ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍ Zawahri ໄດ້ເປັນ ຜູ້ນຳຄົນໃໝ່ ຂອງອາລກາຍດາ


ນາຍ Osama bin Laden (ຊ້າຍ) ແລະນາຍ Ayman al-Zawahri (ຂວາ) ໃນສະຖານທີ່ບໍ່ເປີດເຜີຍ ແຫ່ງນຶ່ງໃນຮູບທີ່ອອກອາກາດໃນປີ 2001
ນາຍ Osama bin Laden (ຊ້າຍ) ແລະນາຍ Ayman al-Zawahri (ຂວາ) ໃນສະຖານທີ່ບໍ່ເປີດເຜີຍ ແຫ່ງນຶ່ງໃນຮູບທີ່ອອກອາກາດໃນປີ 2001

ກຸ່ມກໍ່ການຮ້າຍອາລກາຍດາກ່າວວ່າຕົນໄດ້ເລືອກເອົານາຍ Ayman al-Zawahri ທີ່ເປັນ
ຊາວອີຈິບ ​ໃຫ້ເປັນຜູ້ສືບທອດຕຳແໜ່ງຫົວໜ້າເຄືອຂາຍກຸ່ມກໍ່ການຮ້າຍຂ້າມຊາດດັ່ງກ່າວຕໍ່
ຈາກນາຍ Osama bin Laden.

ກຸ່ມອາລກາຍດາໄດ້ພິມເຜີຍແຜ່ຄຳປະກາດທີ່ວ່ານີ້ ທາງເວັບໄຊທ໌ຂອງພວກມຸສລິມຫົວຮຸນ
ແຮງ ຊຶ່ງກຸ່ມອາລກາຍດາປະກາດວ່າ ຈະສືບຕໍ່ໃນທັນທີການເຮັດສົງຄາມສັກສິດຫຼື Jihad ຕໍ່ຕ້ານສະຫະລັດແລະອິສຣາແອລ ແລະເອີ້ນປະເທດທັງສອງວ່າພວກຮຸກຮານທີ່ບໍ່ນັບຖືສາ
ສະໜາ​ແລະວ່າ ຕົນຈະສືບຕໍ່ການສູ້ລົບຈົນກວ່າກອງທັບຮຸກຮານທັງໝົດຖອນອອກໄປຈາກ
ດິນແດນອິສລາມ.

ນາຍ Zawahri ຊຶ່ງເປັນນາຍໝໍຜ່າຕັດຫຼືສັນຍະແພດທີ່ຈະມີອາຍຸ 60 ປີໃນອາທິດໜ້ານີ້
ໄດ້ເປັນຮອງນາຍ bin Laden ມາເປັນເວລາດົນນານແລ້ວ. ພວກນັກຊ່ຽວຊານ ດ້ານກໍ່
ການຮ້າຍມັກຈະຖືວ່າ ຜູ້ກ່ຽວເປັນນັກຍຸດທະສາດ ແລະຜູ້ຈັດແຈງ ດ້ານການປະຕິບັດການ
ຄົນສຳຄັນ ຂອງກຸ່ມກໍ່ການຮ້າຍອາລກາຍດາ. ພວກນັກວິເຄາະຫຼາຍຄົນ​ໄດ້​ສັນ​ນິຖານວ່າ
ຜູ້ກ່ຽວຈະໄດ້ເຂົ້າກຳຕຳແໜ່ງ ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາຍດາ ຫຼັງຈາກໜ່ວຍກ້າ
ຕາຍສະຫະລັດ ບຸກໂຈມຕີບ່ອນຫຼົບລີ້ ຂອງນາຍ bin Laden ໃນປາກິສຖານ ແລະສັງ
ຫານລາວໃນເດືອນແລ້ວນີ້.

ເປັນທີ່ເຊື່ອກັນວ່າ ນາຍ Zawahri ປະຕິບັດ​ງານຢູ່ບ່ອນໃດບ່ອນນຶ່ງ ໃນເຂດພູຜາໃກ້
ຊາຍແດນປາກິສຖານທີ່ຕິດກັບອັຟການິສຖານ. ທ່ານ John Brennan ເຈົ້າໜ້າທີ່ຕໍ່
ຕ້ານພວກກໍ່ການຮ້າຍຂອງອະເມຣິກັນ ກ່າວໃນສັບປະດານີ້ວ່າ ສະຫະລັດກຳລັງຕາມ
ລ່າຫາໂຕຜູ້ກ່ຽວ.

ນາຍ Zawahri ມາຈາກຄອບຄົວຊົນຊັ້ນກາງ ທີ່ເປັນທ່ານໝໍແລະນັກວິຊາການ ແຕ່ຜູ້
ກ່ຽວໄດ້ມາພົວພັນ ກັບເລື່ອງສາສະໜາອິສລາມຫົວຮຸນແຮງ ໃນຕອນທີ່ຍັງເປັນໄວລຸ້ນ. ຂະນະທີ່ຮຽນເອົາປລິນຍາດ້ານການແພດນັ້ນ ຜູ້ກ່ຽວໄດ້ຊ່ອຍຈັດຕັ້ງກຸ່ມຫົວຮຸນແຮງອິສ
ລາມ Jihad ຂຶ້ນໃນອີຈິບ.



XS
SM
MD
LG