ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ການໂຈມຕີ ສະຫຼະຊີບ ທີ່ກະຊວງພາຍໃນ ອັຟການິສຖານ (ສະໄລດ໌/ວີດີໂອ)


ຕຳຫຼວດອັຟການິສຖານ ໄປຮອດບ່ອນເກີດເຫດ ໃນການໂຈມຕີສະຫລະຊີບ ທີ່ກະຊວງພາຍໃນ (2 ເມສາ 2014)
ຕຳຫຼວດອັຟການິສຖານ ໄປຮອດບ່ອນເກີດເຫດ ໃນການໂຈມຕີສະຫລະຊີບ ທີ່ກະຊວງພາຍໃນ (2 ເມສາ 2014)
ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ການວາງລະ​
ເບີດ​ສະຫລະ​ຊີບ ​ໄດ້ເກີດ​ຂຶ້ນ​ ໃນ​ບໍລິ​ເວນ​ກະຊວງ​ພາຍ​ໃນ​
ຂອງ​ອັຟກາ​ນິສຖານໃນ​ນະຄອນຫຼວງ​ຄາ​ບູລຊຶ່ງ​ເປັນຄວາມ​
ຮຸນ​ແຮງ​ຄັ້ງ​ຫຼ້າ​ສຸດ​ໃນ​ອັຟກາ​ນິສຖານ ກ່ອນ​ການ​ເລືອກ​ຕັ້ງ
​ຊຶ່ງຈະມີຂຶ້ນໃນ​ວັນ​ເສົາ​ຈະ​ມາ​ເຖິງ​ນີ້.

ກະຊວງ​ພາຍ​ໃນກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ທີ່​ໃສ່​ເຄື່ອງ​ແບບ​ທະ
ຫານ ​ໄດ້ບີບ​ກະນວນ​ລະ​ເບີດ​ໃຫ້ແຕກຂຶ້ນໃນບໍລິເວນປະຕູ
​ທາງເຂົ້າ​ຫາ​ ກະຊວງ​ໃນ​ວັນອັງຄານ​ວານ​ນີ້ ​ເຮັດ​ໃຫ້​ເຈົ້າ​ໜ້າ​
ທີ່​ຕຳຫຼວດ ​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 4 ຄົນ.

ກຸ່ມ​ຕາ​ລີ​ບັນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ມາ​ຊ້ຳ​ແລ້ວ​ຊ້ຳ​ອີກທີ່​ຈະ​ທຳ​ການ​ລົບ​ກວນ​ການ​ເລືອກ​ ຕັ້ງ​ປະທານາທິບໍດີ ​ແລະ​ການ​ເລື້ອກຕັ້ງ​ເອົາ​ສະມາຊິກ​ຂອງ​ສະພາ​ປະຈຳ​ແຂວງ​ ​ແລະ​ຕັກ​ເຕືອນ​ປະຊາຊົນ​ຜູ້​ມີ​ສິດ​ປ່ອນ​ບັດ ​ໃຫ້​ພາກັນ​ຢູ່​ຫ່າງ​ໄກ​ຈາກ​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ນັ້ນ.

ໃນ​ແຫ່ງ​ອື່ນ​ອີກ​ໃນ​ອັຟກາ​ນິສຖານ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ສັງ ຫານ​ປະຊາຊົນ 9 ຄົນ​ໃນ​ແຂວງ Sar-e-Pol ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ຮວມທັງ​ນັກ​ການ​ເມືອງ​ທ່ານ​ນຶ່ງ ​ທີ່​ໄດ້​ຖືກ​ລັກພາ​ໂຕ​ໄປ​ໃນ​ຕົ້ນ​ສັບປະດາ​ນີ້​ນຳ.

ທ່ານ Hussain Nazari ​ໄດ້​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ ​ເປັນ​ສະມາຊິກ​ສະພາ​ປະຈຳ​ແຂວງ​ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ.
CN-Violence and Uncertainty Challenge Afghan Elections
please wait

No media source currently available

0:00 0:02:51 0:00
XS
SM
MD
LG