ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານພິດສີໝາກກ້ຽງ ຍັງສືບຕໍ່ ສ້າງບັນຫາສຸຂະພາບ ຢູ່ຫວຽດນາມ


ສະຫະລັດ ສິ້ນສຸດການພົວພັນ ໃນສົງຄາມຫວຽດນາມ ມາໄດ້ 35 ປີແລ້ວ ແລະສ້າງຕັ້ງ ຄວາມສຳພັນທາງດ້ານການທູດກັບຮ່າໂນ່ຍ ເມື່ອ 15 ປີກ່ອນ ແຕ່ຜົນກະທົບ ທີ່ຍືດເຍື້ອ ຍາວນານ ຈາກບັນຫາຂັດແຍ້ງນີ້ ຍັງມີຢູ່ຕໍ່ມາ ໂດຍສະເພາະແລ້ວ ແມ່ນໃນຮູບຂອງສານ ພິດເຄມີຮ້າຍແຮງ ທີ່ທາງກອງທັບສະຫະລັດນຳໃຊ້ ເພື່ອເຮັດໃຫ້ໃບໄມ້ຫຼົ່ນ ໃນຄວາມພະ ຍາຍາມເພື່ອ​ໃຫ້ສາມາດ ຂັບໄລ່ພວກສັດຕູ ອອກມາຈາກ ເຂດປ່າຕຶບດົງໜາ

ສານສີສົ້ມຫຼືສີໝາກກ້ຽງຫລື Agent Orange ເປັນຊື່ລະ ຫັດຂອງສານ ເຄມີຊະນິດນຶ່ງ ທີ່ທາງກອງທັບ ສະຫະລັດ ໄດ້ນຳໃຊ້ໃນລະຫວ່າງສົງຄາມຫວຽດນາມ. ສານເຄມີນີ້ໄດ້ ຊື່ດັ່ງກ່າວມາຈາກແຖບສີໝາກກ້ຽງ ທີ່ຕິດຢູ່ໃນກະຖັງທີ່​ໃຊ້ ​ບັນຈຸສານນີ້ເພື່ອສົ່ງອອກນັ້ນ. ກະປະມານວ່າ ມີການສີດ ສານສີໝາກກ້ຽງ ຮອດ 45 ລ້ານລິດ ໃສ່ບາງເຂດຂອງ ຫວຽດນາມ ລາວ ແລະກຳປູເຈຍ.

ເມື່ອໄວໆມານີ້ ຄະນະຜູ້ແທນຈາກຫຼາຍໆສາສະໜາ ຂອງ ສະຫະລັດ ໄດ້ເດີນທາງກັບຄືນມາ ຈາກການໄປຢ້ຽມຢາມ ຫວຽດນາມ. ຣັບບາຍ Steve Gutow ຊຶ່ງເປັນປະທານ ແລະຫົວໜ້າບໍລິຫານຂອງສະພາ ສາສະໜາຢິວ ເພື່ອກິດ​ປະຊາ ກ່າວວ່າ ທ່ານມີຄວາມຕື່ນຕົກໃຈກ່ຽວກັບຜົນກະທົບ ທີ່ຍັງມີ ຢູ່ຕໍ່ມາ ຂອງສານສີໝາກກ້ຽງ.

"ຄວາມ​ເສຍ​ຫາຍຈາກ​ເຄມີ Agent Orange ຫລືສານສີ​ສົ້ມ ແລະສານ dioxin ນັ້ນ ຍາກທີ່ຈະເບິ່ງຫລືສຳຜັດໄດ້ ແລະເມື່ອຮູ້ວ່າ ພວກເຮົາໃນ​ດ້ານ​ໃດດ້ານ​ນຶ່ງ ໄດ້ມີ​ສ່ວນ​ເຮັດ​ໃຫ້​ເປັນ​ແນວ​ນັ້ນ​ແລ້ວ ມັນຈຶ່ງເປັນການຍາກຫລາຍ ທີ່ຮັບ​ເອົາໄດ້. ໃນຖານະບຸກຄົນຜູ້ນຶ່ງ ທີ່ຄິດວ່າອາເມຣິກາເປັນປະເທດທີ່ຍິ່ງໃຫຍ່ ດັ່ງທີ່ພວກເຮົາ​ ເປັນຢູ່ໃນໂລກນີ້ ມັນຈຶ່ງເຮັດໃຫ້ຂ້າພະເຈົ້າ ຜິດຫວັງຢ່າງທີ່​ສຸດ."

