ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຫົວຮຸນແຮງ Al-Shabab ໂຈມຕີຄ້າຍທະຫານ ໂຊມາເລຍ


ແຜນທີ່ ໂຊມາເລຍ
ແຜນທີ່ ໂຊມາເລຍ

ເຈົ້າ​ໜ້າ​ທີ່​ໂຊ​ມາ​ເລຍ ​ແລະປະຊາຊົນ ​ໄດ້​ຢືນຢັນ​ວ່າ ກອງ​ກຳລັງ​ຂອງລັດຖະບານ​ໂຊ​ມາ​ເລຍ​ແລະ​ກອງທັບ​ເອທິ​ໂອ​ເປຍ ​ໄດ້​ຂັບໄລ່​ກຸ່ມ Al-Shabab ​ອອກ​ຈາກ​ບ້ານ Halgan ​ຫຼັງ​ຈາກ​ທີ່​ໄດ້​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ໃນ​ວັນ​ພະຫັດ​ມື້​ນີ້.

ທ່ານ Guhad Abdi Warsame ຫົວໜ້າ​ບ້ານ ​ໄດ້​ບອກ​ກັບ VOA ວ່າ ມີພວກຫົວ​ຮຸນ​ແຮງ “ສິບ​ກວ່າ​ຄົນ” ​ໄດ້ຖືກ​ສັງຫານ.

ປະຊາຊົນ ​ໄດ້​ກ່າວ​ວ່າ ລົດ​ລະ​ເບີດ​ສະລະ​ຊີບ​ໄດ້​ແຕກ​ຂຶ້ນ ຂ້າງ​ນອກທາງ​ເຂົ້າ​ຄ້າຍທະຫານ​ເອທິໂອ​ເປຍ ​ຢູ່​ໃນ​ບ້ານດັ່ງກ່າວ ຊຶ່ງປະມານ 260 ຫຼັກ​ກິ​ໂລແມັດ ຫ່າງ​ໄປທາງ​ເໜືອ​ຂອງ​ນະຄອນ Mogadishu ຕິດຕາມ​ມາ​ດ້ວຍ​ການ​ໂຈມ​ຕີ​ຢ່າງ​ໜັກຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ຕິດ ອາວຸດ.

ຫົວໜ້າ​ບ້ານ ​ໄດ້​ກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ໄດ້​ເປີດ​ສາກ​ໂຈມ​ຕີ 2 ບັ້ນ ຊຶ່ງ​ບັ້ນ​ຫຼັກ​ ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ຄ້າຍທະຫານເອທິ​ໂອ​ເປຍ ທີ່​ເປັນ​ສຳ​ນັກ​ງານ​ຂອງ​ກອງ​ກຳລັງ​ສ່ວນ​ນຶ່ງ​ຂອງ​ສະຫະ ພາບອາ​ຟຣິກາ ຫຼື AMISOM ​ໃນ​ຂະນະ​ທີ່ບັ້ນທີ 2 ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່ ຄ້າຍ​ຂອງລັດຖະ ບານ​ໂຊ​ມາ​ເລຍ. ທ່ານ Warsame ​ໄດ້​ກ່າວ​ວ່າ ກອງ​ກຳລັງ​ໃນ​ສອງ​ຄ້າຍ​ໄດ້​ຕໍ່ສູ້​ກັບ​ພວກ​ບຸກໂຈມ​ຕີ ​ແລະ​ບັງຄັບ​ໃຫ້​ພວກ​ຫົວ​ຮຸນ​ແຮງຖອຍອອກ​ໄປ. ທ່ານ​ໄດ້​ກ່າວ​ວ່າກຸ່ມ​ຫົວ​ຮຸນ​ແຮງ ​ໄດ້ເປີດສາກ​ການ​ໂຈມ​ຕີ​ບັ້ນ​ທີ 2 ​ແລະ​ກໍ​ໄດ້​ຮັບ​ການ​ຕ້ານ​ຢັນ ຄື​ກັນ.

ປະຊາຊົນ​ໄດ້​ພາກັນ​ຢືນຢັນ​ວ່າ ກອງ​ກຳລັງເອທິ​ໂອ​ເປຍ ​ແລະ​ກອງ​ກຳລັງ​ຂອງລັດ​ຖະບານ ​ຍັງຄວບ​ຄຸມ​ບ້ານ​ດັ່ງກ່າວ​ຢູ່.

ວິທະຍຸ Andalus ຂອງກຸ່ມ Al-Shabab ​ໄດ້​ອ້າງ​ວ່າ ຕົນ​ໄດ້​ສັງຫານທະຫານ ​ເອທິ​ໂອ​ເປຍ 43 ຄົນ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແລະ​ທຳລາຍ​ຄ້າຍ​ດັ່ງກ່າວ.

ລົດ​ລະ​ເບີດ​ສະລະ​ຊີບ ພ້ອມ​ກັບ​ການ​ໂຈມ​ຕີ​ຢ່າງ​ໜັກ​ນັ້ນ ​ແມ່ນ​ຖື​ວ່າເປັນ​ຈຸດ​ເດັ່ນ​ໃນ​ການ​ບຸກ ​ໂຈມ​ຕີ​ຂອງກຸ່ມ Al-Shabab ຕໍ່ຄ້າຍ​ທະຫານ​ຂອງສະຫະພາບ ອາ​ຟຣິກາ ຫຼື AU ​ໃນ​ໂຊ​ມາ​ເລຍ ນັບ​ຕັ້ງ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG