ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເລຂາທິການໃຫຍ່ ສປຊ ປະນາມ ການໂຈມຕີ ສະຫຼະຊີບ ຢູ່ໃນອັຟການິສຖານ


ບັນດາສະມາຊິກ ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ພາກັນກວດສອບ ສະຖານທີ່ ຂອງການໂຈມຕີສະຫລະຊີບ ຢູ່ໃນເມືອງ Jalalabad, ວັນທີ 18 ເມສາ 2015.
ບັນດາສະມາຊິກ ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ພາກັນກວດສອບ ສະຖານທີ່ ຂອງການໂຈມຕີສະຫລະຊີບ ຢູ່ໃນເມືອງ Jalalabad, ວັນທີ 18 ເມສາ 2015.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ການວາງ​ລະ​ເບີດ
​ສະຫລະ​ຊີບ ​ໃນ​ວັນ​ເສົາ​ວານ​ນີ້ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ອັຟກາ​ນິສຖານ ​ໂດຍ​ເອີ້ນການ​ກະທຳ​ດັ່ງກ່າວ​ວ່າ
“ປ່າ​ເຖື່ອນ.”

​ໂຄ​ສົກ​ຂອງ​ທ່ານ Ban Ki-Moon ເລຂາທິການ​ໃຫຍ່
ສະຫະ​ປະຊາ​ຊາດ ​ໄດ້​ເຜີຍ​ແຜ່ຖະ​ແຫລ​ງການ​ສະບັບ​ນຶ່ງ
​ໃນ​ວັນ​ເສົາ​ວານ​ນີ້ ທີ່​ຮຽກຮ້ອງ​ໃຫ້ ນຳ​ເອົາພວກ​ທີ່​ຮັບຜິດ
ຊອບຕໍ່​ການ​ໂຈມ​ຕີ​ດັ່ງກ່າວ​ ມາ​ລົງ​ໂທດ ​ແລະ ຮຽກ​ຮ້ອງ​ເຖິງ
ຊາວ​ອັຟກາ​ນິສຖານ ​ໃຫ້ປະຕິ​ເສ​ດຕໍ່ການ​ກໍ່​ການ​ຮ້າຍ ​ແລະ
ລັດທິຫົວ​ຮຸນ​ແຮງຈັດ.

​ກ່ອນ​ໜ້າ​ນັ້ນ ​ໃນ​ຕອນ​ເຊົ້າຂອງ​ມື້​ດຽວ​ກັນ ປະທານາທິບໍດີ​ອັຟກາ​ນິສຖານ ທ່ານ Ashraf
Ghani ກ່າວ​ວ່າ ພວກ​ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ​ການ​ວາງ​
ລະ​ເບີດ​ ຢູ່​ໃນ​ເມືອງ Jalalabad ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 35 ຄົນ ​ແລະ ​ເຮັດ​ໃຫ້ຫຼາຍກວ່າ
100 ຄົນ ​ໄດ້​ຮັບ​ບາດ​ເຈັບ. ທ່ານ​ Ghani ​ເອີ້ນ​ເຫດການ​ດັ່ງກ່າວ ຢູ່​ໃນ​ຄຳ​ປະກາດຂອງ​ທ່ານ ​ວ່າ “​ໂຫດ​ຫ້ຽມຫຼາຍ.”

ກ່ອນ​ໜ້າ​ນັ້ນ ພວກ​ທາ​ລີບ​ານກໍ​ໄດ້​ປະຕິ​ເສດວ່າ ຕົນ​ບໍ່​ມີ​ສ່ວນ​ໃດໆ​ ນຳ​ ການ​ໂຈມ​ຕີນັ້ນ ​ແລະ ​ເອີ້ນ​ມັນ​ວ່າ ​ເປັນ​ “ການ​ກະທຳອັນ​ຊົ່ວ​ຮ້າຍ.”

ຄົນ​ໂຈມ​ຕີ​ສະຫລະ​ຊີບ ​ໄດ້​ບີບ​ຂະ​ນວນ​ລະ​ເບີດໃຫ້ແຕກ​ຂຶ້ນ ຢູ່​ນອກ​ທະນາຄານ​ແຫ່ງ​ນຶ່ງ
ບ່ອນ​ທີ່​ພະນັກງານ​ລັດຈຳນວນ​ນຶ່ງ ​ໄດ້ໄປລໍຖ້າຮັບ​ເອົາ​ເງິນ​ເດື​ອນ ຂອງ​ພວກ​ເຂົາ​ເຈົ້າ.

Afghanistan Suicide Bomb
please wait

No media source currently available

0:00 0:00:49 0:00



The United Nations has condemned Saturday's suicide bombing in eastern Afghanistan, calling it "barbaric."

A statement released Saturday by the spokesperson of Secretary-General Ban Ki-Moon called for those responsible for the attack to be brought to justice and urged Afghans to reject terrorism and violet extremism.

Earlier in the day, Afghan President Ashraf Ghani said the Islamic State group had claimed responsibility for the bombing in the city of Jalalabad, which killed at least 35 people and wounded more than 100.In his announcement, Mr. Ghani called the incident "horrific."

The Taliban had earlier denied responsibility for the bombing, calling it an "evil act."

The attacker set off the blast outside a bank where government employees were gathered to collect their salaries.

XS
SM
MD
LG