ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມຽນມາ ສັ່ງໃຫ້ ກຸ່ມນາຍແພດ ບໍ່ມີພົມແດນ ອອກຈາກລັດ Rakhine (ວີດີໂອ)


ແຜນທີ່ມຽນມາ
ແຜນທີ່ມຽນມາ
ບັນດາ​ເຈົ້າ​ໜ້າ​ທີ່​ໃນພະມ້າທີ່ຮູ້​ກັນ​ໃນອີກຊື່ນຶ່ງວ່າມຽນມານັ້ນ
ກ່າວ​ວ່າ ​ເຂົາ​ເຈົ້າຈະ​ບໍ່​ອະນຸຍາດ ໃຫ້ອົງການ​ຊ່ວຍ​ເຫລືອ​ສາ
ກົນ ນາຍ​ແພດ​ບໍ່​ມີ​ພົມ​ແດນສືບຕໍ່ດໍາ​ ເນີນວຽກງານ​ຂອງ​ເຂົາ​
ເຈົ້າຢູ່​ໃນ​ລັດ Rakhine ທີ່ພວມມີບັນຫາຊຶ່ງເປັນບ່ອນຢູ່​ຂອງ​
ຊາວ​ມຸສລິ​ມກຸ່ມ​ນ້ອຍຮວມ​ທັງຊາວ Rohingyaທີ່​ບໍ່​ມີ​ປະເທດ
ນຳດ້ວຍ.

​ໂຄສົກ​ປະທານາທິບໍດີມຽນມາ ທ່ານ U Ye Htut ​ໄດ້​ກ່າວ​ຕໍ່
ໜັງສືພິມ Myanmar Freedom ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ລັດຖະ
ບານຈະ​ບໍ່​ຕໍ່​ໃບອະນຸຍາດ​ໃນການ​ເຮັດ​ວຽກ ໃຫ້​ແກ່ອົງການ
ດັ່ງກ່າວ​ ພາຍ​ໃຕ້ບົດບັນທຶກຄວາມ​ເຂົ້າ​ໃຈ ​ເພາະວ່າກຸ່ມ​ດັ່ງ
ກ່າວ ບໍ່ມີຄວາມໂປ່ງໃສ ​ໃນ​ການປະຕິບັດງານ​ຂອງ​ຕົນ.

ທ່ານ​ໄດ້​ຕິຕຽນ​ກຸ່ມດັ່ງກ່າວ ທີ່ກ່າວວ່າ ມີຊາວ Rohinya ຫລາຍ​ກວ່າ 40 ຄົນໄດ້​ຖືກ​ຂ້າ​
ຕາຍ ​ໃນ​ການ​ໂຈມ​ຕີ​ຢູ່​ທີ່​ບ່ອນ​ສອກຫຼີກແຫ່ງນຶ່ງໃນ​ພາກ​ເໜືອ​ຂອງ​ລັດໃນ​ເດືອນແລ້ວ​ນີ້. ລັດຖະບານຢືນຢັດ​ວ່າ ມີ​ແຕ່​ຊາວ​ພຸດ​ຄົນ​ນຶ່ງ ທີ່​ເປັນ​ຕໍາ ຫລວດ ​ໄດ້​ເສຍ​ຊີວິດ.

ຍັງ​ບໍ່​ມີ​ການໃຫ້ຄວາມເຫັນໃດ​ໃນ​ທັນ​ທີ ຈາກກຸ່ມນາຍແພດ​ ທີ່​ບໍ່​ມີ​ພົມ​ແດນ.

ລັດຖະບານ ປະຕິ​ເສດບໍ່ຍອມຮັບ​ຮູ້​ຢ່າງ​ເປັນ​ທາງ​ການວ່າ ຊາວ Rohinya ເປັນ ຊົນກຸ່ມ​
ນ້ອຍ​. ລັດຖະບານ​ກ່າວ​ວ່າ ສະມາ​ຊິກ ພວກ​ຊົນ​ກຸ່ມ​ນ້ອຍທີ່ຖືກຮັບຮູ້ຢ່າງ ເປັນທາງການ
ໃດໆ ຕ້ອງ​ສາມາດພິສູດໃຫ້ເຫັນວ່າ ບັນພະບຸລຸດ​ຂອງ​ເຂົາ​ເຈົ້າ ເຄີຍ​ຢູ່​ໃນ​ມຽນມາ ກ່ອນ
ທີ່ອັງກິດໄດ້​ລຸກ​ລານລັດ Rakhine ​ໃນ​ປີ 1823.

Rohingya Protest Outside Burmese Embassy in Washington
please wait

No media source currently available

0:00 0:01:46 0:00
ລິງໂດຍກົງ
XS
SM
MD
LG