ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອາລກາອີດາ ຮັບຜິດຊອບ ເກືອບທັງໝົດ ຕໍ່ການໂຈມຕີ ໃນອີຣັກ (ສະໄລດ໌/ວີດີໂອ)


iraq
please wait
Embed

No media source currently available

0:00 0:00:32 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ເຈົ້າໜ້າ​ທີ່ ກະຊວງ​ການ​ຕ່າງປະ​ເທດສະຫະລັດ ຄົນ​ນຶ່ງ​ໄດ້​ກ່າວ
ເນັ້ນເຖິງການ​ຂົ່ມຂູ່​ ຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida ຢູ່ໃນ​ອີຣັກ
ວ່າ ​ເປັນ​ໄພອັນຕະລາຍຕໍ່​ປະ​ເທດດັ່ງກ່າວ ​ແລະ​ເພື່ອນ​ບ້ານ ​ໃນ​
ຂະນະ​ທີ່​ຄວາມຮຸນ​ແຮງ​ໃນອີຣັກ ​ເພີ້​ມທະວີ​ຂື້ນ.

ທ່ານ Brett McGurk ຮອງ​ລັດຖະມົນຕີຊ່ວຍວ່າການ ກະຊວງ
ຕ່າງປະ​ເທດ ສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງ​ອີ​ຣັກ ​ແລະ​
ອີຣ່ານ ​ໄດ້​ກ່າວ​ຕໍ່ຄະນະ​ກໍາ ມະການ ກິດຈະການຕ່າງປະ​ເທດ
​ຂອງສະພາຕໍ່າສະຫະລັດ​ວ່າ ລັດອິສລາມ ອີຣັກ ​ແລະ Levant
​ໄດ້​ເພີ້​ມທະວີ​ການໂຈມຕີຂື້ນ​ຢ່າງ​ໜ້າ​ວິຕົກ ຢູ່​ໃນອີຣັກ ນັບ​ຕັ້ງ
​ແຕ່​ຕົ້ນ​ປີ​ກາຍ​ນີ້ມາ.

ລະ​ເບີດ​ຫລາຍ​ລູກ ​ໄດ້​ແຕກຂື້ນ​ໃນ​ນະຄອນຫລວງ​ຂອງອີຣັກ ​ໃນ​ວັນ​ພຸດ​ວານ​ນີ້ໂດຍໄດ້
ສັງຫານ​ຢ່າງ​ໜ້ອຍ 32 ຄົນໃນ​ຂະນະ​ທີ່ການໂຈມຕີດ້ວຍ​ລະ​ເບີດ​ລົດໃນ​ວັນ​ພະຫັດມື້​ນີ້
ເຮັດໃຫ້ຢ່າງ​ໜ້ອຍ​ຫ້າ​ຄົນ​ເສຍ​ຊີວິດ. ຄວາມ​ຮຸນ​ແຮງ ​ຢູ່​ທົ່ວ​ອີຣັກ ​ໄດ້​ສັງຫານ 1,000 ຄົນ
ໃນເດືອນ​ແລ້ວ​ ​ແລະ​ເກືອບ 9 ພັນຄົນ​ໃນ​ປີ​ກາຍ​ນີ້ ຊຶ່ງ​ເປັນ​ຈໍານວນ​ສູງ​ສຸດ​ນັບ​ແຕ່​ປີ 2008.


ທ່ານ McGurk ກ່າ​ວວ່າ ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນ​ອີຣັກ ກໍາລັງ​ໂຈມ​ຕີ ​ໂດຍ​ສະ​ເພາະ​
ເຂດ​ຂອງຊາວ Shi’ites ​ແລະ​ຊາວ Kurd ​ເພື່ອກໍ່ໃຫ້ເກີດຄວາມ ຂັດແຍ້ງ​ທາງ​ດ້ານສາສະ
ໜາ ​ໃນ​ຂະນະ​ທີ່​ໂຈມ​ຕີຕໍ່ຊາວ Sunni ນັ້ນ ແມ່ນ​ເພື່ອ​ເປັນ​ການ​ກຳຈັດຄູ່ແຂ່ງ​ຂອງ​ເຂົາ​ເຈົ້າ
​ແລະ​ຍາດ​ເອົາເນື້ອ​ທີ່. ທ່ານ​ໄດ້​ຊີ້​ໃຫ້ເຫັນ ວ່າ ຜູ້​ນໍາ​ຂອງ​ກຸ່ມ ຊຶ່ງ​ເຊື່ອ​ວ່າ​ມີຖານປະຕິບັດງານ​
ຢູ່​ໃນຊີ​ເຣຍ ​ກຳລັງຊອກ​ຫາ​ຊ່ອງທາງເພື່ອເຂົ້າຄວບ​ຄຸມ​ເອົາ​ດິນ​ແດນ​ ນັບແຕ່ກຸງ​ແບັກແດດ
​ໄປ​ຫາ​ເລ​ບາ​ນອນ.

ທ່ານ McGurk ຍັງ​ກ່າວ​ອີກ​ວ່າ ສະຫະລັດ ກໍາລັງ​ຊັກ​ຊວນ​ໃຫ້ ບັນດາ​ຜູ້​ນໍາ​ອີຣັກ ​ເສີມສ້າງ
ຍຸດທະສາດດ້ານຄວາມ​ໝັ້ນຄົງ ການ​ເມືອງ ​ແລະເສດຖະກິດ ​ເພື່ອສ້າງຄວາມໂດດດ່ຽວໃຫ້
ແກ່ພວກ​ຫົວ​ຮຸນ​ແຮງ​ ​ແລະ​ໃຫ້ການ​ສະໜັບສະໜູນ ອີຣັກ ດ້ວຍ​ອຸບປະກອນທາງ​ທະຫານ
​ແລະ​ການ​ເຝິກ​ແອບ ​ໃນ​ຂະນະ​ທີ່​ປະເທດ ດັ່ງກ່າວ ພວມທຳການສູ້​ລົບ​ກັບກຸ່ມ al-Qaida.

ວີດີໂອ: ສະຫະລັດດໍາເນີນການຢ່າງລະມັດລະວັງ ເພື່ອຊ່ວຍອິຣັກປາບພວກຫົວຕໍ່ສູ້:

US Cautiously Helps Iraq Fight Militants
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ
XS
SM
MD
LG