ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

10 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ອັຟການີສຖານ


ເຈົ້າໜ້າທີ່ຕໍາຫຼວດ ຢູ່ບ່ອນເກີດເຫດບັ້ນນຶ່ງ ທີ່ແຂວງ ກັນດາຣາ ເມື່ອຕົ້ນເດືອນມັງກອນ 2013 ນີ້.
ເຈົ້າໜ້າທີ່ຕໍາຫຼວດ ຢູ່ບ່ອນເກີດເຫດບັ້ນນຶ່ງ ທີ່ແຂວງ ກັນດາຣາ ເມື່ອຕົ້ນເດືອນມັງກອນ 2013 ນີ້.
ເຈົ້າໜ້າ​ທີ່ຢູ່​ທາງ​ພາກ​ໃຕ້​ຂອງ​ອັຟກາ​ນີຖານ​ເວົ້າ​ວ່າ ລະ​ເບີດ​ທີ່​
ຫ້າງ​ໄວ້​ແຄມທາງ​ລູກ​ນຶ່ງ​ ໄດ້ແຕກ​ໃສ່​ລົດບັນທຸກ​ຂອງ​ຕໍາຫຼວດ
ທີ່​ຍັງ​ຜົນ​ໃຫ້​ຕໍາຫຼວດ 8 ຄົນ​ ​ແລະ​ຜູ້​ຖື​ກກັກ​ໂຕ​ໄວ້​ ສອງ​ຄົນ
ເສຍ​ຊີວິດ

ບັນດາ​ເຈົ້າໜ້າ​ທີ່​ເວົ້າ​ວ່າ ຕໍາຫຼວດ​ໄດ້​ຂັບ​ລົດທຸກ​ດັ່ງກ່າວໄປ​ຍັງ​ເມືອງ​ ທີ່ຢູ່​ໃກ້​ຄຽງ Kandahar ​ເພື່ອ​ກວດກາ​ເບິ່ງ​ລະ​ເບີດ​ທີ່​ພົບ​ເຫັນ​ຢູ່​ທີ່ນັ້ນ​ ​ແລະ​ໄດ້​ຈັບ​ກຸມ​ຜູ້​ຕ້ອງສົງ​ໄສ​ສາມ​ຄົນ. ຕໍາຫຼວດກໍາລັງ​ອອກໄປຈາກເຂດນັ້ນ ​ເວລາ​ລົດ​ຂອງ​ເຂົາ​ເຈົ້າ​ແລ່ນ​ໄປ​ຢຽບ​ເອົາລະ​ເບີດອີກລູກ​ນຶ່ງ​ ທີ່​ຄົນ​ຮ້າຍ​ຫ້າງ​ໄວ້ ​ໃນຕອນແລງວັນ​ເສົາ​ວາ​ນນີ້ ​ທີ່​ໄດ້​ສັງ​ຫານ
ຕໍາຫຼວດ 8 ຄົນ​ແລະ​ຜູ້​ຖືກຈັບ ສອງ​ຄົນ ​ໃນ​ຈໍານວນ​ສາມ​ຄົນ​ນັ້ນ.

​ເຫດ​ລະ​ເບີດ​ທີ່​ເມືອງ Kandahar ຄັ້ງ​ນີ້ ​ແມ່ນ​ເປັນ​ນຶ່ງ​ໃນ​ເຫດລະ​ເບີດ ຫຼາຍໆ​ຄັ້ງ​ຢູ່​ໃນ​ອັຟ ກາ​ນີສຖານ​ເມື່ອ​ວັນ​ເສົາ​ວານ​ນີ້. ກ່ອນ​ໜ້າ​ການວາງ​ລະ​ເບີດ​ທີ່ Kandahar ນັ້ນ ມື​ລະ​ເບີດ​ສະຫຼະຊີບ​ຄົນ​ນຶ່ງ ​ໄດ້​ສັງຫານ​ຕໍາ ຫຼວດ 10 ຄົນ ທີ່​ແຂວງ Kunduz ທາງ​ພາກ​ເໜືອ​ຂອງ
​ປະ​ເທດ.

​ໃນ​ຂະນະ​ດຽວ​ກັນ ມີ​ສອງ​ຄົນ ໂຮມ​ທັງ​ຕໍາຫຼວດ​ນຶ່ງ​ຄົນ ​ເສຍ​ຊີວິດ​ໃນ​ເຫດ​ລະ​ເບີດ​ບັ້ນ​ນຶ່ງ ​ທີ່ແຂວງ Ghazni ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.
XS
SM
MD
LG