ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມກະບົດ ນຳພາໂດຍ al-Qaida ຍຶດເອົາ ສະໜາມບິນ ທະຫານຊີເຣຍ


ແຜນທີ່ປະເທດຊີເຣຍ ຂົງເຂດແຂວງ ອິບລິດ
ແຜນທີ່ປະເທດຊີເຣຍ ຂົງເຂດແຂວງ ອິບລິດ

ພວກ​ກະ​ບົດອິສລາມຫົວຮຸນແຮງຈັດໄດ້ຍຶດ​ເອົາ​ຖານ​ທັບ​ອາກາດ
​ທີ່​ສຳຄັນ​ແຫ່ງນຶ່ງ ​ຢູ່ໃນ​ແຂວງ Idlib ທາງ​ພາກ​ຕາ​ເວັນ​ອອກສຽງ​
ເໜືອ​ຂອງຊີ​ເຣຍ ຈາກ​ກອງກຳລັງ​ລັດຖະບານ ອີງ​ຕາມ​ລາຍ​ງານ
​ຂອງໂທລະ​ພາບ​ທາງ​ການ ​ແລະ ກຸ່ມ​ສັງ​ເກດ​ການສົງຄາມ ໃນຊີ
​ເຣຍ.

​ໂທລະພາບ​ຂອງ​ລັດ ລາຍ​ງານ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ໄດ້​ປະກາດວ່າ
ກອງທັບ ໄດ້ຖອຍອອກ​ຈາກ ສະໜາມບິນທະຫານ Abu Duhur
ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ຈັດອິສລາມໄດ້ທຳ​ການປິດ​ລ້ອມ​ສະຖານ
​ທີ່​ດັ່ງກ່າວ​ ມາ​ໄດ້​ເປັນ​ເວ​ລາ​ເກືອບ 2 ປີ​ແ​ລ້ວ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ຫ້ອງການ​ຕັ້ງຢູ່​ອັງ​ກິດ ກ່າວ​ວ່າ ກຸ່ມ​ al-Nusra ທີ່ເປັນ ​ເຄືອ​ຂ່າຍ​ຂອງ​ກຸ່ມ al-Qaida ​ແລະ ກຸ່ມ​ພັນ ທະ​ມິດອິສລາມ​ຕ່າງໆ ບັດ​ນີ້ ​ໄດ້ເຂົ້າຄວບຄຸມ
“​ເກືອບ​ທັງ​ໝົດ” ຂອງສະຖານ​ທີ່​ດັ່ງກ່າວ​ນັ້ນ.

ກຸ່ມ​ປະ​ສົມ ທີ່​ເອີ້ນວ່າ “ກອງທັບ​ຂອງ​ຜູ້​ພິຊິດ” ​ໄດ້ເຂົ້າ​ຍຶດ​ເອົາ​ເມືອງ Idlib ຊຶ່ງ​ເປັນນະຄອນ
ຫຼວງຂອງ​ແຂວງ ​ແລະ ບໍລິ​ເວນ​ອື່ນໆ​ອີກ​ຈຳນວນ​ນຶ່ງ​ເມື່ອ​ຕົ້ນປີ​ນີ້. ສະໜາມ​ບິນ​ນີ້ ເຄີຍ​ເປັນ​
ທີ່​ໝັ້ນ​ແຫ່ງ​ນຶ່ງ​ ຂອງ​ກອງທັບ​ຊີ​ເຣຍ ທີ່​ຍັງ​ຄົງ​ເຫຼືອຢູ່​ເປັນ​ແຫ່ງ​ສຸດ​ທ້າຍ​ໃນ​ແຂວງດັ່ງກ່າວ.

ມັນ​ເປັນ​ຄື້ນຟອງຂອງໄຊຊະນະ​ອັນຫຼ້າສຸດ ຂອງ​ພວກ​ກະບົດ ​ໃນ​ທົ່ວ​ປະ​ເທດ ທີ່​ເຮັດ​ໃຫ້​ມີ​
ການ​ຕັ້ງຄຳ​ຖາມ​ຕ່າງໆຂຶ້ນມາ ກ່ຽວ​ກັບ ການ​ຢູ່​ລອດ​ຂອງ​ລັດຖະບານ​ຊີ​ເຣຍ ປະທາ​ນາ​ທິບໍດີ Bashar al-Assad ວ່າ ຈະ​ຢູ່​ໄດ້ອີກ​ດົນປານໃດ.

ປະມານ 250,000 ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ລະຫວ່າງ ສົງຄາມ​ກາງ​ເມືອງ ທີ່​ຍືດຍາວ​ມາ​ໄດ້​
ເກືອບ 5 ປີ ຊຶ່ງ​ຍັງ​ໄດ້​ກົດ​ດັນ​ໃຫ້ຊາວ​ຊີ​ເຣຍ ຫຼາຍກວ່າ 4 ລ້ານ​ຄົນ ອົບພະຍົບຫລົບໄພຈາກ​
ບ້ານ​ເກີດ​ເມືອງນອນ​ຂອງ​ພວກ​ເຂົາ​ເຈົ້າ.

XS
SM
MD
LG