ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

al-Qaida ໃນຊີເຣຍ ອ້າງວ່າ ຢຶດເອົາ ເມືອງ Idlib ຂອງ​ຊີ​ເຣຍ ໄດ້ແລ້ວ


ພົນລະເມືອງທີ່ຢ້ານກົວ ການໂຈມຕີທາງອາກາດ ໂດຍກອງກຳລັງ ຂອງປະທານາທິບໍດີຊີເຣຍ ທ່ານ Bashar Al-Assad ພາກັນຫລົບໜີ ອອກຈາກເມືອງ Idlib ຫຼັງຈາກ ພວກນັກຕໍ່ສູ້ຂອງຝ່າຍກະບົດ ເຂົ້າຢຶດເອົາເມືອງ, ວັນທີ 28 ມີນາ 2015.
ພົນລະເມືອງທີ່ຢ້ານກົວ ການໂຈມຕີທາງອາກາດ ໂດຍກອງກຳລັງ ຂອງປະທານາທິບໍດີຊີເຣຍ ທ່ານ Bashar Al-Assad ພາກັນຫລົບໜີ ອອກຈາກເມືອງ Idlib ຫຼັງຈາກ ພວກນັກຕໍ່ສູ້ຂອງຝ່າຍກະບົດ ເຂົ້າຢຶດເອົາເມືອງ, ວັນທີ 28 ມີນາ 2015.

ກຸ່ມ al-Qaida ​ໃນ​ຊີ​ເຣຍ ​ແລະ ພັນທະ​ມິດ​ຂອງ​ພວກ​ເຂົາ ​ໄດ້
ຢຶດເອົາ ​ເມືອງ Idlib ຂອງ​ຊີ​ເຣຍ ​ເປັນຄັ້ງທຳ​ອິດ ​ໃນ​ການ​ຂັດ​
ແຍ້​ງ​ກັນເປັນ​ເວລາ 4 ປີ​ ຂອງ​ປະ​ເທດ.

ພວກກຸ່ມ​ແນວ​ໂຮມ al-Nusra ຫຼື al-Nusra Front ເປັນ​ຜູ້​
ນຳພາກຸ່ມ​ອິສລາມ​ອື່ນໆ ​ເຂົ້າຢຶດ​ເອົາ​ເມືອງ​ດັ່ງກ່າວ ຫຼັງຈາກ
​ທີ່​ໄດ້​ຕໍ່ສູ້​ມາ ເປັນ​ເວລາ 4 ມື້ ​ແລ້ວ.

ກຸ່ມ​ດັ່ງກ່າວ​ໄດ້​ປະກາດ ​ການ​ຢຶດຄອງ​ເມືອງ​ດັ່ງກ່າວ ທີ່ຢູ່​ທາງ
​ພາກຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ຊີ​ເຣຍນັ້ນ ຜ່ານ​ທາງ​ສື່​ສັງຄົມ.

​ອົງການ​ຂ່າວ​ທາງ​ການຂອງ​ຊີ​ເຣຍ ບໍ່​ໄດ້​ລາຍ​ງານ​ການ​ສູນ​ເສຍ​ເມືອງ​ດັ່ງກ່າວ ​ແຕ່ກ່າວ​ວ່າ ກອງທັບ​ກຳລັງ​ “ສູ້ລົບ​ຢ່າງ​ດຸ​ເດືອດ” ​ ເພື່ອ​ເຂົ້າ​ຄວບ​ຄຸມ​ເມືອ​ງດັ່ງກ່າວ.

​ເມືອງ Idlib ​ເປັນ​ເມືອງ​ຫລວງ​ຂອງ​ແຂວງເມືອງທີ​ສອງ ​ແລະ ​ເປັນ​ສູນ​ກາງ​ເມືອງທີ່​ສຳຄັນ ​
ທີ່ກອງ​ກຳລັງ​ຂອງ​ປະທານາທິບໍດີຊີ​ເຣຍ Bashar al-Assad ໄດ້​ສູນ​ເສຍໄປ ​ໃນ​ການ​
ຂັດ​ແຍ້​ງ​ກັນ​ເປັນ​ເວ​ລາ 4 ປີ ດັ່ງກ່າວ.

​ເມືອງ Raqqa ຢູ່​ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ ​ໄດ້ຕົກເປັນ​ຂອງ​ພວກ​ກະ​ບົດ ລວມທັງ ກຸ່ມ al-Nusra Front ​ໃນ​ປີ 2013.

Syria Conflict
please wait
Embed

No media source currently available

0:00 0:00:52 0:00

A Syrian al-Qaida group and its allies have seized the Syrian city of Idlib for the first time in the country's four-year conflict.

The al-Nusra Front led other Islamic groups in Saturday's takeover following four days of fighting.

The al-Nusra Front announced the capture of the northwestern Syrian city through social media.

Syria's official news agency (SANA) did not report Idlib's fall, saying the army is fighting "fierce battles" to gain control of the city.

Idlib is the second provincial capital and major urban center lost by Syrian President Bashar al-Assad's forces in the four-year-old conflict.

The northeastern city of Raqqa fell to rebels, including the al-Nusra Front, in 2013.

XS
SM
MD
LG