ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກພະນັກງານຊ່ວຍເຫລືອ ລາຍງານການໂຈມຕີດ້ວຍແກັສພິດ ຢູ່ທາງພາກເໜືອຊີເຣຍ


ຄົນນຸ່ງເຄຶ່ອງ ແລະໜ້າກາກປ້ອງກັນແກັສພິດໃນລະຫວ່າງການ ເຝິກຊ້ອມ.
ຄົນນຸ່ງເຄຶ່ອງ ແລະໜ້າກາກປ້ອງກັນແກັສພິດໃນລະຫວ່າງການ ເຝິກຊ້ອມ.

ບັນດາ​ພະນັກງານ​ໃຫ້ການ​ຊ່ວຍ​ເຫລືອ​ຢູ່​ໃນ​ເຂດ​ສົງ​ຄາ​ມ​ຊີ​ເຣຍ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ກ່າວໃ​ນວັນ​ອັງຄານ​ວານ​ນີ້​ວ່າ ​ເຮືອບິນ​ເຮ​ລິ​ຄອຍ​ເຕີ​ໄດ້​ຖີ້ມຖັງ​ແກັສພິດ​ລົງ​ໃສ່​ໃກ້​ກັບ​ເມືອງ Aleppo ​ທີ່​ຖືກ​ປິດລ້ອມ​ໄວ້​ນັ້ນ.

ຢ່າ​ງໜ້ອຍ ​30 ຄົນ ສ່ວນ​ໃຫຍ່​ແມ່ນ​ແມ່ຍິງ ​ແລະເດັກນ້ອຍ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ແກັສ ພິດ ຊຶ່ງ​ພວກ​ພະນັກງານ​ກ່າວ​ວ່າ ​ໄດ້​ຖິ້ມລົງ​ໃນ​ຕອນ​ກາງຄືນ​ໃກ້​ກັບ​ບ່ອນ​ເຮືອບິນ​ເຮ​ລິ​ຄອບ​ເຕີຣັດ​ເຊ​ຍ​ຕົກ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ທີ່​ຜ່ານ​ມາ ຈາກ​ການ​ຍິງ​ຈາກ​ພາກ​ພື້ນ​ດິນ ຂອງ ພວກຕໍ່ຕ້າ​ນລັດຖະບານ​.

​ໃນ​ຕອນ​ແລງ​ຂອງ​ວັນ​ອັງຄານ​ໄດ້​ມີ​ລາຍ​ງານ​ທີ່ຂັດ​ແຍ້​ງກັນກ່ຽວ​ກັບ​ການ​ໂຈມ​ຕີນີ້. ພວກ ນັກ​ລົບ​ຕໍ່ຕ້ານ​ລັດຖະບານພະຍາຍາມຈະ​ເຂົ້າຍຶດ​ເອົາ​ເມືອງ Aleppo ​ແລະ​ກຳລັງ​ລັດຖະ ບານ​ໄດ້​ປິດອ້ອມ​ເ​ມື​ອງ​ເອົາ​ໄວ້ ຕິຕຽນ​ຊຶ່ງ​ກັນ​ແລະ​ກັນວ່່າ​ໃຊ້​ແກັສພິດ ທີ່​ເຊື່ອ​ວ່າ​ເປັນ​ chlorine.

ພວກ​ນາຍ​ແພດ​ຢູ່​ເມືອງ Saraqueb ກ່າວຕໍ່​ບັນດາ​ນັກ​ຂ່າວ​ວ່າ ​ປະມານ​ຫ້າກະ​ຖັງບັນ​ຈຸ chlorine ​ໄດ້​ຖິ້ມລົງ​ໃສ່​ບັນດາ​ຄຸ້ມບ້ານ​ກ່ອນ​ທ່ຽງ​ຄືນ. ນາ​ຍ​ແພດ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ໂທລະພາບ al-Jazeera ວ່າ ທ່ານ​ແນ່ນອນ​ວ່າ​ເຄມີ​ດັ່ງກ່າວ​ແມ່ນ chlorine ​ເພາະວ່າ​ເຊື້ອ​ພິດຮ້າຍ​ແຮງ​ດັ່ງກ່າວ​ໄດ້​ຖືກ​ໃຊ້ຕໍ່​ຕ້ານ​ຢູ່​ໃນ​ເຂດ​ນີ້ເທົ່າ​ທີ່​ຜ່ານ​ມາ.

ຍັງ​ບໍ່ມີ​ຄຳ​ຖະ​ແຫລ​ງ​ໃດໆຈາກ​ລັດຖະບານ​ຊີ​ເຣຍ ຫລື​ພັນທະ​ມິດຣັດ​ເຊຍ ຜູ້​ທີ່​ໄດ້​ສູ້​ລົບ​ກັບ ພວກຕໍ່ຕ້າ​ນລັດຖະບານ ທີ່​ຄວບ​ຄຸມ​ຂົງ​ເຂດ​ໃນ​ອັນ​ທີ່​ພວກ​ສັງ​ເກດ​ການ​ອະທິບາຍ​ວ່າ​ເປັນ​ການ​ສູ້​ລົບ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ຫລາຍ​ເດືອນ​ທີ່​ຜ່ານ​ມາ.

​ເຖິງ​ຢ່າງ​ໃດ​ກໍ​ດີ ອົງການ​ຂ່າວ Sana ຂອງ​ລັດຖະບານ​ຊີ​ເຣຍຕໍ່​ມາ​ກໍໄດ້​ກ່າວ​ຫາ​ພວກ​ຕໍ່ ຕ້ານ​ລັດຖະບານ​ວ່າ ຍິງ​ລູກຈະ​ຫລວດ​ຕິດ​ແກັສພິດ​ເຂົ້າ​ມາ​ເຂດ​ຄວບ​ຄຸມ​ ຂອງ​ລັດຖະ ບານທີ່​ຢູ່​ໃກ້​ກັບ​ເມືອງ Aleppo ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ຫ້າ​ຄົນ. ແຕ່ລາຍ​ງານ​ບໍ່​ໄດ້​ບອກລາຍ​ລະອຽດ.

ພວກຜູ້ຊາຍພາກັນກວດເບິ່ງບ່ອນເຮືອບິນເຮລິຄອບເຕີຣັດເຊຍຖືກຍິງຕົກ.
ພວກຜູ້ຊາຍພາກັນກວດເບິ່ງບ່ອນເຮືອບິນເຮລິຄອບເຕີຣັດເຊຍຖືກຍິງຕົກ.

​ເຮືອບິນເຮລີຄອບເຕີຣັດ​ເຊຍ​ຕົກ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ປະມານ 15 ກິ​ໂລ​ແມັດ​ຈາກ​ບ່ອນ​ທີ່​ມີ​ການ​ໂຈມ​ຕີ​ດ້ວຍ​ເຄມີທີ່ວ່ານັ້ນ.

ການ​ສູ້​ລົບ​ໄດ້ແຜ່​ລາມ​ເຂົ້າ​ມາ​ ​ແລະ​ໃກ້​ກັບ​ເມືອງ Aleppo ​ເປັນ​ເວລາດົນ​ກວ່າ ສອງ​ເດືອນ. ບັນດາ​ຜູ້ສັງ​ເກດ​ການ​ຈາກ​ຫ້ອງການ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ລາຍ​ງານ​ວ່າ​ຢ່າງ​ໜ້ອຍ 6,000 ຄົນ​ໄດ້​ເສຍ​ຊີວິດ ຫລື​ໄດ້​ຮັບ​ບາດ​ເຈັບ​ໃນ 80 ມື້​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria Gas
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG