ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ສົ່ງລູກສອນໄຟໄປ ຊີເຣຍ ເພື່ອປົກປ້ອງ ເຮືອບິນຮົບ ຂອງຕົນ


ເຮືອບິນຮົບ ຣັດເຊຍ Su-25 ບິນຂຶ້ນປະຕິຍັດພາລະກິດຈາກຖານທັບອາກາດ Hemeimeem ໃນ ຊີເຣຍ, 22 ຕຸລາ, 2015.
ເຮືອບິນຮົບ ຣັດເຊຍ Su-25 ບິນຂຶ້ນປະຕິຍັດພາລະກິດຈາກຖານທັບອາກາດ Hemeimeem ໃນ ຊີເຣຍ, 22 ຕຸລາ, 2015.

ຫົວໜ້າທະຫານອາກາດ ຣັດເຊຍກ່າວໃນວັນພະຫັດມື້ນີ້ວ່າທາງ ກອງທັບໄດ້ສົ່ງ ລູກສອນໄຟຕ້ານເຮືອບິນຂອງສັດຕູໄປ ຊີເຣຍ ເພື່ອປ້ອງກັນເຮືອບິນ ຂອງ ຣັດເຊຍ ທີ່ໄດ້ດຳເນີນການໂຈມຕີ ທາງອາກາດຢູ່ປະເທດ ດັ່ງກ່າວຕັ້ງແຕ່ທ້າຍເດືອນກັນຍາທີ່ຜ່ານ ມາ.

ນາຍພົນ Viktor Bondarev ໄດ້ກ່າວໃນການສຳພາດກັບໜັງສື ພິມ Komsomolskaya Pravda ວ່າເຮືອບິນຮົບຂອງ ຣັດເຊຍ ມີຄວາມ ສ່ຽງທີ່ຈະຖືກໂຈມຕີ ຫຼື ຖືກຈີ້ໃນລະຫວ່າງ ການປະຕິບັດ ພາລະກິດຂອງພວກເຂົາເຈົ້າ.

ການຕໍ່ສູ້ທາງອາກາດຂອງ ຣັດເຊຍ ໄດ້ເກີດຂຶ້ນພາຍໃຕ້ຄວາມກົດດັນຈາກປະເທດອື່ນໆທີ່ ປະຕິບັດພາລະກິດຢູ່ໃນພາກພື້ນ, ໂດຍສະເພາະ ສະຫະລັດ, ເຊິ່ງນຳໜ້າພັນທະມິດຂອງບັນ ດາປະເທດທີ່ຖິ້ມລະເບີດ ໃສ່ເປົ້າໝາຍພວກຫົວຮຸນແຮງ ລັດອິສລາມ ມາດົນ ກວ່າໜຶ່ງປີ.

ພາບນີ້ໄດ້ມາຈາກວິດີໂອຖ່າຍຈາກເວັບໄຊທ໌ທາງການຂອງ ກະຊວງປ້ອງກັນປະເທດຂອງ ຣັດເຊຍ ໃນວັນທີ 2 ພະຈິກ, 2015, ສະແດງໃຫ້ເຫັນການໂຈມຕີທາງອາກາດໃສ່ເປົ້າໝາຍໃນ ຊີເຣຍ.
ພາບນີ້ໄດ້ມາຈາກວິດີໂອຖ່າຍຈາກເວັບໄຊທ໌ທາງການຂອງ ກະຊວງປ້ອງກັນປະເທດຂອງ ຣັດເຊຍ ໃນວັນທີ 2 ພະຈິກ, 2015, ສະແດງໃຫ້ເຫັນການໂຈມຕີທາງອາກາດໃສ່ເປົ້າໝາຍໃນ ຊີເຣຍ.

ບັນດານັກການທູດຂັ້ນສູງ ສະຫະລັດ ໄດ້ກ່າວ ໃນວັນພຸດວານນີ້ວ່າ ການໂຈມຕີ 85 ຫາ 90 ເປີເຊັນທາງອາກາດຂອງ ຣັດເຊຍ ໃນ ຊີເຣຍ ໄດ້ຍິງຖືກພວກກະບົດ ຊີເຣຍ ໂດຍທົ່ວໄປ ແລະ ບໍ່ແມ່ນກຸ່ມພວກ ລັດອິສລາມ. ລັດຖະມົນຕີຊ່ວຍກະຊວງການຕ່າງ ປະເທດ ທ່ານນາງ Anne Patterson ແລະ ທ່ານນາງ Victoria Nuland ໄດ້ໃຫ້ການປະເມີນຜົນ ໃນການໃຫ້ ປາກຄຳ ຊ້ອງໜ້າຄະນະ ກຳມະການ ດ້ານການຕ່າງປະເທດຂອງ ສະພາຕ່ຳ ສະຫະລັດ.

ນອກຈາກນັ້ນ, ໂຄສົກກະຊວງປ້ອງກັນປະເທດ ສະຫະລັດ ພັນເອກ Steve Warren ໄດ້ກ່າວ ຕໍ່ບັນດານັກຂ່າວວ່າ ການໂຈມຕີທາງ ອາກາດ 10 ເປີເຊັນຂອງ ຣັດເຊຍ ໃນ ຊີເຣຍ ແມ່ນແນ ເປົ້າໃສ່ກຸ່ມ ລັດອິສລາມ. ທ່ານ Warren ໄດ້ກ່າວໃນວັນພຸດວານນີ້ວ່າ “ການໂຈມຕີສ່ວນ ໃຫຍ່ຂອງພວກເຂົາເຈົ້າແມ່ນບໍ່ໄດ້ໃຊ້ລະເບີດນຳວິຖີ, ແຕ່ເປັນ ລະເບີດທີ່ບໍ່ທັນສະໄໝ.”

ບັນດານັກການທູດ ຣັດເຊຍ ແລະ ເຈົ້າໜ້າທີ່ການທະຫານໄດ້ໂຕ້ແຍ້ງ ວ່າການໂຈມຕີທາງອາ ກາດຂອງຕົນ ແມ່ນໄດ້ແນເປົ້າໃສ່ພວກຫົວຮຸນແຮງ ລັດອິສລາມ. ແຕ່ການອ້າງອີງນັ້ນແມ່ນ ໄດ້ຂັດແຍ້ງກັນຢ່າງ ກວ້າງຂວາງກັບ ສະຫະລັດ ແລະ ປະເທດອື່ນໆທີ່ເວົ້າວ່າ ຣັດເຊຍ ໄດ້ຖິ້ມ ລະເບີດໃສ່ພວກນັກຮົບຝ່າຍກົງກັນຂ້າມຂອງ ຊີເຣຍ ຜູ້ທີ່ບໍ່ໄດ້ພົວພັນກັບ ຫຼື ຈົງຮັກພັກດີຕໍ່ ພວກຫົວຮຸນແຮງ ລັດອິສລາມ ຫຼາຍ ຄັ້ງໂພດ.

Russia Syria
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG