ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອັຟການີສຖານ ກັກຂັງ ຫລືບໍ່ກໍ ໄລ່ທະຫານ ຫຼາຍຮ້ອຍຄົນ ອອກການ


ນາຍພົນ Gen. Mohammad Zahir Azimi ລັດຖະມົນຕີປ້ອງກັນປະເທດອັຟການີສຖານ ກ່າວໃນຕອນສໍາພາດ ກັບອົງການຂ່າວ Associated Press ທີ່ນະຄອນຄາບູນ, ປະເທດອັຟການິສຖານ
ນາຍພົນ Gen. Mohammad Zahir Azimi ລັດຖະມົນຕີປ້ອງກັນປະເທດອັຟການີສຖານ ກ່າວໃນຕອນສໍາພາດ ກັບອົງການຂ່າວ Associated Press ທີ່ນະຄອນຄາບູນ, ປະເທດອັຟການິສຖານ
ເຈົ້າໜ້າທີ່ອັຟການີສຖານກ່າວວ່າ ພວກຕົນ ໄດ້ກັກຂັງ ຫລືບໍ່ກໍ ໄລ່ທະຫານອັຟການີສຖານ ຫລາຍຮ້ອຍຄົນ ອອກຈາກກອງທັບ ຊຶ່ງເປັນສ່ວນນຶ່ງຂອງການດໍາເນີນການສອບສວນ ກ່ຽວກັບ ການໂຈມຕີຄົນຢູ່ພາຍໃນກຸ່ມດຽວກັນ ເມື່ອໝໍ່ໆມານີ້.

ຢ່າງໜ້ອຍທະຫານນານາຊາດຖືກສັງຫານ 45 ຄົນ ໃນປີນີ້ ຍ້ອນ
ທະຫານອັຟການີສຖານ ທີ່ອ່ວຍອາວຸດ ໄປໃສ່ກໍາລັງປະສົມທີ່ ປະຕິບັດງານຮ່ວມກັນນັ້ນ.

ລັດຖະມົນຕີປ້ອງກັນປະເທດອັຟການີສຖານ ນາຍພົນ Zahir
Azimi ໄດ້ກ່າວໃນວັນພຸດ ມື້ນີ້ວ່າ ກອງທັບອັຟການີສຖານ ກໍາລັງດໍາເນີນບາດກ້າວຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເກີດການ
ໂຈມຕີແບບນັ້ນຂຶ້ນອີກ ແລະຜ່ານມາກໍໄດ້ຈັບກຸມ ແລະໄລ່
ທະຫານ "ທີ່ໜ້າສົງໄສ" ຫລາຍຮ້ອຍຄົນອອກຈາກກອງທັບ ຊຶ່ງເປັນສ່ວນນຶ່ງຂອງການ ດໍາ
ເນີນການສືບສວນ ທີ່ໄດ້ ເລີ້ມຕົ້ນຂຶ້ນໃນ 6 ເດືອນກ່ອນໜ້ານີ້ ແລະກໍາລັງດໍາເນີນໄປຢູ່ໃນ ປັດຈຸບັນນີ້.

ນາຍພົນ Azimi ໄດ້ກ່າວຕໍ່ຜູ້ສື່ຂ່າວໃນກຸງຄາບູນວ່າ ທະຫານຫລາຍຄົນໄດ້ປົດອອກ ຈາກກອງທັບ ຍ້ອນວ່າບໍ່ມີເອກະສານທີ່ຖືກຕ້ອງ.

ຄໍາເຫັນດັ່ງກ່າວຂອງທ່ານ ໄດ້ມີຂຶ້ນບໍ່ເທົ່າໃດມື້ ລຸນຫລັງທີ່ກອງທັບສະຫະລັດ ກ່າວວ່າ ຕົນໄດ້ຢຸດການເຝິກແອບສະມາຊິກ 1 ພັນຄົນຂຊອງໜ່ວຍຕໍາຫຼວດທ້ອງຖິ່ນໄວ້ຊົ່ວຄາວ ເພື່ອປັບປຸງຂັ້ນຕອນດໍາເນີນການສອບປະວັດຂອງພວກຕໍາຫລວດ.


ສ່ວນເນໂຕ້ ທີ່ເປັນຜູ້ຮັບຜິດຊອບການເຝິກແອບພວກທີ່ເກນໄປ
ເປັນທະຫານກອງທັບແຫ່ງຊາດອັຟການີສຖານ ແລະຕໍາຫຼວດ
ແຫ່ງຊາດອັຟການີສຖານນັ້ນ ບໍ່ໄດ້ໂຈະການເຝິກແອບຂອງຕົນໄວ້.

ເນໂຕ້ເວົ້າວ່າ ການໂຈມຕີຫລາຍບັ້ນຂອງອັນທີ່ເອີ້ນກັນວ່າ "ພວກ
ຂຽວ ຕໍ່ພວກສີຟ້າ" ນັ້ນ ແມ່ນເກີດຂຶ້ນຍ້ອນຄວາມຂັດຂ້ອງໝອງໃຈ ແລະການຜິດຖຽງກັນຂອງສ່ວນຕົວ ໂດຍມີປະ ມານ 25% ທີ່ເປັນ
ຍ້ອນການແຊກຊືມ, ການປອມຕົວ ຫລືການຂູ່ເຂັນບັງຄັບຂອງ ພວກຕາລີບັນ.

ສ່ວນໃນອີກຂ່າວນຶ່ງ ການວາງລະເບີດສະລະຊີບໄດ້ສັງຫານ 25 ຄົນຢູ່ແຂວງ Nangarhar
ທາງພາກຕາເວັນອອກຂອງປະເທດ ໃນວັນອັງຄານວານນີ້ ຢູ່ໃນການໂຈມຕີ ທີ່ຮ້າຍແຮງ ທີ່ສຸດບັ້ນນຶ່ງ ຕໍ່ພົນລະເຮືອນອັຟການີສຖານໃນຊ່ວງຫລາຍອາທິດຜ່ານມາ ໝໍ່ໆນີ້.

ຜູ້ໂຈມຕີດັ່ງກ່າວໄດ້ທໍາລາຍພິທີສົ່ງສະການຂອງຜູ້ນໍາຊົນເຜົ່າອາວຸໂສທ່ານນຶ່ງ ຢູ່ເມືອງ Dur Baba ທີ່ຢູ່ໃນເຂດຫ່າງໄກສອກຫລີກນັ້ນ.
XS
SM
MD
LG