ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການອະພິປາຍ​ ບໍ່​ໄວ້​ວາງໃຈຕໍ່ ປະທານາທິບໍດີ ອາຟຣິກາໃຕ້ ຖືກເລື່ອນໄປ


ການປະທ້ວງຂອງປະຊາຊົນ ຕໍ່ຕ້ານທ່ານ Jacob Zuma, ປະທານາທິບໍດີຂອງ​ອາ​ເຟຣິກາ​ໃຕ້
ການປະທ້ວງຂອງປະຊາຊົນ ຕໍ່ຕ້ານທ່ານ Jacob Zuma, ປະທານາທິບໍດີຂອງ​ອາ​ເຟຣິກາ​ໃຕ້

ການ​ປະ​ເຊີນໜ້າກັບ​ພັກ​ຝ່າຍ​ຄ້ານຂອງ​ອາ​ເຟຣິກາ​ໃຕ້ ທີ່​ໄດ້​ຮຽກຮ້ອງ​ມາເປັນ​ເວ
ລາ​ຫລາຍ​ອາທິດ​ແລ້ວ​ນັ້ນ ມີ​ທ່າ​ທີ​ວ່າຈະບໍ່​ເກີດ​ຂຶ້ນໄດ້​ໃນ​ເວລາ​ອັນ​ໃກ້ໆນີ້ ​ເພາະວ່າ​
ການ​ລົງ​ຄະ​ແນນ​ສຽງ​ໃຫ້ມີ​ການອະພິປາຍ​ ບໍ່​ໄວ້​ວາງໃຈຕໍ່ປະທານາທິບໍດີ ທີ່​ນັບ​ມື້ນັບ
ບໍ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ປະຊາຊົນ​ນັ້ນ ​ໄດ້​ຖືກ​ເລື່ອນອອກ​ໄປຈາກ​ວັນ​ອັງຄານ​ມື້ນີ້
ແລະ​ລໍຖ້າ​ການຕັດສິນ​ຂອງ​ສານ​ສູງ​ສຸດ​ຂອງ​ປະ​ເທດຢູ່​ນັ້ນ.

ການ​ເລື່ອນເວລາ​ໃນ​ການລົງຄະ​ແນນ​ສຽງດັ່ງກ່າວ​ ​ເປັນ​ການ​ພິກ​ແພງ​ອີກ​ອັນ​ນຶ່ງ​ໃນ
ບັນຫາ​ການ​ເມືອງ​ຂອງ​ອາ​ຟຣິກາ​ໃຕ້ ທີ່​ນັບ​ມື້ນັບ​ມີ​ຄວາມສັບສົນ​.

ພັກພັນທະ​ມິດ​ປະຊາ​ທິປະ​ໄຕ ຫລື DA ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ຫລັກ​ນັ້ນ ​ໄດ້ຮຽກຮ້ອງ​ໃຫ້​
ມີ​ການລົງ​ຄະ​ແນນ​ສຽງບໍ່​ໄວ້​ວາງ​ໃຈ ທີ່​ໄດ້​ກໍານົດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 18 ​ເມສາມື້ນີ້
​ເພື່ອ​ເປັນ​ການຕອບ​ໂຕ້​ຄືນ​ຕໍ່ການ​ທີ່ປະທານາທິບໍດີ Jacob Zuma ​ໄລ່​ລັດຖະມົນຕີ
​ກະຊວງ​ການ​ເງິນ ​ຄົນ​ນັບຖືກັນ​ຫລາຍນັ້ນ ​ແລະ​ກໍ​ຊັບຊ້ອນ​ຄະນະ​ລັດຖະບານ​ຂອງ​ຕົນ
ໃໝ່ ຊຶ່ງ​ເປັນ​ການ​ຕັດ​ສິນ​ໃຈທີ່ປະຊາຊົນສ່ວນ​ໃຫຍ່ບໍ່ເຫັນພ້ອມ​ນໍາ. ຄວາມ​ປັ່ນ​ປ່ວນ​
ທາງ​ການ​ເມືອງ​ໄດ້​ເຮັດ​ໃຫ້​ອົງການ​ ໃຫ້​ຄະ​ແນນ​ດ້ານ​ສິນ​ເຊື່ອ ​ຕັດຄະ​ແນນ​ຄວາມ​ເຊື່ອ​
ຖື ​ຂອງ​ປະ​ເທດ​ດັ່ງກ່າວລົງ ຊຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ອັນ​ບໍ່ດີຕໍ່​ເສດຖະກິດຂອງ​ຊາດນັ້ນ.

