ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານສະຫະລັດ 2 ຄົນ ຖືກຍິງຕາຍ ໃນອັຟການິສຖານ


ແຂວງ Farah ຂອງອັຟການິສຖານ
ແຂວງ Farah ຂອງອັຟການິສຖານ
ອົງການ NATO ກ່າ​ວວ່າ ​ເຈົ້າ​ໜ້າ​ທີ່​ຕໍາຫລວດອັ​ຟກາ​ນິສຖານ
ຄົນ​ນຶ່ງ ​ໄດ້​ສັງຫານ ທະຫານ​ສ​ະຫະລັດ ສອງ​ຄົນ.

ອົງການ NATO ກ່າວ​ວ່າ ທະຫານ​ຂອງ​ຕົນສອງ​ຄົນ​ໄດ້​ຖືກ​ສັງ
ຫານ​ ​ໃນ​ຕອນ​ເຊົ້າຂອງວັນ​ສຸກ​ມື້ນີ້ ທີ່​ແຂ​ວງ Farah ທາງພາກ
​ຕາ​ເວັນ​ຕົກ​ ຂອງອັຟກາ​ນິສຖານ ​. ກຸ່​ມພັນທະ​ມິດ​ເນໂຕ້ກ່າວ​ວ່າ
ຜູ້​ໂຈມ​ຕີ​ ໄດ້​ຖືກ​ຍິງ​ຕາຍ.

ອາທິດ​ແລ້ວ​ນີ້ ທະຫານ​ສະຫະລັດ​ 6 ຄົນ ກໍ​ໄດ້​ຖືກ​ສັງຫານ​ໃນ​
ການ​ໂຈມ​ຕີ​ສອງ​ຄັ້ງໂດຍສ​ະມາ​ຊິກກຳລັງ​ຮັກສາ​ຄວາມ​ປອດ
​ໄພຂອງອັ​ຟກາ​ນິສຖານ ຫລື​ວ່າ​ມື​ປືນທີ່ໃສ່​ເຄື່ອງ​ແບບ​ທະຫານ.

ທະຫານກຳລັງປະສົມ​ຫລາຍ​ກວ່າ 33 ຄົນ ໄດ້​ຖືກ​ສັງຫານພາຍ​ໃນ​ປີ​ນີ້ ​ໃນອັນ​ທີ່​ເອີ້ນວ່າ ການ​ໂຈ​ມຕີ​ໂດຍ​ພວກ “​ເຄື່ອງ​ແບບສີ​ຂຽວ ຕໍ່​ເຄື່ອງ​ແບບ​ສີຟ້າ​.” ຊຶ່ງໝາຍ​
ເຖິງ​ສີເຄື່ອງ​ແບບ​ຂອງອັຟກາ​ນິສຖານ ​ແລະສີ​ເຄື່ອງ​ແບບ​ຂອງ​ທະຫານ​ເນ​ໂຕ້.

​ໂຄສົກ​ອົງການ​ NATO ນາຍ​ພົນ​ຈັດຕະວາ Gunter Katz ກ່າວວ່າ ເຫດການ​ທີ່ “​ໂດ​ດດ່ຽວ​” ​ເຫຼົ່ານີ້​ “ຈະບໍ່ສົ່ງ​ຜົນ​ສະທ້ອນ​ຕໍ່​ສະພາບ​ການ​ທັງ​ໝົດ” ​ຢູ່ໃນ​ອັຟກາ​ນິສ​ຖານ ​ແລະ “ຈະບໍ່​ມີ​ຜົນກະທົບ​ໃດໆ” ​ຕໍ່​ການ​ມອບ​ໂອນ​ ການຮັກສາ​ຄວາມ​ປອດ​ໄພ ​ໃຫ້​ແກ່​ອັຟກາ​ນິສຖານ.
XS
SM
MD
LG