ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາຍການບິນຍີ່ປຸ່ນ ສັ່ງຊື້ ເຮືອບິນ Airbus 31 ລໍາ (ວີດີໂອ)


ປະທານຂອງ JAL ທ່ານ Yoshiharu Ueki (ຂວາ) ກັບທ່ານ Fabrice Bregier ປະທານບໍລິສັດ Airbus ຖືແບບເຮຶອ
ບິນຮຸ່ນຈໍາລອງ​ A350
ປະທານຂອງ JAL ທ່ານ Yoshiharu Ueki (ຂວາ) ກັບທ່ານ Fabrice Bregier ປະທານບໍລິສັດ Airbus ຖືແບບເຮຶອ ບິນຮຸ່ນຈໍາລອງ​ A350
ສາຍ​ການບິນ​ຍີ່ປຸ່ນ ກ່າວ​ວ່າ ຕົນ​ໄດ້​ສັ່ງ​ຊື້​ເຮືອບິນ Airbus ລຸ້ນ
A350 ທີ່​ມີ​ລໍາ​ຕົວ​ກວ້າງ 31 ລໍາ ຊຶ່ງ​ເປັນ​ການ​ທ້າ​ທາຍ​ຢ່າງ​ໃຫຍ່
​ຕໍ່ການ ຄອບ​ງໍາ​ຂອງ​ບໍລິສັດ​ຜະລິດເຮືອບິນ Boeing ​ຍັກ​ໃຫຍ່
​ຂອງ​ສະຫະລັດ ຢູ່ໃນ​ຍີ່ປຸ່ນ​ນັ້ນ.

ສາຍ​ການບິນ Japan Airlines ຫລື JAL ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້
ວ່າ​ຕົນ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຊື້​ຂາຍດັ່ງກ່າວ ​ໃນ​ວົງ​ເງິນ 9,500
ລ້ານໂດ​ລ່າ ສໍາລັບເຮືອບິນ 31 ລໍາ ທີ່​ບິນ​ໄດ້​ໄກ​ນັ້ນ ໂດຍ​ມີ​ທາງ
​ເລືອ​ກ​ທີ່ຈະຊື້​ໄດ້ ​ຕື່ມ​ອີກ 25 ລໍາ​.

ການ​ຕົກລົງ​ທີ່​ວ່າ​ນີ້​ ​ແມ່ນ​ເປັນ​ເທື່ອ​ທໍາ​ອິດ​ທີ່ JAL ​ໄດ້​ຊື້ເຮືອບິນ
Airbus ຂອງ​ຢູ​ໂຣບ. ເຮືອບິນ​ໃໝ່​ຊຸດ​ນີ້ ຄາດ​ວ່າ​ຈະ​ນໍາ​ໃຊ້​ບໍລິການ​ ພາຍ​ໃນ​ປີ 2019
ຊຶ່ງ​ JAL ຈະ​ເລີ່​ມທະຍອຍ​ປ່ຽນ​ເຮືອບິນ​Boeing ທີ່​ເກົ່າ​ແລ້ວນັ້ນ​ອອກ.

ນັກ​ຊ່ຽວຊານ​ດ້ານອຸດສາຫະ​ກໍາການບິນ ກ່າວ​ວ່າ ການຊັກ​ຊ້າ​ໃນ​ການ​ສົ່ງ​ມອບເຮືອບິນ​
Boeing ລຸ້ນ​ໃໝ່ 787 Dreamliner ​ແລະການ​ຫ້າມ​ໃຊ້​ເຮືອບິນ​ດັ່ງກ່າວໃນ​ເດືອນ​ມັງກອນ
​ຍ້ອນ​ໝໍ້ໄຟ​ມີ​ບັນ​ຫານັ້ນ ໄດ້​ພາ​ໃຫ້​ມີ​ຄວາມ​ເປັນ​ຫວ່າງ​ກັງວົນ ກ່ຽວ​ກັບ​ຄວາມ​ສາມາດ​ຂອງ
​ບໍລິສັດ​ Boeing ທີ່​ຈະ​ສົ່ງມອບເຮືອ​ບິນ 787Dreamliner ​ທີ່​ໄດ້​ສັ່ງຊື້​ແລ້ວ​ນັ້ນ​ ໄດ້ທັນ
ຕາ​ມ​ເວລາ.

ສາຍ​ການ​ບິນ All Nippon Airlines ຫລື ANA ຄູ່​ແຂ່ງ​ຂອງ JAL ນັ້ນ ​ກໍກໍາລັງສຶກສາ​ເບິ່ງ
​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ທີ່​ຈະ​ຊື້ເຮືອບິນ Airbus ​ມາສັບປ່ຽນ​ເຮືອບິນ​ Boeing ທີ່​ເກົ່າ
​ແລ້ວນັ້ນ​ອອກ ​ເຊັ່ນ​ກັນ. ​

JAPAN AIRBUS VO.mov
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG