ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍພົນ ສະຫະລັດ ຊຸກຍູ້ ບໍ່ໃຫ້ ອີຣັກ "ຮີບຮ້ອນ" ໃນການສູ້ລົບກັບຄືນໄປເມືອງ Mosul


ຂະບວນລົດທະຫານອີຣັກ ກ້າວເຂົ້າສູ່ເມືອງ Mosul ປະເທດ Iraq ທີ 19 ຕຸລາ 2016.
ຂະບວນລົດທະຫານອີຣັກ ກ້າວເຂົ້າສູ່ເມືອງ Mosul ປະເທດ Iraq ທີ 19 ຕຸລາ 2016.

ນາຍ​ພົນທະຫານ​ສະຫະລັດ​ຄົນ​ນຶ່ງ ທີ່​ນຳພາ​ກຳລັງ​ແນ​ວ​ໂຮມ​ສູ້​ລົບ​ທາງພາກ​ພື້ນ​ດິນ​ໃນ​ ອີ​ຣັກ ກຳລັງຊຸກຍູ້ໃຫ້​ກຳລັງ​ອີຣັກທີ່ສູ້​ລົບ​ຢູ່​ໃນ​ເມືອງ Mosul ວ່າ “ຢ່າໄດ້​ຮີບ​ຮ້ອນ ເພາະ ມັນຈະ​ເລີ້ມ​ໃຫ້ໂອກາດ​ແກ່ພວກ​ສັດຕູ.”

US General Urges Iraqis 'Not to Rush' Mosul Fight
please wait

No media source currently available

0:00 0:01:44 0:00

​ນາຍ​ພົນ​ຕີ Gary Volesky ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຜ່ານການ​ປະຊຸມທາງ​ໂທລະສັບ​ຈາກ​ນະຄອນຫລວງ Bagdad ​ໃນ​ວັນ​ພຸດ​ວານ​ນີ້​ວ່າ “ຂ້າພະ​ເຈົ້າ​ບໍ່​ໄດ້ບອກ​ໃຫ້​ອີຣັກ ຢ່າໄດ້​ຮີບ​ຮ້ອນ​ເຂົ້າ​ໄປ​ເມືອງ Mosul​. ຂ້າພະ​ເຈົ້າ​ບອກໃຫ້​ເຂົາ​ເຈົ້າ ວ່າພວກທ່ານພວມມີ​ແຮງ​ກະ​ຕຸ້ນ ຊຸກຍູ້​ ໃຫ້ຮັກສາກຳລັງແຮງນັ້ນໄວ້ ໃຫ້ດຳ​ເນີນໃຊ້​ຄວາມ​ກົດດັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແກ່ໃສ່​ສັດຕູ ​ແລ້ວພວກ​ສັດຕູ​ກໍຈະ​ແຕກສະຫລາຍ​ໄປ.”

ຄວັນໄຟພູ່ຂຶ້ນສູ່ທ້ອງຟ້າໃນຂະນະທີ່ສູ້ລົບກັນລະຫວ່າງ ກຳລັງຮັກສາຄວາມປອດໄພອີຣັກ ແລະກຸ່ມລັດອິສລາມ.
ຄວັນໄຟພູ່ຂຶ້ນສູ່ທ້ອງຟ້າໃນຂະນະທີ່ສູ້ລົບກັນລະຫວ່າງ ກຳລັງຮັກສາຄວາມປອດໄພອີຣັກ ແລະກຸ່ມລັດອິສລາມ.

ນາຍ​ພົນຜູ້ນັ້ນ​ກ່າວ​ວ່າ ທ່ານ​ຄາດ​ວ່າ ​ບັນດາ​ນັກ​ລົບ​ອິສລາມ ຈະ​ສູ້​ລົບ “ຢ່າງ​ສຸດ​ຂີດໜ້າ​ຕໍ່ ໜ້າ​ປ້ອງ​ກັນ​ເມືອງ Mosul” ຈົນ​ກວ່າພວກ​ເຂົາ​ຈະ​ສູນເສຍ​ເມືອ​ງດັ່ງກ່າວ. ທ່ານ​ກ່າວ​ວ່າ ຫລັງ​ຈາກ​ນັ້ນພວກ IS ກໍຈະຫັນ​ປ່ຽນເປັນ​ກຳລັງ​ກະບົດ ​ໃຊ້​ວິທີ​ການທີ່ບໍ່​ແມ່ນ​ໜ້າ​ຕໍ່ໜ້າ ​ເພື່ອ​ເຮັດ​ໃຫ້ການ​ໂຈມ​ຕີເປັນການ​ລົບ​ກວນ​ແກ່ ກຳລັງ​ອີຣັກ ​ແລະ​ພວກ​ພົນລະ​ເຮືອນ.

ແມ່ຍິງຄົ່ນນຶ່ງພ້ອມລູກນ້ອຍຜ່າຍໜີຈາກການສູ້ລົບ.
ແມ່ຍິງຄົ່ນນຶ່ງພ້ອມລູກນ້ອຍຜ່າຍໜີຈາກການສູ້ລົບ.

ນາຍ​ພົນ Volesky ກ່າວ​ວ່າ “ພວກ​ເຮົາບອກ​ໃຫ້ ພວກ Daesh ວ່າ ບັນດາ​ຜູ້ນຳພວກ​ເຂົາ​ກຳ​ລັງ​ປະລະ​ພວກເຂົາ​. ພວກ​ເຮົາ​ເຫັນ​ການ​ເຄື່ອນ​ໄຫວ​ອອກ​ມາ​ຈາກ ​ເມືອງ Mosul.

ພາບບັນທຶກເຜີຍແຜ່ຢູ່ໜ້າແວັບໄຊລຂອງພວກຫົວຮຸນແຮງລັດອິສລາມ ຢູ່ໃນເມືອງ Raqqa, Syria.
ພາບບັນທຶກເຜີຍແຜ່ຢູ່ໜ້າແວັບໄຊລຂອງພວກຫົວຮຸນແຮງລັດອິສລາມ ຢູ່ໃນເມືອງ Raqqa, Syria.

ສະຫະລັດ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອດ້ານ​ສືບ​ລັບ ສະໜັບສະໜູນ​ຍຸດ​ທະ​ສາດການ​ໂຈມ​ຕີ​ທາງ​ອາກາດ​ຫລາຍ​ພັນ​ຖ້ຽວ ຍິງ​ປືນ​ໃຫຍ່ ​ແລະ​ໃຊ້​ເຮືອບິນ​ເຮ​ລິ​ຄອບ​ເຕີ Apache ​ເພື່ອ​ສະໜັບສະໜູນ​ການ​ສູ້​ລົບ​ຢູ່ໃນເມືອງ Mosul​. ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ສູ້​ລົບ​ດັ່ງກ່າວ ກໍບໍ່​ແມ່ນ​ເປົ້າ​ໝາ​ຍທີ່​ເຈາະ​ຈົງ​ຢ່າງ​ດຽວຂອງນາຍພົນດັ່ງກ່າວ. ນາຍ​ພົນ Volesky ກ່າວ​ວ່າ ກຳລັງ​ທະຫານ​ສະ​ລັດ​ຂອງ​ທ່ານ ຕັ້ງ​ໃຈ​ຢູ່​ໃນ​ເຂດ​ອຶ່ນໆ​ຂອງ​ອີຣັກນຳ ​ເພື່ອ​ປ້ອງ​ກັນ​ໂອກາດ​ໃດໆທີ່​ລັດ​ອິສລາມ ພ​ະຍາຍາມ​ທີ່​ຈະ​ຫັນເຫຄວາມສົນ​ໃຈ​ຂອງ​ລັດຖະບານ​ອີຣັກ ​ໄປ​ສູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

Retreating IS Leaves Destruction in Villages Around Mosul
please wait

No media source currently available

0:00 0:00:44 0:00

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG