ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ບູຣຸນດີ ເພິ່ງພໍໃຈກັບ ການຕັດສິນໃຈຂອງ ສະຫະພາບ ອາຟຣິກາ


ພິທີເປີດກອງປະຊຸມສຸດຍອດສາມັນ ອາຟຣິກາ ຄັ້ງທີ 26 ໃນນະຄອນຫຼວງ ອາດິສ ອາບາບາ, ປະເທດ ອີທິໂອເປຍ. 30 ມັງກອນ, 2016.
ພິທີເປີດກອງປະຊຸມສຸດຍອດສາມັນ ອາຟຣິກາ ຄັ້ງທີ 26 ໃນນະຄອນຫຼວງ ອາດິສ ອາບາບາ, ປະເທດ ອີທິໂອເປຍ. 30 ມັງກອນ, 2016.

ລັດຖະບານຂອງບູຣຸນດີ ມີຄວາມເພິ່ງພໍໃຈກັບການຕັດສິນໃຈ
ຂອງສະຫະພາບອາຟຣິກາ ຫຼື AU ທີ່ຈະລໍຖ້າເບິ່ງກ່ອນ ກ່ຽວກັບ
ການ ສົ່ງກອງກຳລັງປ້ອງກັນໄປຍັງບູຣຸນດີ ໃນຂະນະດຽວກັນ
ຝ່າຍຄ້ານລັດຖະບານບູຣຸນດີ ກໍຮູ້ສຶກວ່າ ຖືກຫັກຫຼັງ.

ບັນດາຫົວໜ້າປະເທດໃນອາຟຣິກາ ຜູ້ທີ່ຈັດຕັ້ງກອງປະຊຸມສຸດ ຍອດ ເປັນເວລາສອງມື້ ຢູ່ໃນນະຄອນຫຼວງອາດິສອາບາບາ ຂອງ ອີທິໂອເປຍ ອາດສາມາດບັນລຸຂໍ້ຕົກລົງກັນໄດ້ ກ່ຽວກັບການແນະ ນຳຂອງສະຫະພາບອາຟຣິກາ ເພື່ອສົ່ງກອງກຳລັງປ້ອງກັນ ທີ່ມີສະ ມາຊິກຈຳນວນ 5,000 ຄົນ ໄປຍັງບູຣຸນດີ.

ລັດຖະມົນຕີຕ່າງປະເທດ ບູຣຸນດີ ທ່ານ Alain Nyamitwe ຜູ້ທີ່ໃຫ້ສຳພາດແກ່ພະແນກ ອາ ຟຣິກາກາງ ພາຍຫຼັງບັນດາຜູ້ນຳຂອງແຕ່ລະປະເທດ ໄດ້ມ້ວນທ້າຍກອງປະຊຸມແລ້ວທີ່ໄດ້ກ່າວ ວ່າ ລັດຖະບານບູຣຸນດີ ຍິນດີນຳການຕັດສິນໃຈທີ່ຈະບໍ່ສົ່ງທະຫານໄປ ແລະ ຫວັງວ່າແນວຄິດ ຂອງການສົ່ງທະຫານໄປຍັງບູຣຸນດີນັ້ນ ແມ່ນຈະເປັນຄັ້ງສຸດທ້າຍ.

ທ່ານໄດ້ເວົ້າອີກວ່າ “ອັນທີ່ສຳຄັນ ສຳລັບລັດຖະບານບູຣຸນດີ ກໍແມ່ນວ່າ ບັນດາຜູ້ນຳຂອງ ປະເທດອາຟຣິກາ ໄດ້ຕັດສິນທີ່ຈະບໍ່ສົ່ງພວກທະຫານໄປຍັງບູຣຸນດີ. ເລື່ອງຄວາມເປັນຈິງ ນັ້ນ ພວກເຮົາໄດ້ທົບທວນ ຄວາມປາດຖະໜາຂອງປະຊາຊົນ ບູຣຸນດີ ຜູ້ທີ່ບົ່ງບອກຢ່າງຈະ ແຈ້ງ ໂດຍຜ່ານການເຕົ້າໂຮມຊຸມນຸມກັນ ໃນທົ່ວປະເທດ ວ່າ ພວກເຂົາເຈົ້າຄັດຄ້ານຕໍ່ຂໍ້ແກ້ ໄຂ ຂອງ AU ທີ່ຈະສົ່ງພວກທະຫານໄປຍັງບູຣຸນດີ. ໃນຄວາມຄິດເຫັນອັນດຽວກັນນັ້ນແມ່ນ ໄດ້ກາຍເປັນສຽງສະທ້ອນຄືກັນ ໃນສະພາສູງ ແລະ ສະພາຕ່ຳ. ຄວາມປາດຖະໜາຂອງປະ ຊາຊົນບູຣຸນດີ ໂດຍພື້ນຖານແລ້ວ ແມ່ນອັນທີ່ໄດ້ກະຕຸ້ນໃຫ້ລັດຖະບານ ບູຣຸນດີ ປະຕິເສດ ທີ່ຈະຮັບເອົາຂໍ້ແກ້ໄຂຂອງ AU.”

XS
SM
MD
LG