ລັດຖະສະພາສະຫະລັດ ໄດ້ອະນຸມັດເງິນ 3 ລ້ານໂດລາ ສຳລັບສົກປີ 2007 ແລະໄດ້ອະນຸ ມັດ ເງິນຈຳນວນດັ່ງກ່າວນີ້ ອີກຄັ້ງນຶ່ງ ສຳລັບສົກປີ 2009 ແລະ 2010 ເພື່ອດຳເນີນການ ກ່ຽວກັບສານສີໝາກກ້ຽງ ແລະສານພິດໄດອອ໊ກຊິນ ຢູ່ທີ່ປະເທດຫວຽດນາມ. ນອກນັ້ນແລ້ວ ໂຄງການນີ້ ຍັງໄດ້ຮັບການສະໜັບສະໜຸນ ທາງດ້ານການເງິນຈາກມູນນິທິ Ford ແລະມູນ ນິທິອື່ນໆ ຂອງສະຫະລັດ ຫລາຍໆອົງການ ຂອງສະຫະປະຊາຊາດ ແລະລັດຖະບານຂອງ ປະທດຕ່າງໆ. ມາຮອດປັດຈຸບັນ ມີການລະດົມເງິນໄດ້ແລ້ວ ປະມານ 30 ລ້ານໂດລາ.

ແຕ່ຄຸນ​ພໍ່ Caroll Baltimore Sr. ປະທານສະມັດຊາແຫ່ງຊາດກ້າວໜ້າ ຂອງກຸ່ມສາສະ ໜາບັບຕິສ ກ່າວວ່າ ຍັງມີຫລາຍສິ່ງຫຼາຍຢ່າງຕື່ມອີກ ທີ່ຈະຕ້ອງໄດ້ກະທຳ.

ຄຸນ​ພໍ່ Baltimore ​ເວົ້າວ່າ ຄວາມເສຍຫາຍ ແມ່ນໄລຍະຍາວ ແລະຈຸດທີ່ຍັງເປັນບັນຫາ ແມ່ນມີຢູ່ຢ່າງຫຼວງຫຼາຍ ເຊັ່ນໂຕຢ່າງ ທີ່ເມືອງດານັງ ດິນແມ່ນຍັງເປົ່າແປນ ເປັນດິນໂລ້ນ ບໍ່ມີຫຍ້າເລີຍ.

ສ່ວນຄຸນແມ່ Maureen Fielder ຈາກສາສະໜາກາໂຕລິກ ກໍພົບວ່າ ສະຖານະການ ແມ່ນຍັງຮ້າຍແຮງຢູ່ ເຖິງແມ່ນໄລຍະເວລາໄດ້ຜ່ານມາດົນກວ່າ 3 ທົດສະວັດແລ້ວກໍຕາມ. ຄຸນແມ່ Fielder ກ່າວວ່າ:

“ເຂດທີ່ໜ້າສະເທືອນໃຈທີ່ສຸດ ກໍຄືເຂດດານັງ ຄື​ຖານ​ທັບ​ອາກາດເກົ່າ ທີ່​ດາ​ນັງ ບ່ອນທີ່ພວກເຮົາໄດ້​ເກັບ​ມ້ຽນ ສານພິດອັນ​ນີ້ ແລະ​ເຮັດ​ເຫ່ຍ​ລົງ​ໃສ່ ຢ່າງຫລວງ ຫລາຍ. ​ແລະນອກຈາກນັ້ນແລ້ວ ສິ່ງທີ່​ເຮັດ​ໃຫ້ຂ້ອຍ ປະຫລາດໃຈຫຼາຍ ກໍ່ຄືວ່າ ​ເຖິງ​ວ່າ​ 35 ປີ​ໄດ້ຜ່ານມາແລ້ວກໍ​ຕາມ ​ແຕ່​ພວກເຮົາກໍຍັງສາມາດໄດ້ກິ່ນ ສານ ເຄມີພວກນັ້ນຢູ່. ມັນ​ແຮງຫລາຍ ແລະມັນກໍເປັນພິດ ຢ່າງຮ້າຍແຮງ.”

ລັດຖະບານຫວຽດນາມ ແລະບໍລິສັດຊ່ຽວຊານເອກກະຊົນ Hatfield Consulting of North Vancouver ຈາກປະເທດການາດາ ໄດ້ທຳການຊັ່ງຊາຕີລາຄາຫຼາຍໆຄັ້ງກ່ຽວ ກັບສານພິດໄອອອ໊ກຊິນ ທີ່ຍັງຕົກຄ້າງ ຕາມສະພາບແລດລ້ອມ ໃນບໍລິເວນອ້ອມແອ້ມ ສະໜາມບິນເມືອງດານັງ ແລະຢູ່ໃນເລືອດ ແລະໃນນໍ້ານົມຂອງ​ແມ່ລູກອ່ອນ ທີ່ອາໄສຢູ່ ໃນເຂດດັ່ງກ່າວເວລານີ້. ຜົນການຊັ່ງຊາທີ່ວ່ານີ້ ພາໃຫ້ມີການເຂົ້າໃຈດີຂຶ້ນ ກ່ຽວກັບບັນ ຫາຢູ່ເມືອງດານັງ ບ່ອນທີ່ກໍາລັງມີການສຶກສາເບິ່ງ ກ່ຽວກັບຄວາມເປັນໄປໄດ້ ໃນການດຳ ເນີນ ຄວາມພະຍາມ ເພື່ອປົວແປງ ທາງດ້ານຊີວະວິທະຍາ. ສຳລັບຄຸນ​ພໍ່​ສາສະໜາ​ຍິວ ຫລືຣັບບາຍ Gutow ​ແລ້ວ ​ແມ່ນບໍ່ຈຳເປັນ ຈະຕ້ອງທຳການສຶກສາ ເພື່ອຢາກຮູ້ຈັກຂອບ ເຂດ ຄວາມຮ້າຍແຮງ ຂອງບັນຫານີ້ ຊຶ່ງ​ທ່ານ​ກ່າວ​ວ່າ:

“ບໍ່ມີບ່ອນໃດທີ່ຮ້າຍ​ແຮງ ໄປກວ່າສະໜາມບິນດານັງ. ພວກເຮົາຕ້ອງໄດ້ຊື້ເກີບ ເຫລົ່ານັ້ນ ທີ່​ພວກ​ເຮົາຕ້ອງ​ໄດ້​ໃສ່​ຍ່າ​ງ ພວກເຮົາພະຍາຍາມເຮັດ​ເປັນ​ເລື້ອງຕະ ລົກ ​ເພາະວ່າພວກເຮົາຊື້ເກີບນີ້ແລ້ວ ກໍຕ້ອງໄດ້ໂຍນຖິ້ມ ​ເພາະວ່າ ເວລາເຮົາ​ໄປຍ່າງຢູ່ທີ່ນັ້ນ ​ເຮົາ​ຮູ້​ດີວ່າ ສິ່ງທີ່ພວກເຮົາໄດ້ປະຖິ້ມໄວ້ ກ້ອງແຜ່ນຄອນກຣີດນັ້ນ​ແມ່ນ​ຫຍັງ ​ແລະມັນກໍຍັງສາມາດ ທີ່ຈະເຮັດໃຫ້ຜູ້ຄົນ ໄດ້ຮັບບາດເຈັບ ຫລືເສຍຊີ ວິດຍ້ອນໄດ້ ແລະພວກເຮົາ ໃນຖານະປະເທດນຶ່ງ ກໍບໍ່ໄດ້ກ້າວອອກ​ມາ​ ຮັບຜິດ ຊອບແລະ​ແກ້ໄຂບັນຫານີ້ເລີຍ.

ການພົບເຫັນໃນການສຶກສາຄັ້ງຕໍ່ມາໃນປີ 2009 ສະແດງວ່າ ມາດຕະການ ຊ່ອຍບັນເທົາ ຊົ່ວຄາວ ໃນປີ 2007 ນັ້ນ ໄດ້ປະສົບຄວາມສຳເລັດ ໃນການຫຼຸດຜ່ອນ ການ​ແຜ່​ແບ​ຂອງ ປະຊາຊົນ ໃສ່ສານພິດໄດອອ໊ກຊິນ ​ຢູ່ໃນ​ເຂດ​ນັ້ນ ແຕ່ຄວາມເສຍຫາຍ ອັນ​ຍາວ​ນານ​ ​ແມ່ນ​ເປັນທີ່​ປະຈັກ​ແຈ້ງຕໍ່ສາຍຕາ​ຂອງ​ບັນດາສະມາຊິກຂອງຄະນະຜູ້ແທນ ຈາກຫຼາຍໆສາສະໜາ ​ເວລາ​ເຂົາ​ເຈົ້າ​ເຫັນ ພວກເດັກນ້ອຍຊາວຫວຽດນາມ ທີ່​ດິ້ນຮົນ​ຕໍ່ສູ້​ ກັບບັນຫາທາງດ້ານຮ່າງ ກາຍ ແລະຮູບຮ່າງທີ່ບໍ່ສົມປະກອບ ຂອງ​ເຂົາ​ເຈົ້າ. ຄຸນແມ່ Fielder ກ່າວວ່າ:

"ນີ້ກໍ່ແມ່ນໜຶ່ງ ຂອງຜົນກະທົບ ທີ່​ຄ່ອຍໆມີ​ຄວາມຮ້າຍແຮງ ​ເພີ້ມຂຶ້ນເລື້ອຍໆ ຢ່າງ ບໍ່ຮູ້ສຶກຕົວ ຂອງສານເຄມີສີໝາກກ້ຽງ ​ແລະສານພິດ​ໄດ​ອອ໊ກ​ຊິນ. ມັນຈະຖືກສົ່ງ ຕໍ່ໄປ​ຫາ​ກັນ ​ທາງ​ກຳມະພັນຂອງຄົນ​ເຮົາ ທີ່​ມີ​ການສືບ​ເຊື້ອ​ ໄປ​ຫາ​ລູກ​ຫາຫລານ ​ແລະເຮົາກໍບໍ່ຮູ້ເລີຍວ່າ ຊິຍັງມີອີກຈັກຊົ່ວຄົນ ທີ່​ຈະ​ໄດ້ຮັບຜົນກະທົບ ຈາກສານເຄມີ ພວກນີ້ຢູ່."

ຄຸນແມ່ Maureen Fielder ເວົ້າວ່າ ຜົນກະທົບຂອງສານເຄມີທີ່ຍັງຫຼົງເຫຼືອຢູ່ນັ້ນແມ່ນຈະ ແຈ້ງ ເຖິງແມ່ນການພົວພັນໂດຍກົງ ຂອງສານເຄມີເຫຼົ່ານີ້ ກັບ​ບັນຫາສຸຂະພາບນັ້ນຍັງບໍ່ທັນ ພົບເຫັນເທື່ອ ກໍຈິງ.

“ຍັງບໍ່ມີ​ໃຜ​ສາມາດ ຍົກ​ເອົາ​ກໍລະນີ​ໃດ​ນຶ່ງ ​ຂຶ້ນ​ມາຊີ້ໃຫ້​ເຫັນ​ ຢ່າງ​ແນ່ນອນ​ວ່າ ມີ​ການພົວພັນກັນ ລະຫວ່າງສານເຄມີ ສີໝາກກ້ຽງ ກັບຄວາມພິການ ໃນ​ຮູບໃດນຶ່ງ​ ໂດຍ​ສະ​ເພາະ. ​ແຕ່ແນວໃດກໍຕາມ ຄວາມກ່ຽວພັນ ມັນກໍຍັງ​ມີຢູ່ ຢ່າງແນ່ນອນ ເພາະວ່າ ເດັກນ້ອຍພິການ ຢູ່ໃນເຂດທີ່ຖືກສານສີໝາກກ້ຽງ ​ແລະສານ​ໄດ​ອອ໊ກ​ຊີ​ນພົ່ນ​ໃສ່​ນັ້ນ ​ແມ່ນມີຈຳນວນຫລາຍ ຢ່າງລົ້ນເຫລືອ.”

ຄວາມຄິດກ່ຽວກັບວ່າ ຄວນມີການຈັດຕັ້ງກຸ່ມສົນທະນາຫາລືລະຫວ່າງປະຊາຊົນກັບປະຊາຊົນ ກ່ຽວກັບສານສີໝາກກ້ຽງນີ້ ໄດ້ມີການສຳຫຼວດ ເປັນເທື່ອທຳອິດ ໂດຍມູນນິທິ Ford ໃນປີ 2006. ກຸ່ມສົນທະນາຫາລື ຊຶ່ງບໍ່ແມ່ນອົງການ ສໍາລັບຈັດຕັ້ງປະຕິບັດ ຫຼືອົງການຊອກຫາ ເງິນທຶນນັ້ນ ໄດ້ຖືກຈັດຕັ້ງຂຶ້ນມາ ຢ່າງເປັນທາງການ ໃນເດືອນກຸມພາປີ 2007 ຊຶ່ງເປັນ ການລິເລີ້ມ ຂອງ​ເອກ​ກະ​ຊົນ ທຳມະດາສາມັນ ພວກນັກວິທະຍາສາດ ແລະພວກກຳນົດນະ ໂຍບາຍ ທັງຢູ່ໃນສະຫະລັດ ແລະຫວຽດນາມ ທີ່ດຳເນີນງານ ກ່ຽວກັບບັນຫາຕ່າງໆ ທີ່ລັດ ຖະບານຂອງປະເທດທັງສອງ ໄດ້ພົບເຫັນນັ້ນ.

XS
SM
MD
LG