ຫາກ​ແຕ່​ວ່າ ພາຍ​ຫລັງ​ທີ່​ພັກ DA ​ໄດ້​ຍື່ນ​ມະ​ຕິບໍ່​ໄວ້​ວາງ​ໃຈ​ແລ້ວ, ພັກຂະ​ບວນການ
ສາມັກ​ຄີ​ປະຊາທິປະ​ໄຕຫລື United Democratic Movement ຊຶ່ງ​ເປັນ​ພັກ​ຝ່າ​ຍ
ຄ້ານທີ່​ນ້ອຍ​ກວ່າ ກໍ​ໄດ້​ຮຽກຮ້ອງ​ໃຫ້ມີ​ການ​ລົງຄະ​ແນນ​ສຽງ​ໂດຍ​ການ​ປ່ອນ​ບັດ​ແບບ
​ປິດ​ລັບ ​ໃນ​ອັນ​ທີ່​ເບິ່ງ​ກັນວ່າ ​ເປັນ​ການ​ຊຸກຍູ້​ໃຫ້ສະມາຊິກ​ພັກລັດຖະສະພາ​ແຫ່ງ​ຊາດ​
ອາ​ຟຣິກາ ຫລື ANC ຂອງ​ທ່ານ Zuma ​ໂຈມ​ຕີ​ຜູ້​ນໍາ​ຂອງ​ເຂົາ​ເຈົ້າ. ຄໍາ​ຮ້ອງຂໍ​ໃຫ້​ມີ​ການ
​ລົງ​ຄະ​ແນນ​ສຽງ​ແບບ​ປິດ​ລັບນີ້ ຕ້ອງ ​ໄດ້​ຖືກ​ສົ່ງ​ໄປ​ໃຫ້ສານລັດຖະທຳ​ມະນູນ​ພິຈາລະນາ
​ຕັດສິນ​ກ່ອນ.

​ແຕ່​ວ່າ ການ​ເຮັດ​ແນວ​ນັ້ນ​ແມ່ນ​ຈະ​ເຮັດ​ໃຫ້​ຜູ້​ຍື່ນ​ຄໍາ​ສະ​ເໜີຕົ້ນຕໍ​ຢູ່​ໃນ​ທ່າ​ທີ ທີ່​ບໍ່ສາມາດ
ປ່ຽນ​ແປງ​ໄດ້ລະຫວ່າງ​ສອງ​ທາງ​ເລືອກ ຄືຈະ​ຊຸກຍູ້​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງຢ່າງ​ວ່ອງ​ໄວ
​ແຕ່​ເປັນ​ການ​ລົງຄະ​ແນນ​ສຽງ​ຢ່າງເປີດ​ເຜີຍ ​ຊຶ່ງ​ສຽງສ່ວນໃຫຍ່ໃນພັກ ຊຶ່ງ​ພັກ ANC ທີ່
​ສຽງສ່ວນ​ຫຼາຍໃນ​ສະພານັ້ນ ມີ​ທ່າ​ທີ​ວ່າຈະ​ໃຫ້ການ​ສະໜັບສະໜຸນ​ແກ່​ທ່ານ Zuma ຫລື
ອີກ​ທາງ​ນຶ່ງ ກໍ​ແມ່ນຈະ​ລໍຖ້າ​ໃຫ້ມີ​ໂອກາດ​ລົງ​ຄະ​ແນນ​ສຽງ​ແບບ​ປິດ​ລັບ​ທີ່​ວ່າ ​ໃນ​ທີ່​ຈິງ​ແລ້ວ​
ອາດ​ຈະ​ພາ​ໃຫ້​ສໍາ​ເລັດ​ຜົນ​ໄດ້.

ພັກ DA ​ແມ່ນ​ໄດ້​ເລືອກ​ເອົາ​ວິທີ​ທີ​ສອງ ​ແລະ​ກໍ​ໄດ້ຖອນຄໍາ​ສະ​ເໜີຂອງ​ຕົນ. ​ໂຄສົກ​ປະ
​ຈໍາ​ສະພາ, ທ່ານ Moloto Mothapo ກ່າວ​ຕໍ່ VOA ວ່າ ບັດ​ນີ້​ໄດ້​ເຮັດ​ໃຫ້ຄໍາ​ສະ​ເໜີ​ຕົ້ນ
ຕໍ​ກ່ຽວກັບການ​ລົງ​ຄະ​ແນນ​ສຽງບໍ່​ໄວ້​ວາງ​ໃຈຕົກ​ຢູ່​ໃນ​ສະພາບ​ບໍ່ມີ​ທາງ​ເລືອກ​ທີ່ໜ້າສົນ
​ໃຈ ​ໃນ​ຂະ​ນະ​ທີ່​ສານ​ກໍາລັງ​ທໍາ​ການ​ຕັດສິນ​ຢູ່. ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG