ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຫຼີກພາສີ ເຮັດໃຫ້ ເສດຖະກິດອາຟຣິກາ ເສຍຫາຍ


ແຜນທີ່ທະວີບອາຟຣິກາ
ແຜນທີ່ທະວີບອາຟຣິກາ

ກຸ່ມ​ຈັນ​ຍາ​ບັນທາງ​ດ້ານ​ການ​ເງິນ​ກຸ່ມ​ນຶ່ງ ​ທີ່​ມີ​ສຳນັກງານ​ໃນສະຫະລັດກ່າວວ່າ ຈໍານວນເງິນ
ທີ່ສົ່ງອອກຈາກອາຟຣິກາຢ່າງຜິດກົດໝາຍ ນັບຕັ້ງແຕ່ປີ 1979 ​ເປັນຕົ້ນມານັ້ນມີຈໍານວນ
ສອງເທົ່າຂອງ​ເງິນ​ຈາກການຊ່ວຍເຫລືອທີ່​ອາ​ຟຣິກາ​ໄດ້​ຮັບ.

ທ່ານ Raymond Baker ຜູ້ອໍານວຍການຂອງອົງການຈັນ​ຍາ​ບັນ​ທາງ​ດ້ານ​ການເງິນໂລກ
ຫຼື Global Financial Integrity ກ່າວຕໍ່ວີ​ໂອ​ເອວ່າຄະນະຂອງທ່ານເຊື່ອວ່າ​ເງິນຈໍານວນ​ເກືອບທັງໝົດທີ່ຜິດກົດໝາຍດັ່ງກ່າວ ​ແມ່ນ​ເປັນ​ເງິນ​ທີ່​ມາ​ຈາກການ​ຫລົບ​ຫລີກ​ພາສີ ບໍ່​ແມ່ນ
ເງິນ​ສິນບົນ​ຫຼື​ເງິນ​ທີ່​ສໍ້​ໂກງ​ມາ.

ອົງການດັ່ງກ່າວ ຍັງບໍ່ທັນໄດ້ວິ​ເຄາະ​ເບິ່ງ​ເງິນ​ທີ່​ສົ່ງ​ອອກ​ຂອງ​ອາ​ຟຣິກາເປັນ​ແຕ່ລະ​ປະ​ເທດ
ເທື່ອ ແຕ່ທ່ານກ່າວວ່າ ທ່ານມີຄວາມ​ເຊື່ອ​ໝັ້ນວ່າການ​ຈັບ​ລະດັບ​ຂອງ​ອົງການ​ທ່ານ​ແມ່ນ​ມີ
ຄວາມ​ຖືກຕ້ອງ ຄືການ​ຫລົບ​ຫລີກ​ພາສີ​ແມ່ນ​ອັນ​ດັບ​ນຶ່ງ ກິດຈະກຳ​ທີ່​ເປັນ​ອາ​ຊະ​ຍາ​ກຳ​ເຊັ່ນ
ການ​ຄ້າຢາ​ເສບ​ຕິດ​ແມ່ນ​ເປັນອັນດັບ​ສອງ​ແລະການ​ສໍ້​ລາດ​ບັງ​ຫຼວງຂອງ​ລັດຖະບານ​ເປັນອັນ
ດັບ​ສາມ.

ທ່ານ Baker ອະທິບາຍວ່າ ຊ່ອງ​ທາງ​ທີ່​ແຜ່​ຫຼາຍທີ່​ສຸດ​ ກໍ​ຄືການຫລີກລ້ຽງບໍ່​ເສຍອາກອນ
ແລະພາສີອື່ນໆ​ທີ່​ພົວພັນ​ກັບ​ການຄ້າ​ລະຫວ່າງ​ປະ​ເທດໂດຍການຕົວະກ່ຽວ​ກັບລາຄາສີນຄ້າ.

ອີງຕາມກຸ່ມ Global Financial Integrity ​ແລ້ວ ປະ​ເທດ​ໄນຈີເຣຍແມ່ນ​ມີ​ການ​ສົ່ງເງິນ ອອກນອກປະເທດແບບຜິດກົດໝາຍຫລາຍທີ່ສຸດເກືອບເຖິງ 90 ພັນລ້ານໂດລາ ນັບແຕ່ປີ
1979 ​ເປັນຕົ້ນມາ.

ທ່ານ Baker ກ່າວວ່າ ຊ່ອງ​ທາງນຶ່ງທີ່​ສຳຄັນ ​ໃນ​ການປາບປາມການກະທຳດັ່ງກ່າວ ກໍ​ຄື
ເປີດ​ເຜີຍ​ຂໍ້​ມູນກ່ຽວ​ກັບ​ລາຄາ​ສິນຄ້າຕ່າງໆ​ໃຫ້​ຜູ້​ຄົນ​ເຂົ້າ​ໄປ​ເບິ່ງ​ໄດ້​ທາງ​ອິນ​ເຕີ​ແນັດ ເພື່ອ​ໃຫ້
ເຈົ້າໜ້າ​ທີ່​ພາສີ​ຮູ້ຈັກ​ວ່າ ລາຄາທີ່ຢູ່​ໃນໃບ​ເກັບ​ເງິນ​ທີ່​ຕິດມານຳນັ້ນ​ກົງ​ກັບສິນຄ້າ​ຫຼືບໍ່.

XS
SM
MD
LG