ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສູ້ລົບ ຍັງດຳເນີນ ຢູ່ຕໍ່ມາ ໃນພາກ ຕາເວັນອອກ ຂອງ ຢູເຄຣນ (ວີດີໂອ/ສະໄລດ໌)


ູຜູ້ຍິງຊາລາ ຄົນນຶ່ງກຳລັງຢ່າງຜ່ານເຮືອນທີ່ຖືກໄຟໄໝ້ຈາກລູກ ປືນຕົກໄສ່ ທີ່ເມືອງ Semenovka ປະເທດ ຢູເຄຣນ
ູຜູ້ຍິງຊາລາ ຄົນນຶ່ງກຳລັງຢ່າງຜ່ານເຮືອນທີ່ຖືກໄຟໄໝ້ຈາກລູກ ປືນຕົກໄສ່ ທີ່ເມືອງ Semenovka ປະເທດ ຢູເຄຣນ
ການສູ້ລົບກັນຍັງດຳເນີນຢູ່ຕໍ່ມາ ລະຫວ່າງພວກແບ່ງແຍກ
ດິນແດນ ທີ່ນິຍົມຣັດເຊຍ ແລະທະຫານລັດຖະບານ ຢູ່ໃນ
ພາກຕາເວັນອອກຂອງຢູເຄຣນ ສອງມື້ ກ່ອນການເລືອກ
ຕັ້ງປະທານາທິບໍດີ ຢູ່ໃນປະເທດດັ່ງກ່າວ.

ພວກທີ່ເຫັນເຫດການ ແລະເຈົ້າໜ້າທີ່ຮັກສາຄວາມສະ
ຫງົບຂອງຢູເຄຣນລາຍ ງານວ່າ ໄດ້ເກີດການປະທະກັນ
ກັນຂຶ້ນທີ່ເມືອງ Semenovka ແລະທີ່ເມືອງ Rubizhne
ໃນຂົງເຂດ Donetsk.

ທະຫານລັດຖະບານ 13 ຄົນໄດ້ຖືກຂ້າຕາຍໃນການໂຈມ
ຕີຂອງພວກແບ່ງແຍກ ດິນແດນ ຢູ່ໃນເຂດ Donetsk ໃນຕອນແລງຂອງວັນພະຫັດ
ວານນີ້ ຊຶ່ງພາໃຫ້ ມີຄວາມຢ້ານກົວວ່າ ຈະເກີດຄວາມຮຸນແຮງຂຶ້ນ ກ່ອນການເລືອກຕັ້ງ
ໃນວັນອາ ທິດມື້ຮືນີ້.

​ເລຂາທິການໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-Moon ໄດ້ປະນາມການກໍ່ຄວາມ
ຮຸນແຮງດັ່ງກ່າວ ໂດຍຮຽກຮ້ອງໃຫ້ທຸກພັກຝ່າຍ ເພີ້​ມຄວາມ​ພະຍາ​ມຂຶ້ນ ເປັນ​ສອງ​ເທົ່າ ​ເພື່ອຄ້ຳປະກັນໃຫ້ມີການເລືອກຕັ້ງ ​ຢ່າງ​ເສລີ ​ທ່ຽງທຳ ແລະດຳ ເນີນໄປດ້ວຍຄວາມ
ປອດໄພ.
Donetsk Preparations for Sunday Vote Marred by Violence, Intimidation
please wait

No media source currently available

0:00 0:02:59 0:00

ເຈົ້າໜ້າທີ່ຢູເຄຣນໄດ້ຖິ້ມໂທດໃສ່ຣັດເຊຍ ທີ່ພະຍາຍາມເຮັດໃຫ້ບັນຫາຂັດແຍ້ງ ມີ
ຄວາມເຄັ່ງຕຶງເພີ້ມຂຶ້ນ ແລະລົບກວນການເລືອກຕັ້ງ ທີ່ມົສກູບໍ່ຍອມໃຫ້ການ ສະໜັບ
ສະໜຸນນັ້ນ.

ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ໄດ້ຖິ້ມໂທດໃສ່ ອັນທີ່
ເອີ້ນວ່າ ອັນຕະລາຍໃນຄວາມເພີ້ຝັນຂອງປະເທດຕາເວັນຕົກ ທີ່ກໍ່ໃຫ້ເກີດ ວິກິດການ
ດັ່ງກ່າວ.
UKRAINE VO
please wait
Embed

No media source currently available

0:00 0:00:29 0:00

ໃນການຖະແຫຼງຕໍ່ກອງປະຊຸມທີ່ນະຄອນມົສກູນັ້ນ ທ່ານ Lavrov ຍັງກ່າວວ່າ ປະເທດ
ຕາເວັນຕົກພວມພະຍາຍາມທີ່ຈະຄວບຄຸມຣັດເຊຍ ໂຍໃຊ້ກົນລະຍຸດໃນ ສະໄໝ
ສົງຄາມເຢັນ.
XS
SM
MD
LG