ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການກາແດງ ຄາດວ່າ ການຍົກຍ້າຍຜູ້ຄົນ ອອກຈາກ Aleppo ຈະແລ້ວ ໃນວັນພະຫັດນີ້

ພວກທີ່ຖືກຍົກຍ້າຍ ອອກຈາກນະຄອນ Aleppo ໄດ້ໄປເຖິງ​ເຂດຄວບຄຸມຂອງພວກຕໍ່ຕ້ານ ທີ່ al-Rashideen, ຊິເຣຍ, 21 ທັນວາ, 2016.
ພວກທີ່ຖືກຍົກຍ້າຍ ອອກຈາກນະຄອນ Aleppo ໄດ້ໄປເຖິງ​ເຂດຄວບຄຸມຂອງພວກຕໍ່ຕ້ານ ທີ່ al-Rashideen, ຊິເຣຍ, 21 ທັນວາ, 2016.

ການ​ຍົກຍ້າຍພົນລະ​ເຮືອນ​ແລະ​ພວກ​ຕໍ່ຕ້ານ​ຄັ້ງ​ສຸດ​ທ້າຍ ອອກ​ຈາກ​ນະຄອນ Aleppo
ປະ​ເທດຊິ​ເຣຍ ຄາດ​ວ່າ ຈະ​ສຳ​ເລັດ​ລົງ​ໃນ​ວັນ​ພະຫັດ​ມື້​ນີ້ ​ແລະຈະ​ເຮັດ​ໃຫ້ການປະຕິ​ງານ​ເປັນ​ເວລາ​ນຶ່ງ​ອາທິດ ສິ້ນສຸດ​ລົງ ​ ຊຶ່ງ​ຈະອຳນວຍ​ໃຫ້​ລັດຖະບານ ​ເຂົ້າຄວບ​ຄຸມ​ເມືອງ​
ສຳຄັນ​ຢູ່​ໃນ​ພາກ​ເໜືອ​ຂອງ​ເທດດັ່ງກ່າວ ​ເປັນ​ເທື່ອ​ທຳ​ອິດ ນັບ​ຕັ້ງ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ.

ອົງການ​ສະພາກາ​ແດງ​ນາໆ​ຊາດ ຫຼື ICRC ​ໄດ້​ເປັນ​ຜູ້​ຄອຍ​ໃຫ້ການ​ຊ່ອຍ​ເຫຼືອ​ການ​ຍົກຍ້າຍ​ຄັ້ງ​ນີ້ ​ແລະ​ໄດ້​ກ່າວ​ວ່າ ຂະ​ບວນລຳລຽງ​ທີ່​ຈະມີລົດ​ເມ​ ຫຼາຍ​ສິບຄັນ ທີ່​ຈະ​ນຳ​
ຜູ້​ຄົນ​ອອກ​ໄປ​ຈາກ ກ້ຳຕາ​ເວັນ​ອອກ​ຂອງ​ນະຄອນ Aleppo ຕະຫຼອດ​ທັງ​ວັນ.

ຊາວຊິເຣຍ ຖືກຂົນຍ້າຍອອກຈາກນະຄອນ Aleppo ໃນຂະນະທີ່ຢຸດຍິງນັ້ນ ໄດ້ພາກັນມາເຖິງສູນອົບພະຍົບ Rashidin, ໃກ້ໆກັບແຂວງ Idlib, ຊິເຣຍ, 20 ທັນວາ, 2016.
ຊາວຊິເຣຍ ຖືກຂົນຍ້າຍອອກຈາກນະຄອນ Aleppo ໃນຂະນະທີ່ຢຸດຍິງນັ້ນ ໄດ້ພາກັນມາເຖິງສູນອົບພະຍົບ Rashidin, ໃກ້ໆກັບແຂວງ Idlib, ຊິເຣຍ, 20 ທັນວາ, 2016.

ອົງການ ICRC ​ໄດ້​ກ່າວ​ວ່າ ຜູ້​ປ່ວຍ​ຜູ້​ສຸດ​ທ້າຍ​ທີ່​ຮັກສາ​ພະຍາບານ​ໃນ​ໂຮງໝໍ ​ໃນກ້ຳ​ຕາ​ເວັນ​ອອກ​ຂອງ​ນະຄອນ Aleppo ​ໄດ້​ຖືກ​ຍົກຍ້າຍ ພ້ອມ​ກັບພວກ​ອື່ນໆ ທີ່​ມີ​ຄວາມ​ຈຳເປັນ​ທາງ​ການ​ແພດ ຢ່າງ​ຮີບ​ດ້ວຍ ​ໃນ​ວັນ​ພຸດ​ວານ​ນີ້.

ມັນ​ກໍ​ຂຶ້ນ​ຢູ່​ກັບວ່າ ມາ​ຈາກ​ແຫຼ່ງຂ່າວ​ໃດ ​ກະ​ວ່າ​ປະມານ 25 ຫາ 35 ພັນ ຄົນ ​ໄດ້​ອອກ​ຈາກ​ນະຄອນ Aleppo ​ໄປ​ແລ້ວ. ມີ​ອີກ ຫຼາຍ​ພັນຄົນ ​ໄດ້ພາກັນ​ໜີ​ອອກ​ຈາກ ບ້ານ Foua
​ແລະ​ບ້ານ Kefraya ໃນ​ແຂວງ Idlib ທີ່​ປິດ​ລ້ອມ​ໂດຍ​ພວກ​ຕໍ່ຕ້ານ ທີ່​ ​ລັດຖະບານຢືນ​ຢັດວ່າ ​ຈະຕ້ອງ​ຮວມ​ເຂົ້າ​ຢູ່ໃນ​ຂໍ້​ຕົກລົງ​ຍົກຍ້າຍ​ທີ່​ວ່າ​ນີ້ນຳ.

ທ່ານ Bashar Jaafari ເອກອັກຄະລັດຖະທູດຊິເຣຍ ປະຈຳອົງການສະຫະປະຊາດ ຖະແຫຼງຕໍ່ສື່ ຂອງອົງການສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ຈະລົງຄະແນນສຽງ ທີ່ມີເປົ້າໝາຍເພື່ອລຸລ່ວງ ແລະຄວບຄຸມດູແລ ຂອງການຍົກຍ້າຍຊາວຊິເຣຍ ອອກຈາກນະຄອນ Aleppo, ທີ່ສປຊ.

ໃນ​ຂະນະ​ດຽວ​ກັນ ອົງການ​ສະຫະ​ປະຊາ​ຊາດ ​ໄດ້ເປີດ​ເຜີຍ​ລາຍ​ງານສະບັບ​ນຶ່ງ ​ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງ​ລະບຸ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ແມ່ນ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ ສ້າງ​ຄວາມເສຍ​ຫາຍ​ໃຫ້​ແກ່​ຂະ​ບວນລົດ​ຊ່ອຍ​ເຫຼືອ ​ທີ່​ເມືອງ​ Urem al-Kubra ​ໃກ້ໆ​ນະຄອນ Aleppo ​ໃນ​ເດືອນ​ກັນຍາ​ຜ່ານ​ມາ​ນີ້.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ ຍັງ​ບໍ່​ທັນ​ສະຫຼຸບໄດ້​ວ່າ ການ​ໂຈມຕີ​ທາງ​ອາ ກາດນີ້ ​ແມ່ນເຮັດ​ໄປ​ດ້ວຍ​ຄວາມ​ຕັ້ງ​ໃຈ ຫຼືວ່າ​ແມ່ນ​ຜູ້​ໃດ​ເປັນ​ຜູ້​ຮັບຜິດຊອບ. ຄະນະ​ສືບສວນ​ພົບ​ເຫັນ​ວ່າ ມີ​ແຕ່​ເຮືອບິນ​ທີ່​ເປັນ​ຂອງ​ຊິ​ເຣຍ ຣັດ​ເຊຍ ຫຼືບໍ່ກໍ​ຂອງ​ສະຫະລັດ ທີ່​ເປັນຜູ້​ນຳ​ພາກຳລັງ​ປະສົມ ຈະ​ສາມາດ​ທຳ​ການ​ໂຈມ​ຕີ​ທີ່​ວ່າ​ນີ້ ​ແລະກອງ​ກຳລັງ​ຂອງ​ພວກ​ຕໍ່ຕ້ານ ​ແມ່ນ​ບໍ່ມີ​ຄວາມ​ສາມາດ.

​ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ຣັດ​ເຊຍ ​ເປັນ​ຜູ້​ຮັບ​ຜິດ​ຊອບ ​ແຕ່​ວ່າ ລັດຖະບານຣັດ​ເຊຍ ​ໄດ້​ປະຕິ​ເສດ ຕໍ່​ການ​ກ່າວ​ຫາ​ທີ່​ວ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Syria Aleppo
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG