ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວ ອັຟການິສຖານ ປ່ອນບັດ ເລືອກເອົາ ປະທານາທິບໍດີ ຄົນໃໝ່ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ຕຳຫລວດ ຍາມຢູ່ຕາມໜ່ວຍປ່ອນບັດ ທີ່ນະຄອນ Kabul ໃນອັຟການິສຖານ.
ເຈົ້າໜ້າທີ່ຕຳຫລວດ ຍາມຢູ່ຕາມໜ່ວຍປ່ອນບັດ ທີ່ນະຄອນ Kabul ໃນອັຟການິສຖານ.
ບັນດາ​ຜູ້​ປ່ອນ​ບັດຊາວອັ​ຟກາ​ນິສຖານ ພາກັນ​ໄປ​ລົງ​ຄະ
​ແນນ​ສຽງ ​ພາຍ​ໃຕ້ການ​ຂົ່ມຂູ່​ຂອງພວກທາ​ລິ​ບານ ທີ່​ຈະ​
ໂຈມຕີ​ການປ່ອນ​ບັດ​ລົງຄະແນນສຽງໃນການເລືອກຕັ້ງ
ປະທານາທິບໍດີ ຮອບ​ຕັດສິນຊີ້ຂາດ ຂອງປະເທດ.

ພວກ​ທາລິ​ບານ​ໄດ້​ປະກາດ​ວ່າ ຈະ​ກໍ່ກວນ​ການ​ເລືອກ​ຕັ້ງ
ຢ່າງຮ້າຍ​ແຮງ​ໃນ​ວັນ​ເສົາ​ມື້​ນີ້ ​ແລະ​ຄວາມ​ຮູ້ສຶກໃນ​ທົ່ວ​
ປະ​ເທດ ປາກົດ​ວ່າ​ມີຄວາມລະມັດລະວັງ ​ໃນ​ຂະນະ​ກຳ
ລັງ​ຮັກສາ​ຄວາມປອດ​ໄພ ​ໄດ້​ພະຍາຍາມໃນນາທີສຸດທ້າຍ
ເພື່ອຄຸ້ມ ຄອງ​ຮັກສາ​ໜ່ວຍ​ປ່ອນບັດຕ່າງໆໃຫ້ປອດໄພນັ້ນ.

ນັກ​ຂ່າວ ວີ​ໂອເອ ຂອງ​ພວກ​ເຮົາ ທ່ານ​ນາງ Sharon Benh ຢູທີ່​ນະຄອນ Kabul ກ່າວ
​ວ່າ ​ໄດ້​ເກີດເຫດລະເບີດແຕກຢູ່​ຫລາຍ​ແຫ່ງ​ ໃນ​ນະຄອນຫລວງ​ອັຟການິສຖານ ໃນ​ຕອນ​
ເຊົ້າຂອງວັນເສົາມື້​ນີ້ ​ແຕ່​ບໍ່​ມີ​ລາຍ​ງານ​ກ່ຽວກັບການ ບາດ​ເຈັບ​ລົ້ມຕາຍ.

ທະຫານອັ​ຟການິສຖານ ​ໄດ້​ເພີ້​ມຮັກສາ​ຄວາມ​ປອດ​ໄພ​ຢ່າງໃຫຍ່ ໂດຍ​ຕັ້ງ​ດ່ານ​ກວດ​
ເພີ້​ມຂື້ນ ກວດ​ຄົ້ນ​ລົດ ​ແລະ​ຫ້າມ​ບໍ່​ໃຫ້​ລົດ​ຂົນ​ສົ່ງ ແລ່ນຢູ່ຕາມຖະໜົນ​ຫົນ​ທາງ​ ໃນ
ນະຄອນ Kabul​.

ບັນດາ​ຜູ້​ສະ​ມັກ​ເປັນປະທານາທິບໍດີ ທ່ານ Abdullah Abdullah ​ແລະທ່ານ Ashraf
Ghani ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ​ທີ່​ຈະ​ຮັກສາຄວາມສຳ​ພັນທາງທະຫານ ​ຢ່າງ​ໃກ້ຊິດ​ກັບ
ສະຫະລັດຊຶ່ງຈະ​ອະນຸຍາດ​ໃຫ້​ທະຫານສະຫະລັດ​ເກື​ອບ 10,000 ຄົນ ​ຢູ່​ໃນ​ປະ​ເທດ
ຕໍ່ໄປຕື່ມອີກ​ເປັນ​ເວລາ​ສອງ​ປີ ​ເພື່ອ​ປະຕິບັດ​ງານຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ​ສືບຕໍ່
ໃຫ້ການເຝິກ​ແອບ ​ແລະ​ໃຫ້ຄຳ​ແນະນຳ​ແກ່ທະຫານ​ ແລະ​ຕຳຫຼວດ​ອັ​ຟກາ​ນິສຖານ.

ຜູ້​ສະມັກ​ທັງ​ສອງ ​ໄດ້​ຮັບ​ໃຊ້​ຢູ່ໃນຄະນະ​ລັດຖະບານ​ ປະ​ທາ​ນາ​ທິບໍດີ Hamid Karzai ຊຶ່ງໄດ້ເປັນຜູ້ນຳຂອງ​ປະ​ເທດ ​ຕັ້ງ​ແຕ່ເດືອນ​ທັນວາ 2001 ເປັນຕົ້ນມາ ຫລັງ​ຈາກ​ລັດຖະບານທາ​ລິ​ບານ​ໄດ້​ຖືກ​ໂຄ່ນ​ລົ້ມ
AFGHANISTAN ELECTION CNPK
please wait

No media source currently available

0:00 0:01:49 0:00
XS
SM
MD
LG