ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັຟການິສຖານ ແລະປາກິສຖານ ຈະບັນລຸ ຂໍ້ຕົກລົງ ສັນຕິພາບ (ວີດິໂອກັບສະໄລດ໌)


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ຈັບມືກັບ ທ່ານ Karzai, ປະທານາທິບໍດີອັຟການິສຖານ ແລະ
ຄູ່ຕໍາແໜ່ງຝ່າຍປາກິສຖານ ທ່ານ Zardari ທີ່ບ້ານພັກຂອງທ່ານ ຢູ່ເຂດ Chequers ນອກນະຄອນລອນດອນ ໄປທາງພາກຕາເວັນຕົກ ໃນວັນທີ 4 ກຸມພາ 2013.
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ຈັບມືກັບ ທ່ານ Karzai, ປະທານາທິບໍດີອັຟການິສຖານ ແລະ ຄູ່ຕໍາແໜ່ງຝ່າຍປາກິສຖານ ທ່ານ Zardari ທີ່ບ້ານພັກຂອງທ່ານ ຢູ່ເຂດ Chequers ນອກນະຄອນລອນດອນ ໄປທາງພາກຕາເວັນຕົກ ໃນວັນທີ 4 ກຸມພາ 2013.
ທ່ານ Hamid Karzai ປະທານາທິບໍດີອັຟການິສຖານ ແລະ
ຄູ່ຕໍາແໜ່ງຝ່າຍປາກິສຖານ ທ່ານ Asif Ali Zardari ຕ່າງກໍ
ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບັນລຸຂໍ້ຕົກລົງສັນຕິພາບ ຢູ່ໃນ
ອັຟການິສຖານພາຍໃນຫົກເດືອນຂ້າງໜ້ານີ້.

ປະທານາທິບໍດີທັງສອງ ໄດ້ໃຫ້ຄໍາໝັ້ນສັນຍາ ຢູ່ໃນຖະແຫລງ
ການຮ່ວມທີ່ນຳອອກເຜີຍແຜ່ ໂດຍຫ້ອງການຂອງນາຍົກລັດ
ຖະມົນຕີອັງກິດ ທ່ານ David Cameron. ຜູ້ນໍາຂອງທັງສາມ
ປະເທດ ພົບປະກັນຢູ່ໃກ້ນະຄອນຫລວງລອນດອນ ຊຶ່ງເປັນການ
ພົບປະຄັ້ງທີສາມ ໃນການປະຊຸມສຸດຍອດຫລາຍໆບັ້ນ ທີ່ເລີ້ມ
ແຕ່ເດືອນກໍລະກົດປີກາຍນີ້ ຢູ່ນະຄອນຫຼວງກາບູລ.

ແຕ່ການພົບປະກັນໃນວັນຈັນວານນີ້ ແມ່ນກອງປະຊຸມບັ້ນທໍາ
ອິດທີ່ວ່າ ນອກຈາກຈະມີຜູ້ນໍາທາງການເມືອງແລ້ວ ຍັງໄດ້ລວມເອົາພວກເຈົ້າໜ້າທີ່ທະ ຫານ ແລະເຈົ້າໜ້າທີ່ສືບລັບຂັ້ນສູງຂອງອັຟການິສຖານ ແລະປາກິສຖານເຂົ້າຮ່ວມນໍາ ອີກດ້ວຍ.

ທ່ານນາຍົກລັດຖະມົນຕີ Cameron ໄດ້ຮ່ວມກັບປະທານາທິບໍດີທັງສອງທ່ານ ສະແດງ ການສະໜັບສະໜຸນໃຫ້ເປີດສຳນັກງານທີ່ປະເທດ Qatar ເພື່ອຈັດໃຫ້ມີການເຈລະຈາ ສັນຕິພາບກັບກຸ່ມຕາລິບັນ ແລະຮຽກຮ້ອງໃຫ້ພວກກະບົດຈຸດັ່ງກ່າວ ເຂົ້າຮ່ວມໃນການເຈ ລະຈານໍາດ້ວຍ. ທ່ານກ່າວວ່າ:

“ຄວາມກ້າວໜ້າທີ່ພວກເຮົາໄດ້ບັນລຸໃນມື້ນີ້ ໄດ້ສົ່ງຂໍ້ຄວາມອັນຊັດເຈນໄປຍັງ ພວກຕາລິບັນ. ບັດນີ້ ເຖິງເວລາແລ້ວ ທີ່ທຸກຄົນຈະເຂົ້າຮ່ວມຂັ້ນຕອນ ໃນການ ສ້າງສັນຕິພາບ ແລະການເມືອງຢູ່ໃນອັຟການິສຖານ.”

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:




ອັງກິດຢາກໃຫ້ປະເທດເພື່ອນບ້ານທັງສອງເຮັດວຽກຮ່ວມກັນ ເພື່ອສົ່ງເສີມສະຖຽນລະ ພາບຢູ່ໃນຂົງເຂດ ໃນຂະນະທີ່ຕົນກະກຽມຖອນທະຫານຫລາຍພັນຄົນ ອອກຈາກອັຟ ການິສຖານ ພາຍໃນທ້າຍປີໜ້າ. ທະຫານອັງກິດ ໄດ້ທໍາການ ສູ້ລົບກັບພວກກະບົດ Taliban ຕະຫຼອດປີ ອັນເປັນສ່ວນນຶ່ງຂອງພາລະກິດຂອງກຸ່ມເນໂຕ້ ທີ່ແນໃສ່ເພື່ອ ຊ່ວຍກໍາລັງຮັກສາຄວາມສະຫງົບຂອງອັຟການິສຖານ ໃຫ້ສາມາດເຂົ້າຄວບຄຸມການ ຮັກສາຄວາມໝັ້ນຄົງພາຍໃນປະເທດຂອງ ພວກເຂົາເຈົ້າໄດ້.

ພາບການພົບປະກັນລະຫວ່າງປ. ອັຟການິາຖານ ແລະປ. ປາກິສຖານ:
XS
SM
MD
LG