ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. Hamid Karzai ມາຢ້ຽມ ຢາມນະຄອນ ຫລວງວໍຊິງຕັນ (ວີດິໂອ)


ປະທານາທິບໍດີອັຟການີສຖານ, ທ່ານ Hamid Karzai (ທາງໜ້າ) ພ້ອມຜູ້ອາລັກຂາທ່ານ ຍ່າງລົງຈາກເຮືອບິນ ຢູ່ຄ້າຍທະຫານ Rawalpindi REUTERS/Mian Khursheed (PAKISTAN - Tags: POLITICS)
ປະທານາທິບໍດີອັຟການີສຖານ, ທ່ານ Hamid Karzai (ທາງໜ້າ) ພ້ອມຜູ້ອາລັກຂາທ່ານ ຍ່າງລົງຈາກເຮືອບິນ ຢູ່ຄ້າຍທະຫານ Rawalpindi REUTERS/Mian Khursheed (PAKISTAN - Tags: POLITICS)
ປະທານາທິບໍດີອັຟການີສຖານ, ທ່ານ Hamid Karzai ເດີນ
ທາງມາຢ້ຽມ ຢາມນະຄອນຫລວງວໍຊິງຕັນ ໃນວັນຈັນມື້ນີ້ ເພື່ອພົບປະສົນທະນາກັບປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະເພັ່ງເລັງໃສ່ອະນາຄົດຂອງອັຟການີສຖານ ລຸນຫລັງທີ່
ກໍາລັງທະຫານຂອງ ສະຫະລັດຖອນອອກໄປໃນປີໜ້າ.

ກ່ອນໜ້າເດີທນາງມາສະຫະລັດ ທ່ານ Karzai ໄດ້ພົບກັບ
ຄະນະຜູ້ແທນສະ ພາສູງສະຫະລັດທີ່ໄປຢ້ຽມຢາມທ່ານ ຢູ່ນະ
ຄອນຫລວງຄາບູນ. ຫ້ອງການ ຂອງທ່ານເວົ້າວ່າ ການພົບ
ປະໃນວັນເສົາຜ່ານມາ ໄດ້ເພັ່ງເລັງໃສ່ຫລາຍໆ ບັນຫາ ລວມ
ທັງສົນທິສັນຍາລະຫວ່າງສອງປະເທດ ແລະ ຂັ້ນຕອນດໍາເນີນ ງານສ້າງສັນຕິພາບໃນອັຟການີສຖານ.

ໃນຂະນະດຽວກັນ ພວກເຈົ້າໜ້າທີ່ຢູ່ທາງພາກໃຕ້ອັຟການີສຖານເວົ້າວ່າ ການໂຈມຕີສະ ຫຼະຊີບດ້ວຍລະເບີດສອງຄັ້ງພ້ອມກັນ ໃນວັນອາທິດວານນີ້ ໄດ້ສັງ ຫານຢ່າງໜ້ອຍ 5 ຄົນ ແລະເຮັດໃຫ້ບາດເຈັບອີກຢ່າງໜ້ອຍ 15 ຄົນ.

ເຈົ້າໜ້າທີ່ເວົ້າອີກວ່າ ມືລະເບີດສະຫຼະຊີບສອງຄົນ ໄດ້ໂຈມຕີກອງປະຊຸມບັ້ນນຶ່ງຂອງ ພວກເຖົ້າແກ່ຊົນເຜົ່າ ທີ່ເມືອງ Spin Boldak ໃນແຂວງກັນດາຮາ.

ກຸ່ມຕາລິບັນ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ.

ເບິ່ງວີດິໂອກ່ຽວຂ້ອງເລື້ອງນີ້:


XS
SM
MD
LG