ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງປະຊຸມໂຣກເອດສ໌ນາໆຊາດ ຄັ້ງທີ 19 ໄຂຂຶ້ນ ທີ່ວໍຊິງຕັນ ຫລັງຈາກ 22 ປີ (ສະໄລດ໌ກັບວີດິໂອ)


ກອງປະຊຸມໂຣກເອດສ໌ນາໆຊາດ ຄັ້ງທີ 19 ຫລື AIDS 2012 ໄດ້ໄຂຂຶ້ນທີ່​ນະຄອນຫຼວງວໍ​ຊິງ​ ຕັນ ໃນ​ວັນ​ອາທິດທີ່ຜ່ານມາ​ນີ້ ຊຶ່ງເປັນຄັ້ງທໍາອິດໃນຮອບ 22 ປີ ທີ່ການເຕົ້າ​ໂຮມກັນທີ່ໃຫຍ່ທີ່ ສຸດຂອງໂລກກ່ຽວກັບໂຣກເອດສ໌​ ໄດ້​ຈັດ​ຂຶ້ນ​ຢູ່ສະຫະລັດອາເມຣິກາ.

ເບິ່ງວີດິໂອ ລານງານທີ່ກ່ຽວຂ້ອງກັນ

ຄາດກັນວ່າ ມີຫລາຍກວ່າ 20,000 ຄົນ ເຂົ້າຮ່ວມກອງປະຊຸມ AIDS 2012 ຊຶ່ງຈັດຂຶ້ນ
ພາຍໃຕ້ຫົວຂໍ້ Turning the Tide Together ຫລື ຮ່ວມກັນຕ່າວປີ້ນຄື້ນກະແສຟອງ.
ຄະນະຜູ້ແທນ ທີ່ເຂົ້າຮ່ວມໃນພິທີເປີດກອງປະຊຸມ ໄດ້ຖືກຕ້ອນຮັບໂດຍສຽງຮ້ອງເພງ
ໝູ່ຂອງພວກຜູ້ຊາຍເກ ຫລືຜູ້ຊາຍທີ່ຮັກຮ່ວມເພດດຽວກັນ ​ແລະ​ຄຸນ​ພໍ່ Charles
Straight ທີ່​ນໍາພາ​ການ​ສວດ​ມົນ​ພາວະນາ.

ສຽງຮ້ອງເພັງ…….

ຄຸນ​ພໍ່ Charles Straight ກ່າວ​ວ່າ: ນີ້ຄືຄໍາໄຫວ້ວອນຂອງພວກເຮົາ ແລະກໍເປັນ
ຄວາມປາດຖະໜາຮ່ວມ​ກັນຂອງພວກເຮົາສໍາລັບກອງປະຊຸມ
Aids 2012 ນີ້: ພວກ
​ເຮົາ​ຈົ່ງມາພາກັນ
ຮ່ວມຈິດຮ່ວມໃຈກັນ ​ໃນ​ທົ່ວໂລກ ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ເພື່ອ
ຕ່າວປີ້ນກະແສຟອງຂອງເຊື້ອ HIV ແລະໂຣກເອດສ໌ ຢູ່ໃນໂລກນີ້. ຂໍ​ໃຫ້​ເປັນ​ເຊ່ນ​ນັ້ນ
​ເຖາະ ພວກ​ເຮົາຈົ່ງພາກັນເຮັໃຫ້ມັນເກີດຂຶ້ນ. ແລະຜູ້ໃດທີ່ເຊື່ອວ່າຈະເຮັດ ດັ່ງນັ້ນໄດ້
ຈົ່ງພາກັນເວົ້າ ພ້ອມກັບຂ້ອຍວ່າ Amen ຫລື ສາທຸ.”

ກອງ​ປະຊຸມກ່ຽວ​ກັບ​ໂຣກ​ເອດ​ສ໌ໃນທີ່ສຸດກໍໄດ້ໄຂຂຶ້ນອີກທີ່ສະຫະລັດ ຫລັງ​ຈາກ​ມີ ການຍົກເລີກຂໍ້ຫ້າມບໍ່ໃຫ້ພວກທີ່ຕິດເຊື້ອ HIV ​ເຂົ້າປະ​ເທດ​ນີ້. ດຣ. Elly Katabira
ຈາກປະເທດອູການດາ ຊຶ່ງເປັນ ປະທານຮ່ວມ​ຝ່າ​ຍນາໆ​ຊາດຂອງກອງປະຊຸມນີ້
ໄດ້ກ່າວກ່ຽວກັບ ບັນຫາດັ່ງກ່າວ. ດຣ. Elly Katabira ​ເວົ້າວ່າ:

ດຣ. Elly Katabira ຈາກປະເທດອູການດາ, ປະທານຮ່ວມ​ຝ່າ​ຍນາໆ​ຊາດ ຂອງກອງປະຊຸມໂຣກເອດສ໌ນາໆຊາດ ຄັ້ງທີ 19 ຫລື AIDS 2012
ດຣ. Elly Katabira ຈາກປະເທດອູການດາ, ປະທານຮ່ວມ​ຝ່າ​ຍນາໆ​ຊາດ ຂອງກອງປະຊຸມໂຣກເອດສ໌ນາໆຊາດ ຄັ້ງທີ 19 ຫລື AIDS 2012

ຢູ່ໃນສະຫະລັດນີ້ ຄະ
ນະລັດຖະບານຂອງທ່ານ
ໂອບາມາ
ໄດ້ຍົກເລີກຂໍ້
ຫ້າມບໍ່ໃຫ້ພວກທີ່ຕິດເຊື້ອ

HIV ​ເຂົ້າປະ​ເທດ ໃນປີ
2009. ແລະໃນທີ່ສຸດ
ພວກເຮົາກໍໄດ້ກັບຄືນມາ
ທີ່ນີ້ອີກ
ຫລັງຈາກ 22 ປີ
ໄດ້ຜ່ານໄປ. ຂ້າພະເຈົ້າ
ຢາກສະແດງຄວາມຂອບ
ໃຈຕໍ່
ໝົດທຸກຄົນ ທີ່ໄດ້
ມີ​ບົດບາດ​ສໍາຄັນ ຊ່ວຍ
ເຮັດໃຫ້ກອງປະຊຸມນີ້ເກີດ
ຂຶ້ນ
, ໂດຍສະເພາະກໍແມ່ນ
ປະຊາຊົນອາເມຣິກັນ
ແລະ
ຜູ້ນໍາທີ່ພວກເຂົາ ເຈົ້າ
ເລືອກຕັ້ງເອົາ. ຂອບໃຈຫລາຍໆ.”

ດຣ. Elly Katabira ກ່າວ​ຕໍ່​ໄປ​ວ່າ ​ແຕ່​ກໍຍັງມີ 46 ປະເທດ, ດິນ​ແດນ​ແລະເຂດອະທິປະໄຕ ທີ່ຍັງສືບຕໍ່ເກືອດຫ້າມໃນການເດີນທາງທີ່ ຄ້າຍຄືກັນນີ້. ດຣ. Katabira ໄດ້ຊຸກຍູ້ໃຫ້ພວກ
ຜູ້ນໍາ, ເຈົ້າໜ້າທີ່, ພວກວາງນະໂຍບາຍ ແລະຜູ້ບໍລິຈາກທັງຫລາຍ ຈົ່ງສືບຕໍ່ສ້າງຄວາມກ້າວ ໜ້າໃນການຕໍ່ຕ້ານກັບໂຣກລະ ບາດອັນນີ້. ດຣ. Elly Katabira ເວົ້າວ່າ:
ພວກເຮົາຕ້ອງຕົກລົງໃຈຮ່ວມກັນວ່າ​ ຈະ​ບໍ່​ມີ​ວັນ​ກ້າວ​ຄືນ​ຫລັງ ເຖິງແມ່ນວ່າຈະຢູ່ໃນ
ໄລຍະທີ່ມີຄວາມຫຍຸ້ງຍາກທາງເສດຖະກິດ ກໍຕາມ
.”

ດຣ. Diane Havlir, ຊຶ່ງເປັນປະທານຮ່ວມຈາກສະຫະລັດ ກໍໄດ້​ເນ້ນ​ຍໍ້າຂໍ້ຄວາມດັ່ງກ່າວ
​ເຊ່ນ​ກັນ. ດຣ. Diane Havlir ເວົ້າວ່າ:
ຂໍ້ຄວາມທີ່ຂ້າພະເຈົ້າຢາກສົ່ງເຖິງພວກວາງນະໂຍບາຍທັງຫລາຍຢູ່ທົ່ວໂລກ ກໍຄື: ໃຫ້ລົງທຶນເຂົ້າໃສ່ດ້ານວິທະຍາສາດ. ລົງທຶນເຂົ້າໃສ່ການຄົ້ນຄວ້າປິ່ນປົວໂຣກລະ
ບາດອັນນີ້
. ແລ້ວພວກທ່ານກໍຈະສາມາດປ່ຽນແປງຊີວິດຂອງຄົນໄດ້.”

