ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

2 ຄົນ ເສຍຊີວິດ ຍ້ອນການໂຈມຕີ ຢູ່ອັຟການິສຖານ (ສະໄລດ໌)


ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະນັກຂ່າວຢູ່ທີ່ເກີດເຫດລະເບີດ ສະຫຼະຊີບ ທີ່ເມືອງກາບູນ ຂອງອັຟການີສຖານ
ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະນັກຂ່າວຢູ່ທີ່ເກີດເຫດລະເບີດ ສະຫຼະຊີບ ທີ່ເມືອງກາບູນ ຂອງອັຟການີສຖານ
ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ​ບັ້ນ​ນຶ່ງ ຢູ່​ໃກ້​ຄ້າຍ​ທະຫານ​ຂອງ​ກຸ່ມ​ເນ​ໂຕ້ ​ໃນ​ນະຄອນຫຼວງຂອງອັຟກາ​ນີສຖານ ໄດ້​ສັງຫານພະນັກງານ​ຮັກສາ​ຄວາມ​ປອດ​ໄພ​ຊາວ​ອັຟກາ​ນີສຖານ​ສອງ​ຄົນ ​ແລະ​ພົນລະ​ເຮືອ​ນບາດ​ເຈັບ 5 ຄົນ.

ທາງ​ການ​ອັຟກາ​ນີສຖານ​ເວົ້າ​ເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ​ການ​ໂຈມ​ຕີ​ດັ່ງກ່າວ​ແມ່ນ ພົວພັນ​ກັບຊາຍ​ສອງ​ຄົນ ​ທີ່​ສວມ​ເສື້ອ​ຕິດ​ລະ​ເບີດ​ສະຫຼະຊີບ ​ແລະ​ວ່າ​ຢ່າງ​ໜ້ອຍ​ຊາຍ​ຄົນ​ນຶ່ງ​ໃນ​ຈໍານວນ​ສອງ​ຄົນ​ນັ້ນ ​ໄດ້​ບີບ​ຂະ​ນວນ​ລະ​ເບີດຫຼັງຈາກ​ຖືກຍິງ​ໂດຍ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນີສຖານ.

​ລະ​ເບີດ​ໄດ້​ແຕກ​ຂຶ້ນ ຢູ່​ບໍລິ​ເວນ​ໃກ້​ຄ້າຍ Eggers ຊຶ່ງ​ເປັນ​ຄຸ້ມນຶ່ງ​ຂອງນະຄອນຫຼວງກາ​ບູນ ທີ່​ເປັນ​ບ່ອນຕັ້ງ​ກອງ​ບັນຊາ​ການ​ຂອງກຳລັງ​ປະສົມເນ​ໂຕ້ ພ້ອມດ້ວຍ​ສະຖານທູດ​ຕ່າງປະ​ເທດ. ການ​ໂຈມ​ຕີ​ດັ່ງກ່າວ ທີ່​ອ້າງ​ເອົາ ຄວາມ​ຮັບຜິດຊອບ​ໂດຍ​ກຸ່ມ​ຕາ​ລິ​ບານ ​ພາ​ໃຫ້ ສະຖານທູດ​ສະຫະລັດ​ເອົາ ມາດ​ຕະການ​ເຝົ້າ​ລະວັງໃນ​ທັນທີ.

​ເນ​ໂຕ້​ເວົ້າ​ວ່າ ​ເຫດ​ລະ​ເບີດ​ດັ່ງກ່າວ​ໄດ້​ທໍາລາຍ​ລົດ​ຂອງ​ຕົນ​ຄັນ​ນຶ່ງ ​ແຕ່​ບໍ່​ມີ ລາຍ​ງານວ່າ ມີ​ກໍາລັງ​ປະສົມ​ເນ​ໂຕ້ບາດ​ເຈັບລົ້ມຕາ​ຍແຕ່​ຢ່າງ​ໃດ.

ສະໄລດ໌ເຫດລະເບີດສະລະຊີບແຕກ ທີ່ນະຄອນກາບູນຂອງອັຟກາ​ນີສຖານ:

XS
SM
MD
LG