໂຊມາເລຍ
ພວກ​ຫົວ​ຮຸນ​ແຮງ al-Shabab ​ໃນ​ໂຊ​ມາ​ເລຍ ກ່າວ​ວ່າ ​ຕົນ​ຢູ່
​ເບື້ອງຫລັງ​ການ ວາງລະ​ເບີດ​ໂຈມ​ຕີໃນ​ຕອນ​ແລງ​ວັນ​ພຸດ​ວານ​
ນີ້ ​ທີ່​ນະຄອນຫຼວງ Mogadishu ຊຶ່ງໄດ້​ສັງຫານຢ່າງ​ໜ້ອຍ11
ຄົນນັ້ນ.

ກຸ່ມ​ດັ່ງກ່າວ​ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນຖະ​ແຫຼງການ
​ສະບັບ​ນຶ່ງ ທີ່​ນຳ ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະຫັດ​ມື້​ນີ້ ​ກ່ຽວ​ກັບການ
​ໂຈມ​ຕີຢູ່​ນອກ​ໂຮງ​ແຮມ​ແຫ່ງ​ນຶ່ງໃກ້​ກັບ​ເດີ່ນ​ເຮືອບິນ​ນາໆ​ຊາດ
​ຂອງ​ນະຄອນ​ດັ່ງກ່າວ ຊຶ່ງ​ເປັນ​ບ່ອນ​ທີ່ນິຍົມ​ກັນ​ໄປພັກຂອງບັນ
ດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ​ຊາວ​ຕ່າງປະ​ເທດ.



ການ​ໂຈມ​ຕີ​ທີ່​ພົວພັນ​ກັບລົດ​ລະ​ເບີດ​ສະລະ​ຊີບ​ ​ແມ່ນຕິດຕາມ​ມາ​ດ້ວຍ​ລະ​ເບີດ ອີກລູກ
​ນຶ່ງ ​ທີ່​ແຕກ​ຂື້ນ​ຫລັງ​ຈາກ​ໜ່ວຍ​ກູ້​ໄພ​ສຸກ​ເສີນ​ໄດ້ໄປ​ເຖິງ.

ກຸ່ມ Al-Shabab ​ເຄີຍຄວບ​ຄຸມສ່ວນ​ໃຫຍ່​ຂອງນະຄອນ​ຫລວງໂຊ​ມາ​ເລຍ​ມາ ​ແລ້ວ​ຄັ້ງ
ນຶ່ງ ​ແຕ່​ກຸ່ມ​ດັ່ງກ່າວ​ໄດ້​ຖືກ​ຂັບ​ໄລ່​ອອກ​ໄປຈາກ​ນະຄອນ Mogadishu ​ແລະ​ຫົວເມືອງ​
ສໍາຄັນ​ຕ່າງໆ ​ໂດຍກໍາລັງ​ຮັກສາ​ສັນຕິພາບ ຂອງສະຫະພາບອາ​ຟຣິກາ.

ກຸ່ມ Al-Shabab ​ຍັງ​ສືບ​ຕໍ່ພາ​ກັນ​ໂຈມ​ຕີ​ ຮວມ​ທັງ​ການວາງ​ລ​ະ​ເບີດ​ທີ່​ຮ້າຍ​ແຮງ​ ​ໃນເດືອນ​
ກັນຍາ ຢູ່​ໂຮງ​ແຮມແຫ່ງ​ນຶ່ງ​ໃນ​ນະຄອນ Mogadishu ຊຶ່ງກຸ່ມ​ດັ່ງ​ກ່າວ ​ເ​ວົ້າວ່າໃຊ້​ເປັນ
​ບ່ອນສອດ​ແນມຂອງຕ່າງປະ​ເທດ ​ແລະ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ.

Somalia
please wait
Embed

No media source currently available

0:00 0:00:26 0:00
XS
SM
MD
LG