ທ່ານ​ນາງ Havlir ເ​ປັນ​ນາຍແພດ ຢູ່ໂຮງໝໍ ​ແຫ່ງ​ນຶ່ງ ທີ່ນະ​ຄອນຊານ ຟຣານຊິສໂກ ລັດ
ແຄ​ລິ​ຟໍ​ເນຍ ທີ່ບໍ່ສາມາດປົວຄົນເຈັບທີ່ມີເຊື້ອ HIV ຫລືເປັນໂຣກເອດສ໌ຢູ່ໃນຂັ້ນເລີ້ມຕົ້ນນັ້ນ
ໃຫ້ສໍາເລັດຜົນໄດ້. ​ແຕ່ ໃນເດືອນແລ້ວນີ້ ທ່ານນາງ ມີ​ຄວາມຮູ້ສຶກໄດ້ຢ່າງ​ແທ້​ຈິງວ່າ ເວລາ
ໄດ້ປ່ຽນ ແປງໄປ. ດຣ. Havlir ເວົ້າວ່າ:
ຄົນເຈັບຂອງຂ້ອຍເອງຜູ້ນຶ່ງ ຈົກເອົາແກ້ວຢາຕ້ານເຊື້ອ HIV ແກ້ວນຶ່ງອອກມາ ແລະ
ບອກຂ້ອຍວ່າ
: ຂ້ອຍເອີ້ນຢາພວກນີ້ວ່າ ເປັນຢາຜູ້ ເຖົ້າຂອງຂ້ອຍ. ຂ້ອຍເອງກໍບໍ່ເຂົ້າໃຈ.
ລາວຍິ້ມ ແລະເວົ້າອີກວ່າ. ຢາພວກນີ້ ຈະຊ່ວຍໃຫ້ຂ້ອຍດໍາລົງຊີວິດຕໍ່ໄປຈົນ​ແກ່​ເຖົ້າ
ເປັນຊາຍ
ຊະລາຜູ້ນຶ່ງ​ໄດ້. ພວກເຮົາທຸກຄົນຢາກໃຫ້ເລື້ອງນີ້ກາຍເປັນເລື້ອງຂອງທຸກໆ
ຄົນທີ່ດໍາລົງຊີວິດຢູ່ກັບເຊື້ອ
HIV ຈົນກວ່າວ່າ ຈະບໍ່ມີເຊື້ອໄວຣັສດັ່ງກ່າວນີ້ອີກຕໍ່ໄປ.”

ດຣ. Jim Yong Kim, ປະທານທະນາຄານໂລກ
ດຣ. Jim Yong Kim, ປະທານທະນາຄານໂລກ

ນຶ່ງໃນບັນດາຜູ້ກ່າວຄໍາປາ​ໄສ
ເປີດກອງປະຊຸມ Aids 2012
ນີ້ ກໍໄດ້ແກ່ປະທານທະນາຄານ
ໂລກ ດຣ. Jim Yong Kim ຊຶ່ງ
ໄດ້ເຮັດວຽກທີ່ກ່ຽວຂ້ອງຢ່າງໜັກ
ກັບການຕໍ່ສູ້ທາງວິທະຍາສາດ
ຕ້ານ ເຊື້ອ HIV/AIDS. ທ່ານເປັນ
ປະທານທະນາຄານໂລກຜູ້ທໍາອິດ
ທີ່ໄດ້ກ່າວຄໍາປາ​ໄສຕໍ່ກອງປະຊຸມ
ນາໆຊາດກ່ຽວກັບໂຣກເອດສ໌
ຊຶ່ງທ່ານ​ໄດ້ກ່າວ​ໃນ​ຕອນ​ນຶ່ງ​ວ່າ:

ຂ້າພະເຈົ້າມາທີ່ນີ້ກໍ​ເພື່ອນໍາເອົາ
ທັງຄໍາ​ໝັ້ນ​ສັນຍາ​
ແລະຄວາມ
ທ້າທາຍມາໃຫ້ພວກທ່ານ. ຂ້າ
ພະເຈົ້າໃຫ້ຄໍາໝັ້ນສັນຍາວ່າ

ທະນາຄານໂລກ ຈະເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ຮ່ວມກັບພວກທ່ານທຸກຄົນ ເພື່ອຜັກ
ດັນການຕໍ່ສູ້ຕ້ານໂຣກເອດສ໌
ໃຫ້ກ້າວໜ້າໄປຈົນກວ່າພວກເຮົາຈະໄດ້ຮັບໄຊຊະນະ. ແລະ
ພ້ອມກັນນັ້ນ
ຂ້າພະເຈົ້າກໍທ້າທາຍ ພວກທ່ານ ໃຫ້ທໍາງານຮ່ວມກັບຂ້າພະເຈົ້າ ​ເພື່ອ​ລະ
ດົມ​ພະລັງອໍານາດທາງ​ສິນລະທໍາ
ແລະບົດຮຽນຈາກຕົວຈິງ ທີ່ຂະບວນການຕ້ານໂຣກ
ເອດສ໌
ໄດ້ຮັບນັ້ນ ມາໃຊ້ ​ເພື່ອເລັ່ງລັດ ຄວາມກ້າວໜ້າໃນການກໍາຈັດ​ໂຣກລະບາດ​ຮ້າຍ
​ແຮງ​ອີກ​ຢ່າງ​ນຶ່ງ​ຂອງ​ໂລກ ກໍ​ຄື ຄວາມທຸກ​ຍາກ
​ນັ້ນ.”

ເບິ່ງສະໄລດ໌ຮູບກ່ຽວກັບກອງປະຊຸມນີ້

ກອງປະຊຸມໂຣກເອດສ໌ນາໆຊາດ ຄັ້ງທີ 19 ຈະດໍາເນີນ ໄປຈົນ ຮອດວັນສຸກ ທີ 27 ກໍລະກົດ ຫລື​ວັນ​ສຸກອາທິດນີ້ເອງ.

XS
SM
MD
LG