ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

9 ຄົນເສຍຊີວິດ ໃນການໂຈມຕີ ຢູ່ອັຟການິສຖານ


ທະຫານອັຟການິສຖານຢືນຍາມ ທີ່ຄ້າຍທະຫານແຫ່ງນຶ່ງ ຫຼັງຈາກໄດ້ມີການໂຈມຕີສະລະຊີບ (16 ເມສາ 2010)
ທະຫານອັຟການິສຖານຢືນຍາມ ທີ່ຄ້າຍທະຫານແຫ່ງນຶ່ງ ຫຼັງຈາກໄດ້ມີການໂຈມຕີສະລະຊີບ (16 ເມສາ 2010)

ເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ຜູ້ໂຈມຕີສະລະຊີບທີ່
ໃສ່ເຄື່ອງແບບ ເປັນທະຫານອັຟການິສຖານ ໄດ້ໂຈມຕີ
ຄ້າຍທະຫານແຫ່ງນຶ່ງໃນພາກຕາເວັນອອກຂອງປະເທດ
ເຮັດໃຫ້ທະຫານຂອງອົງການເນໂຕ້ 5 ຄົນແລະທະຫານ
ອັຟການິສຖານ 4 ຄົນເສຍຊີວິດ.

ເຈົ້າໜ້າທີ່ກ່າວວ່າ ນອກນັ້ນແລ້ວຍັງມີອີກ 8 ຄົນຮວມ
ທັງນາຍພາສາ 4 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ
ຊຶ່ງມີຂຶ້ນໃນວັນເສົາມື້ນີ້ທີ່ເມືອງ Jalalabad.

ກຸ່ມທາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການ
ໂຈມຕີທີ່ວ່ານີ້.

ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານໄດ້ຕົກ
ເປັນເປົ້າໃນກະແສຟອງຂອງການໂຈມຕີສະລະຊີບເມື່ອ
ໄວໆມານີ້ ຊຶ່ງເປັນກົນລະຍຸດຫຼັກຂອງກຸ່ມທາລີບານ.

ການໂຈມຕີທີ່ວ່ານີ້ມີຂຶ້ນໃນຂະນະທີ່ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານພວມ
ກະກຽມທີ່ຈະຮັບເອົາຄວາມຮັບຜິດຊອບເພີ່ມຕື່ມໃນການປົກປັກຮັກສາຄວາມປອດໄພໃຫ້
ແກ່ປະເທດຊາດຂອງພວກເຂົາເຈົ້າ ຂະນະທີ່ທະຫານຕ່າງ ປະເທດຖອນອອກໄປນັ້ນ.

ໃນມື້ວານນີ້ ຜູ້ໂຈມຕີສະລະຊີບຄົນນຶ່ງ ທີ່ໃສ່ເຄື່ອງແບບເປັນຕຳຫຼວດ ໄດ້ສັງຫານຜູ້ບັນຊາ
ການຕຳຫຼວດແຂວງການດາຮາຢູ່ໃນຫ້ອງການຂອງທ່ານເອງ. ນອກນັ້ນຍັງມີຕຳຫຼວດອີກ
2 ຄົນເສຍຊີວິດແລະອີກ 3 ຄົນໄດ້ຮັບບາດເຈັບ.

XS
SM
MD
LG