ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳ ຕໍ່ຕ້ານລັດຖະບານ ຄົນສຳຄັນ ໃນຊີເຣຍ ຖືກຂ້າຕາຍ ໃນການໂຈມຕີ ທາງອາກາດ


ທ້າວ Zahran Alloush ຜູ້ກໍ່ຕັ້ງ ກຸ່ມກອງທັບອິສລາມ.
ທ້າວ Zahran Alloush ຜູ້ກໍ່ຕັ້ງ ກຸ່ມກອງທັບອິສລາມ.

ຜູ້ນຳ ​ຂອງ​ພວກ​ຕໍ່ຕ້ານລັດຖະບານ​ ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​ກຸ່ມນຶ່ງ
ໃນ​ຊີ​ເຣຍໄດ້​ຖືກ​ຂ້າຕາຍ​ໃນ​ການໂຈມ​ຕີ​ທາງ​ອາກາດ​ທາງ​ກ້ຳ
​ຕາ​ເວັນ​ອອກ​ຂອງ​ນະຄອນຫລວງ​ດາມັສກັສ.

ທັງ​ພວກ​ຕໍ່ຕ້ານ​ແລະ​ລັດຖະບານຊີ​ເຣຍ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້
ວ່າ ທ້າວ Zahran Alloush ຜູ້​ກໍ່ຕັ້ງ ກຸ່ມ​ກອງທັບ​ອິສລາມ ໄດ້​
ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ ທີ່​ແນ​ໃສ່​ກອງ​ບັນຊາ
​ການ​ຂອງ​ກຸ່ມ​ດັ່ງກ່າວ​ທີ່​ແຂວງ Ghouta ​ໃນ​ພາກຕາ​ເວັນ​ອອກ
ຂອງ​ປະ​ເທດ.

ການ​ເສຍ​ຊີວິດ​ຂອງ​ທ້າວ Alloush ​ແມ່ນ​ການ​ສູນ​ເສຍ​ທີ່​ສຳຄັນ​
ຕໍ່​ກຸ່ມ​ກຳລັງ​ປະກອບ​ອາວຸດ ​ທີ່​ຕໍ່ຕ້ານ​ລັດຖະບານ​ ​ໂດຍ​ໄດ້​ເສີມຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ
ທານາທີບໍ​ດີ Bashar al-Assad ກ່ອນການ​ເຈລະຈາ​ສັນຕິພາບ ​ຄັ້ງ​ໃໝ່ ​ທີ່​ກຳນົດ​ໃສ່ຕົ້ນ
ປີ​ 2016​ ຈະ​ມານີ້.

ການ​ໂຈມ​ຕີ​ທາງ​ອາກາດ ຊຶ່ງ​ຍັງ​ໄດ້​ສັງຫານ​ສະມາຊິກ​ອະ​ວຸ​ໂສ​ຄົນ​ອື່ນໆ​ຂອງ​ກຸ່ມດັ່ງກ່າວ​
ມີ​ຂຶ້ນບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ເອົາມະຕິ ​ໃຫ້ການ​ສະ
ໜັບສະ​ໜຸນ​ຕໍ່​ເສັ້ນທາງ​ເພື່ອ​ກ້າວ​ໄປ​ສູ່​ສັນຕິພາບ​ໃນ​ຊີ​ເຣຍ.

ກຸ່ມກອງທັບ​ອິສລາມໄດ້​ຖືກ​ເລືອກ​ໃຫ້​ເຂົ້າຮ່ວມໃນ​ຂັ້ນຕອນ​ສັນຕິພາບ​ ​ແຕ່​ລັດຖະບານຊີ​
ເຣຍ ​ແລະຣັດ​ເຊຍ​ ຊຶ່​ເປັນ​ພັນທະ​ມິດ​ທີ່​ເຂັ້ມ​ແຂງ ​ຂອງ​ຊີ​ເຣຍນັ້ນ ຖືວ່າ​ກຸ່ມດັ່ງກ່າວ​ນີ້ ​ເປັນ​
ກຸ່ມຈັດຕັ້ງບໍ່​ກ່ຽວ​ກັບ​ສາສະໜາເປັນ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ແຕກ​ຕ່າງເລັກ​ນ້ອຍ​ຈາກ​ກຸ່ມ​ຫົວ​ຮຸນ
​ແຮງ​ຈັດ​ອື່ນໆເຊັ່ນ​ກຸ່ມ​ລັດ​ອິສລາມ​ເປັນຕົ້ນ.

ລາຍ​ງານ​ໃນ​ຂັ້ນຕົ້ນທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນນີ້ ສະ​ເໜີ​ແນະ​ວ່າ​ ການ​ໂຈມ​ຕີທາງອາ
ກາດ​ທີ່​ໄດ້​ສັງຫານ​ທ້າວ​ Alloush ​ແມ່ນມີຂຶ້ນໂດຍເຮືອບິນຂອງຣັດ​ເຊຍ​.

Syria Rebels
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG