ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Argo ໄດ້ຮັບ Oscar ສໍາລັບຮູບເງົາຍອດຍ້ຽມ ປະຈໍາປີ (ສະໄລດ໌/ວີດິໂອ)


ຜູ້ກໍາກັບການສະແດງ ດາລານໍາ ແລະຜູ້ສ້າງ Ben Affleck ຮັບເອົາ ຕຸກກະຕາຄໍາ ສໍາລັບຮູບເງົາຍອດຢ້ຽມປະຈໍາປີເລຶ້ອງ "Argo"
ຜູ້ກໍາກັບການສະແດງ ດາລານໍາ ແລະຜູ້ສ້າງ Ben Affleck ຮັບເອົາ ຕຸກກະຕາຄໍາ ສໍາລັບຮູບເງົາຍອດຢ້ຽມປະຈໍາປີເລຶ້ອງ "Argo"
ຮູບ​ເງົາ​ເລື້ອງ Argo ​ກ່ຽວ​ກັບ​ວິ​ກິດ​ການ​ນັກ​ການ​ທູດ​ສະຫະລັດ​
ຖືກ​ຈັບ​ເປັນ​ໂຕ​ປະກັນ​ຢູ່​ອິຣ່ານ ໄດ້ຮັບລາງວັນຮູບ​ເງົາ​ຍອດ​ຍ້ຽມ​
ໄປໃນ​ງານ​ມອບລາງວັນ Oscar ຫລື​ຕຸກກະຕາ​ຄໍາ ປີທີ 85 ຢູ່​
ນະຄອນ​ລອສ ​ແອນ​ຈີ​ແລ​ສ ຄືນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ສ້າງ​ຄວາມ
​ປະຫລາດ​ໃຈ​ໃຫ້​ຄົນ​ທົ່ວ​ໄປ ທີ່​ພາກັນ​ຄາດ​ຄະ​ເນ​ວ່າ ຮູບ​ເງົາ​
ເລື້ອງ Lincoln ​ກ່ຽວ​ກັບ​ການ​ຕໍ່ສູ້​ເພື່ອ​ລົບ​ລ້າງ​ຂ້າ​ທາດ ຂອງ​
ປະທານາທິບໍດີ​ຄົນທີ 16 ຂອງ​ສະຫະລັດ ທີ່​ອໍານວຍ​ການສ້າງ ແລະກໍາກັບ​ການສະ​ແດງ​ໂດ​ຍ Steven Spielberg.

ຮູບ​ເງົາ​ເລື້ອງ Argo ​ແມ່ນ​ຮ່ວມກໍາກັບ​ການສະ​ແດງ​ໂດຍ​ດາລາ​ຮູບ​ເງົາ​ຊື່​ດັງ Ben Afleck ທີ່​ເປັນ​ທັງ​ຜູ້​ອໍານວຍ​ການ​ສ້າງ ​ແລະ​ສະ​ແດງເອງ.

ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ທ່ານ​ນາງ Michelle Obama ​ໄດ້​ສ້າງ​ຄວາມ​ປະຫລາດ​ໃຈ​ໃຫ້​ຜູ້ເຂົ້າເບິ່ງ​ງານ​ມອບ​ລາງວັນ ​ໂດຍ​ການ​ເປັນ​ຜູ້​ປະກາດລາງວັນ​ຮູບ​ເງົາ​ຍອດ​ຍ້ຽມ ອັນ​ສູງສົ່ງ​ດັ່ງ​ກ່າວ ທາງ​ວີ​ດິ​ໂອ​ຈາກ​ທໍານຽບຂາວ. ທ່ານ​ນາງ​ກ່າວ​ວ່າ ບັນດາ​ຮູບ​ເງົາ​ທີ່​ຖືກ​ສະ​ເໜີ​ຊື່​ເຂົ້າ​ແຂ່ງ​ເອົາ​ລາງວັນນັ້ນ ​“ແມ່ນ​ເຮັດ​ໃຫ້​ພວກ​ເຮົາ​ທັງ​ຫົວ​ແລະ​ຮ້ອງ​ໄຫ້.”

ຮູບ​ເງົາ​ເລື້ອງ​ນີ້​ ທີ່ຍັງ​ໄດ້​ຮັບ​ລາງວັນ Oscar ປະ​ເພດ​ຕັດ​ຕໍ່​ແລະ​ປັບ​ແປງຍອດ​ຍ້ຽມນໍາ​ນັ້ນ ​ແມ່ນກ່ຽວ​ກັບການ​ປະຕິບັດ​ພາລະກິດ​ຂອງ​ອົງການ​ສືບ​ລັບ CIA ຂອງ​ສະຫະລັດ ​ໃນ​ການ​ໄປ​ຊ່ວຍ​ເອົາ​ນັກ​ການ​ທູດ​ອາ​ເມຣິກັນ 6 ຄົນ​ທີ່​ຖືກ​ຈັບ​ເປັນ​ໂຕ​ປະກັນ ​ຢູ່​ອິຣ່ານ ອອກ​ມາ ບໍ່​ດົນ​ຫລັງ​ຈາ​ກການ​ປະຕິວັດ​ອິສລາມ ​ໃນ​ປີ 1979.



​ອີກ​ລາງວັນ​ນຶ່ງ​ທີ່​ສ້າງ​ຄວາມ​ປະຫລາດ​ໃຈ ກໍຄືລາງວັນ​ກໍາກັບ​ການສະ​ແດງ​ຍອດ​ຍ້ຽມ ທີ່​ໃຜໆ​
ກໍ​ຄາດ​ວ່າ​ຈະ​ເປັນ​ຂອງ Steven Spielberg ​ແຕ່​ກັບ​ຕົກ​ເປັນ​ຂອງ Ang Lee ສໍາລັບ​ຮູບ​ເງົາ​ເລື້ອງ The Life of Pi.

ສ່ວນ​ລາງວັນນັກສະ​ແດງຊາຍ​ຍອດ​ຍ້ຽມ ຕົກ​ເປັນ​ຂອງ Daniel Day Lewis ທີ່​ສະແດງ​
ເປັນ​ທ່ານ Lincoln ຊຶ່ງ​ຜູ້ກ່ຽວ​ກໍ​ໄດ້​ສ້າງ​ປະຫວັດສາດ​ ທີ່​ໄດ້ຮັບ​ລາງວັນ​ Oscar ປະ​ເພດ​ນີ້​
ເຖິງ​ສາມຄັ້ງ.

ສໍາລັບ​ລາງວັນ​ນັກສະ​ແດງ​ຍິງ​ຍອດ​ຍ້ຽມນັ້ນ ຕົກ​ເປັນ​ຂອງ Jennifer Lawrence ຍ້ອນ​ບົດບາດ​ທີ່​ນາງສະ​ແດງ​ເປັນ​ແມ່​ໝ້າຍ​ສາວ ​ໃນ​ຮູບ​ເງົາ​ເລື້ອງ Silver Linings Playbook.

ວີດິໂອກ່ຽວກັບສອງຜູ້ກໍາກັບການສະແດງທີ່ແຂ່ງກັນຍາດເອົາອອສກ້າ: Steven Spielberg ແລະ Ang Lee:



XS
SM
MD
LG